pele
ອິນເດຍເປີດໃຊ້ຂົວທາງລົດໄຟສູງທີ່ສຸດໃນໂລກທີ່ແຄັດເມຍ ທ່າມກາງຄວາມຕຶງຄຽດອິນເດຍ-ປາກິດຖານ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 June, 2025

ທ່ານນາຍຍົກລັດຖະມົນຕີນາເຣນທາ ໂມດີ ຂອງອິນເດຍ ເປັນປະທານເປີດໃຊ້ງານຂົວທາງລົດໄຟສູງທີ່ສຸດໃນໂລກທີ່ແຄ້ນແຄັດເມຍເມື່ອວັນສຸກທີ່ຜ່ານມາ ຫຼັງທຸ່ມງົບໃນການກໍ່ສ້າງເຖິງ 5.9 ພັນລ້ານບາດ

 

ຂົວແຫ່ງນີ້ຄືຂົວເຊນາບ ສ້າງພາດຜ່ານຫຸບເຂົາໃນແຄັດເມຍ ໂດຍມີຄວາມສູງຈາກແມ່ນ້ຳເຊນາບເຖິງ 359 ແມັດ ສູງກວ່າຍອດຫໍ Eiffel ກວ່າ 29 ແມັດ ນັບເປັນໂຄງການວິສະວະກຳຂະໜາດໃຫຍ່ທີ່ໃຊ້ເວລາສ້າງດົນຫຼາຍທົດສະວັດ ແລະ ມີມູນຄ່າກວ່າ 160 ລ້ານໂດລາສະຫະລັດ ຫຼື ປະມານ 5.9 ພັນລ້ານບາດ ໂດຍມີຄວາມຍາວຂົວລວມກວ່າ 1,315 ແມັດ

 

ຂົວເຊນາບເປັນສ່ວນໜຶ່ງຂອງໂຄງການເຊື່ອມຕໍ່ທາງລົດໄຟສາຍທຳອິດລະຫວ່າງແຄັດເມຍກັບສ່ວນອື່ນຂອງອິນເດຍ ເຊິ່ງຖືເປັນກ້າວສຳຄັນຂອງລັດຖະບານພາຍໃຕ້ການນຳຂອງພັກຖາຣະຕິຍະຊົນຕະ ທີ່ຜັກດັນໃຫ້ພູມິພາກມຸດສະລິມສ່ວນໃຫຍ່ແຫ່ງນີ້ມີຄວາມເປັນຫນຶ່ງດຽວກັບປະເທດຫຼາຍຂຶ້ນ

 

ນອກຈາກຂົວເຊນາບ ທ່ານນາຍຍົກລັດຖະມົນຕີໂມດີຍັງໄດ້ເປີດຕົວໂຄງການເສັ້ນທາງລົດໄຟເຊື່ອມເມືອງອຸທັມປູ-ສີນາການ-ບາຣາມຸນລາ ໃນແຄັດເມຍ ເຊິ່ງເປັນທາງລົດໄຟທີ່ເຊື່ອມເມືອງສຳຄັນໃນແຄັດເມຍກັບອິນເດຍແຜ່ນດິນໃຫຍ່

 

ການເປີດຂົວຄັ້ງນີ້ເກີດຂຶ້ນບໍ່ດົນຫຼັງຈາກເຫດການສັງຫານໝູ່ໃນໝູ່ນັກທ່ອງທ່ຽວໃນແຄັດເມຍຊ່ວງເດືອນເມສາ ເຊິ່ງເຮັດໃຫ້ເກີດການປະທະທາງທະຫານໄລຍະສັ້ນລະຫວ່າງອິນເດຍກັບປາກິສະຖານ ໂດຍມີການຍິງຂີປະນາວຸດ ໂດນ ແລະ ປືນໃຫຍ່ຕອບໂຕ້ກັນຕະຫຼອດ 4 ມື້ ອິນເດຍກ່າວຫາວ່າປາກິສະຖານຢູ່ເບື້ອງຫຼັງ ແຕ່ປາກິສຖານປະຕິເສດຂໍ້ກ່າວຫາ

 

ແຄັດເມຍເປັນພື້ນທີ່ພິພາດລະຫວ່າງອິນເດຍ ປາກິສະຖານ ແລະ ຈີນ ເຊິ່ງຕ່າງອ້າງສິດໃນດິນແດນບາງສ່ວນ ເຮັດໃຫ້ພູມິພາກນີ້ເປັນໜຶ່ງໃນພື້ນທີ່ທີ່ມີການວາງກຳລັງທາງທະຫານໜາແໜ້ນທີ່ສຸດໃນໂລກ

 

ຕັ້ງແຕ່ປີ 2014 ທີ່ໂມດີເຂົ້າຮັບຕຳແໜ່ງ ລັດຖະບານຂອງອຶນເດຍໄດ້ເລັ່ງພັດທະນາໂຄງສ້າງພື້ນຖານຢ່າງຕໍ່ເນື່ອງ ໂດຍສະເພາະຖະໜົນ ແລະ ລົດໄຟໃນພື້ນທີ່ຫ່າງໄກ ເຊັ່ນໂຄງການຂົວເຊນາບ ເຊິ່ງຖືກເບິ່ງວ່າເປັນເຄື່ອງມືເຊິງສັນຍາລັກໃນການສ້າງຄວາມເປັນໜຶ່ງດຽວຂອງຊາດ ແລະ ເສີມອິດທິພົນທາງການເມືອງໃນພູມິພາກທີ່ມີຄວາມອ່ອນໄຫວ

 

ໃນປີ 2019 ອິນເດຍໄດ້ຍົກເລີກບົດບັນຍັດລັດຖະທຳມະນູນມາດຕາ 370 ທີ່ເຄີຍໃຫ້ແຄັດເມຍສາມາດອອກກົດໝາຍຂອງຕົນເອງໄດ້ ສົ່ງຜົນໃຫ້ລັດຈັມມູ ແລະ ແຄັດເມຍຖືກແບ່ງອອກເປັນສອງດິນແດນປົກຄອງໂດຍລັດຖະບານກາງໂດຍກົງ ເຊິ່ງລັດຖະບານໂມດີກ່າວວ່າເພື່ອເປັນການສ້າງສະຖຽນລະພາບ ຫຼຸດການສໍ້ລາດບັງຫຼວງ ແລະ ກະຕຸ້ນເສດຖະກິດ

 

ເຖິງແມ່ນວ່າໂຄງການໂຄງສ້າງພື້ນຖານເຫຼົ່ານີ້ຈະຖືກຍົກຍ້ອງວ່າເປັນຄວາມສຳເລັດຄັ້ງໃຫຍ່ ແຕ່ກໍເຜີນກັບສຽງວິຈານ ໂດຍສະເພາະຈາກນັກອະນຸລັກສິ່ງແວດລ້ອມທີ່ເຕືອນວ່າ ການກໍ່ສ້າງຂະໜາດໃຫຍ່ໃນເທືອກເຂົາຫິມາໄລອາດເຮັດລາຍພູມິປະເທດທີ່ເປາະບາງເຊິ່ງໄດ້ຮັບຜົນກະທົບຈາກວິກິດການພູມິອາກາດຢູ່ແລ້ວ

 

ໜຶ່ງໃນໂຄງການທີ່ຖືກວິຈານຢ່າງໜັກແມ່ນທາງຫຼວງ ທີ່ລັດອຸດຕະລາຂັນ ເຊິ່ງໃນເດືອນພະຈິກ 2023 ອຸໂມງທີ່ຢູ່ລະຫວ່າງກໍ່ສ້າງພັງທະລົ່ມ ເຮັດໃຫ້ຄົນງານຫຼາຍສິບຄົນຕິດຢູ່ທາງໃນດົນຫຼາຍມື້ໂດຍແທບບໍ່ມີນ້ຳ ແລະ ອົກຊີເຈນ

 

ກ່ອນໜ້ານັ້ນໃນເດືອນສິງຫາປີດຽວກັນ ຍັງເກີດເຫດຂົວຫັກທະລົ່ມຂະນະກໍ່ສ້າງທີ່ລັດມິໂຊລຳ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 10 ຄົນ ແລະ ໃນເດືອນມິຖຸນາ ຂົວຄອນກີດຂະໜາດ 4 ເລນທີ່ກຳລັງສ້າງຂ້າມແມ່ນ້ຳຄົງຄາທີ່ລັດພິຫານກໍທະລົ່ມລົງອີກຮອບ ຫຼັງຈາກທະລົ່ມມາເມື່ອປີກ່ອນນີ້

ຢ່າງໃດກໍຕາມ ຂົວເຊນາບຍັງຄົງຖືກຍົກຍ້ອງວ່າເປັນອີກໜຶ່ງໄຊຊະນະເຊິງສັນຍາລັກຂອງລັດຖະບານອິນເດຍທີ່ມຸ່ງໝັ້ນພັດທະນາປະເທດສູ່ການເປັນປະເທດພັດທະນາແລ້ວພາຍໃນປີ 2047.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ