Copy of site cover (73)
ລັດຖະບານ ມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 June, 2025

ປັດຈຸບັນ, ປະຊາກອນໂລກ ໃນທຸກພາກພື້ນກໍາລັງຜະເຊີນໜ້າ ກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກ ການເຊື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງ ແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າ ນັບມື້ນັບເພີ່ມຂຶ້ນ.

ຂປລ. ປັດຈຸບັນປະຊາກອນໂລກ ໃນທຸກພາກພື້ນກໍາລັງຜະເຊີນໜ້າ ກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກ ການເຊື່ອມໂຊມຂອງສິ່ງແວດລ້ອມການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດໄພແຫ້ງ ແລ້ງໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາ ຂອງເສດຖະກິດໂລກ ໃນຊຸມປີຜ່ານມາສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ຜະລິດ ແລະ ຫຸ້ມຫໍ່ ດ້ວຍປລາສຕິກ ເພີ່ມຂຶ້ນ ໂດຍສະເພາະ ໃນບັນດາປະເທດທີ່ກຳລັງພັດທະນາລວມທັງ ສປປ ລາວ.

​ ບັນຫາຂີ້ເຫຍື້ອປລາສຕິກ ສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າດິນ ແລະ ການຈູດເຜົາ ໄດ້ກໍໃຫ້ເກີດມົນລະພິດທາງອາກາດດິນ ແລະ ນໍ້າ ນັບມື້ນັບຫລາຍ ແລະ ຮຸນແຮງຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະ ພາບຂອງສິ່ງທີ່ມີຊີວິດ ໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນການຈູດຍັງເປັນການປ່ອຍທາດອາຍພິດ ທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາພວມຜະເຊີນນໍາກັນດັ່ງທຸກມື້ນີ້. ປະຊາຊົນລາວ ສ່ວນຫລາຍຍັງມີຄວາມຊິນເຄີຍ ໃນການນຳໃຊ້ປລາສຕິກ ເຂົ້າໃນການດຳລົງລົງຊີວິດປະ ຈຳວັນ ນັບມື້ມີຈຳນວນເພີ່ມຂຶ້ນ ໃນຄົວເຮືອນສໍານັກງານຫ້າງຮ້ານຮ້ານອາຫານໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ແຕ່ການຄຸ້ມຄອງການນໍາກັບມາໃຊ້ຄືນ ແລະ ການທໍາລາຍຢ່າງຖືກວິທີ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

​ສານ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ​ເນື່ອງ​ໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ມິຖຸນາ 2025 ​ໄດ້​ໃຫ້​ຮູ້​ວ່າ: ໃນສະພາບການດັ່ງທີ່ກ່າວມານີ້ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫລາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫລຸດຜ່ອນບັນຫາສິ່ງແວດລ້ອມ. ລັດ ຖະບານ ມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງກໍານົດຄາດໝາຍໃນແຜນພັດທະນາ ເສດຖະກິດ-ສັງຄົມ ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງ ປລາສຕິກ ຂອງ ສປປ ລາວ ປີ 2024-2030 ໄປພ້ອມກັບການຜັນຂະຫຍາຍ ມາເປັນລະບຽບການຄູ່ມືແນະນໍາ ເພື່ອຄວບຄຸມຫລຸດຜ່ອນ ແລະ ກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ ການສຶກສາພື້ນຖານໂຄງລ່າງກະສິກໍາບໍ່ແຮ່ພະລັງງານທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດປລາສຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ. ນອກຈາກນັ້ນກໍມີຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ຮ່ວມກັບຄູ່ຮ່ວມພັດທະນາອົງການຈັດຕັ້ງສາກົນອົງການທີ່ບໍ່ຂຶ້ນກັບລັດຖະບານອົງການຈັດຕັ້ງສັງຄົມ ເພື່ອປູກຈິດສໍານຶກ ໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ແລະ ຫລຸດຜ່ອນມົນລະພິດຈາກປລາສຕິກ ກໍຄື ການປະກອບສ່ວນແກ້ໄຂຮ່ວມກັນ ກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາ ເສດຖະກິດໝູນວຽນເສດຖະກິດສີຂຽວ ແລະ ຍຶນຍົງ ເຊິ່ງເປັນລະບົບເສດຖະກິດ ເພື່ອຫລຸດຜ່ອນສິ່ງເສດເຫລືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງ ກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມ ມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຄົມໂລກ ແລະ ປະຊາຊົນລາວ ທັງຊາດ.

          ຕາມຂໍ້ມູນຫລ້າສຸດ ເຫັນວ່າການນຳໃຊ້ ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນ ຫລາຍເທົ່າຕົວ ຈາກ 6,8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນ ມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່, 12% ແມ່ນນຳໄປຈູດເຜົາ ແລະ 79% ແມ່ນຖືກນໍາໄປຝັງດິນ ໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍ ໂດຍບໍ່ມີການກໍາຈັດຢ່າງຖືກວິທີ ​ເຊິ່ງສິ່ງເສດເຫລືອຈາກປລາສຕິກ ມີການຍ່ອຍສະຫລາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
ຢ່າລື່ມກົດຕິດຕາມ