pele (6)
ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການ
ຮຽບຮຽງໂດຍ:Pele
ເຜີຍແຜ່: 11 June, 2025

ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍ​ເພື່ອເປັນທາງເລືອກໃຫ້ແກ່ປະຊາຊົນລາວ ກໍ​ຄື ຊາວຕ່າງປະເທດທີ່ພວມອອກແຮງງານຢູ່ ແຂວງຄຳມ່ວນ ​ເຂົ້າ​ມາໃຊ້ການບໍລິການປິ່ນປົວ​ສຸຂະພາບ, ເຂົ້າເຖິງການບໍລິການ ທີ່ມີຄຸນນະພາບສູງ ເພື່ອຫລຸດຜ່ອນການໄປປິ່ນປົວ ຢູ່ຂັ້ນສູນກາງ ຫລື ຕ່າງປະເທດ.

Digital Marketing Agency in Laos - Emerging Digital Solutions

 

 

​ໃນ​ພິທີ ທ່ານ ຖາງຈິ່ນ ປິງ ໄດ້ໃຫ້ຮູ້ວ່າ: ໂຮງໝໍແຫ່ງນີ້ ຕັ້ງຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃນ​ເນື້ອທີ່ 20.000 ຕາແມັດມູນ​ຄ່າ​ການເງິນລົງທຶນ 9 ລ້ານໂດລາສະຫະລັດຂະໜາດ 100 ຕຽງມີພະນັກງານທັງໝົດ 102 ຄົນ. ​ໃນ​ນັ້ນ, ພະນັກງານຈາກ ສປ ຈີນ 16 ຄົນ ​ແລະ ພະນັກງານຝ່າຍລາວ 86 ຄົນ, ປະກອບມີພະແນກພາຍໃນພະແນກພາຍນອກພະແນກກະດູກພະແນກຫູ-ຕາ-ດັງ-ຄໍພະແນກປິ່ນປົວພະຍາດຜິວໜັງ, ພະແນກປະສູດ ແລະ ເພດຍິງພະແນກວິເຄາະພະແນກລັງສີວິທະຍາພະແນກການແພດເລືອດວິທະຍາ, ພະແນກພື້ນເມືອງຈີນ ແລະ ພະແນກອື່ນໆ. ພ້ອມ​ນີ້, ຍັງ​ມີສິ່ງອໍານວຍຄວາມສະດວກ ໃນການຮັກສາສຸຂະພາບຄົບວົງຈອນມີເຄື່ອງມື-ອຸປະກອນການແພດທີ່ທັນສະໄໝມີແພດໝໍພະຍາບານ ທີ່ມີຄວາມຊຳນານ​ໃນ​ການ​ປິ່ນປົວ.

 

 

ທ່ານ ບຸນແຝງ ພູມມະໄລສິດ ​ໄດ້​ມີ​ຄໍາ​ເຫັນວ່າ: ການບໍລິການທາງການແພດທີ່ດີ ມີຄຸນນະພາບ ແມ່ນຄວາມຮຽກຮອ້ງຕ້ອງການຂອງສັງຄົມ ແລະ ປະຊາຊົນບັນດາເຜົ່າ, ກະຊວງສາທາລະນະສຸກ ຍາມໃດກໍພັດທະນາ ແລະ ປັບປຸງຄຸນນະພາບ ແລະ ການບໍລິການ, ເປັນໃຈການຂອງລະບົບ ສາທາລະນະສຸກ ໂດຍນໍາໃຊ້ຊັບພະຍາກອນທີ່ມີຈໍາກັດ. ໂຮງໝໍແຫ່ງນີ້, ມີການອອກແບບ-ກໍ່ສ້າງ ທີ່ໄດ້ມາດຕະຖານດີສົມຄວນ ດ້ານອາຄານສະຖານທີ່, ສິ່ງອໍານວຍຄວາມສະດວກ ອຸປະກອນການແພດ ແລະ ລະບົບການບໍລິຫານ ແລະ ວິຊາການມີປະສົບການຫລາຍປີພາຍຫລັງທີ່ເປີດນໍາໃຊ້ແລ້ວ ຈະຊ່ວຍຍົກສູງຄຸນນະ ພາບຊີວິດການເປັນຢູ່ ຂອງປະຊາຊົນແຂວງຄໍາມ່ວນ ກໍຄື ແຂວງອ້ອມຂ້າງ ແລະ ຊາວຕ່າງປະເທດທີ່ມາລົງທຶນພາຍໃນພາກກາງ ແລະ ພາກໃຕ້ຂອງລາວ. ພ້ອມ​ນີ້, ທ່ານ​ຍັງ​ໄດ້ສະ​ແດງ​ຄວາມ​ຫວັງ​ວ່າ ພາຍຫລັງ​ເປີດ​ນໍາ​ໃຊ້​ແລ້ວ ​ໂຮງໝໍ​ແຫ່ງ​ນີ້​ ຈະສືບຕໍ່ພັດທະນາດ້ານວິຊາການ ແລະ ການບໍລິການຈັດການ ໃຫ້ຄົນເຈັບປອດໄພຫາຍດີ ຈາກການເຈັບເປັນ ແລະ ມີການຮ່ວມມືກັບພາກລັດ ກໍຄື ໂຮງໝໍແຂວງຄຳມ່ວນໂຮງໝໍເມືອງ ເພື່ອສົມທົບກັນແລກປ່ຽນບົດຮຽນ, ປະສົບການ, ການບໍລິການວິຊາ, ການບໍລິຫານໂຮງໝໍຢ່າງຮອບດ້ານ, ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການຮ່ວມກັນ. ນອກນັ້ນທາງດ້ານລາຄາການບໍລິການ ກໍໃຫ້ສົມເຫດສົມຜົນ ​ແລະ ເປັນທຳ.

 

 

ໂຮງໝໍສາກົນຄຳມ່ວນແຫ່ງນີ້, ຍັງມີຂະແໜງຢາພື້ນເມືອງຈີນ ທີ່ກວດສຸຂະພາບດ້ວຍຈັບຊີບພະ ຈອນປັກເຂັມດູດເລືອດລົມ ດ້ວຍຫລອດແກ້ວ ແລະ ອື່ນໆ ເຊິ່ງເປັນອີກທາງເລືອກໜຶ່ງ ໃນການໃຫ້ບໍລິການ ແກ່ຜູ້ມາໃຊ້ບໍລິການ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ