Copy of site cover (35)
10 AI ສ້າງວິດີໂອ ໂຕໃດດີ 2025 ເຮັດຮູບສວຍ ໃຊ້ງານໄດ້ຈິງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 June, 2025

10 AI ສ້າງວິດີໂອ ໂຕໃດດີ 2025 ເຮັດຮູບສວຍ ໃຊ້ງານໄດ້ຈິງ

AI ສ້າງວິດີໂອ ແມ່ນເທັກໂນໂລຢີທີ່ກຳລັງໄດ້ຮັບຄວາມນິຍົມຢ່າງຫຼາຍໃນເວລານີ້ ທ່າມກາງວົງການຄົນເຮັດວຽກ ເພື່ອໃຊ້ໃນການເຮັດການຕະຫຼາດອອນໄລນ໌ ສ້າງໂຄສະນາ ຫາຄອນເທັນສຳລັບລົງເທິງໂຊເຊຍນມີເດຍ ແລະ ຈຸດປະສົງອື່ນໆ ອີກຫຼາຍ. ບົດຄວາມນີ້ຈະມາແນະນຳ 10 AI ສ້າງວິດີໂອ ລະດັບຄຸນະພາບ 2025 ທີ່ສາມາດຊ່ວຍໃຫ້ທ່ານສ້າງສັນຄອນເທັນວິດີໂອໄດ້ຢ່າງມີປະສິດທິພາບ. ຈະມີ AI ໂຕໃດທີ່ຫນ້າໃຊ້ແນວ ເຮົາໄປເບິ່ງກັນເລີຍ!

10 AI ສ້າງວິດີໂອໂຕໃດດີ 2025 ລະດັບຄຸນະພາບ ຂອງດີທີ່ຫ້າມພາດ ມີໂຕໃດແນວ?

1. AI ສ້າງວິດີໂອ Alisa AI

Alisa AIAI ສ້າງວິດີໂອ ທີ່ກຳລັງໄດ້ຮັບຄວາມສົນໃຈຢ່າງຫຼາຍໃນປີ 2025 ນີ້ ເພາະ Alisa ສາມາດສ້າງພາບວິດີໂອໃນຈິນຕະນາການຂອງເຮົາໃຫ້ອອກມາເປັນຉາກຄຸນະພາບສູງ ທີ່ສວຍງາມລະດັບເຄື່ອງພາບຍົນຟອມຍັກ ໄດ້ພາຍໃນເວລາບໍ່ກີ່ນາທີ ແຖມຍັງສາມາດລະບຸ ‘Sound Effect’ ທີ່ຕ້ອງການໄດ້ອີກດ້ວຍ. ໃນສ່ວນ AI ສ້າງວິດີໂອສາມາດເຮັດໄດ້ສາມຮູບແບບ ໄດ້ແກ່ ‘Text to Video’ ທີ່ພິມຂໍ້ຄວາມແລ້ວໃຫ້ AI ສ້າງວິດີໂອຈາກຂໍ້ຄວາມທັນທີ, ‘Image to Video’ ທີ່ຈະໃຫ້ AI ສ້າງວິດີໂອຈາກຮູບພາບ ແລະ ຟີເຈີທີ່ເປັນຈຸດເດັ່ນຄື ‘Character to Video’ ທີ່ໃຫ້ຜູ້ໃຊ້ສົ່ງຮູບໜ້າຫຼືຕົວລະຄອນທີ່ຕ້ອງການ ຈາກນັ້ນ AI ຈະລັອກໜ້າຕົວລະຄອນນັ້ນໄວ້ແລະສ້າງວິດີໂອຂຶ້ນມາໃໝ່ຕາມສະຖານະການທີ່ກຳນົດ.

2. AI ສ້າງວິດີໂອ Kling AI

Kling AI – ເປັນຫນຶ່ງໃນ AI ສ້າງວິດີໂອ ຈາກບໍລິສັດ Kuaishou ປະເທດຈີນ ສາມາດ ‘ແປງຂໍ້ຄວາມເປັນວິດີໂອ (Text-to-Video)’ ຄວາມລະອຽດສູງລະດັບ 1080p ທີ່ 30 ເຟມຕໍ່ວິນາທີ ເຮັດໃຫ້ໄດ້ວິດີໂອທີ່ຄົມຊັດແລະລື່ນໄຫຼ.

3. AI ສ້າງວິດີໂອ Runway ML

Runway ML – ເປັນ AI ສ້າງວິດີໂອ ທີ່ສາມາດໃຊ້ງານໄດ້ຜ່ານເວັບໄຊ ໂດຍມີຟີເຈີເດັ່ນຄື ‘Text/Image to Video’ ທີ່ໃຫ້ຜູ້ໃຊ້ສາມາດໂຍນຮູບພາບແລະພິມຂໍ້ຄວາມ (prompt) ເພື່ອສ້າງວິດີໂອສັ້ນໆ ທີ່ສາມາດນຳໄປໃຊ້ໃນການຕັດຕໍ່ກັບງານໂປຣດັກຊັນໄດ້.

4. AI ສ້າງວິດີໂອ Hailuo AI

Hailuo AI – ເຄື່ອງມື AI ສ້າງວິດີໂອ ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງວິດີໂອລະດັບ HD 1080p ຈາກຂໍ້ຄວາມໄດ້ຢ່າງໄວ ພ້ອມເອັບເຟັກຮູບພາບຍົນລະດັບມືອາຊີບ.

5. AI ສ້າງວິດີໂອ Sora AI

Sora AIAI ສ້າງວິດີໂອ ຈາກ OpenAI ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງວິດີໂອຈາກຂໍ້ຄວາມຫຼືຮູບນິ່ງໄດ້ຢ່າງງ່າຍດາຍ ໂດຍມີຟີເຈີ ‘Text-to-Video’ ທີ່ແປງຂໍ້ຄວາມເປັນວິດີໂອ, ‘Image-to-Video’ ທີ່ເພີ່ມການເຄື່ອນໄຫວໃຫ້ກັບຮູບນິ່ງ ແລະ ‘Remix Tool’.

6. AI ສ້າງວິດີໂອ HeyGen

HeyGenAI ສ້າງວິດີໂອ ທີ່ໃຊ້ເທັກໂນໂລຢີ Generative AI ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງວິດີໂອຈາກຂໍ້ຄວາມຫຼືສະຄິບໄດ້ງ່າຍໆ ໂດຍການເລືອກ Avatar ທີ່ຕ້ອງການແລະໃສ່ສຽງຕາມທີ່ຕ້ອງການ.

7. AI ສ້າງວິດີໂອ LUMA AI

LUMA AI Dream MachineAI ສ້າງວິດີໂອ ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງແລະປັບປຸງວິດີໂອໄດ້ທັນທີ ເພີ່ງແຄ່ກຳຂໍ້ຄວາມຫຼືອັບໂຫຼດຮູບ ລະບົບ AI ຈະສ້າງວິດີໂອໃໝ່ຫຼືປ່ຽນຮູບພາບໃຫ້ກາຍເປັນວິດີໂອໄດ້ຢ່າງງ່າຍດາຍ.

8. AI ສ້າງວິດີໂອ Canva AI Video Generator

Canva AI Video GeneratorAI ສ້າງວິດີໂອ ທີ່ເປີດຕົວຜ່ານ Magic Media ຊ່ວຍໃຫ້ຜູ້ໃຊ້ສາມາດແປງຂໍ້ຄວາມເປັນວິດີໂອໄດ້ໃນຄລິກດຽວ ໂດຍບໍ່ຕ້ອງໃຊ້ເວລານານໃນການຄົ້ນຫາຟຸດເທັດຫຼືເຣັນເດີວິດີໂອ.

9. AI ສ້າງວິດີໂອ PIKA AI

PIKA AIAI ສ້າງວິດີໂອ ທີ່ໂດດເດັ່ນໃນດ້ານການສ້າງວິດີໂອທີ່ມີຄຸນະພາບສູງແລະສົມຈິງ ໂດຍລ່າສຸດໄດ້ເປີດຕົວຟີເຈີ ‘Pikaframes’ ຊຶ່ງຊ່ວຍໃຫ້ການເຄື່ອນໄຫວຂອງວິດີໂອເບິ່ງລື່ນໄຫຼຍິ່ງຂຶ້ນ.

10. AI ສ້າງວິດີໂອ KREA

KREA AIAI ສ້າງວິດີໂອ ທີ່ໂດດເດັ່ນໃນປີ 2025 ດ້ວຍຄວາມສາມາດໃນການສ້າງຮູບແລະວິດີໂອແບບເຣລໄທມ໌ ຜູ້ໃຊ້ສາມາດປັບແຕ່ງງານສິລະປະຫຼືວິດີໂອໄດ້ທັນທີຈາກຄຳແນະນຳ ພ້ອມຟີເຈີທີ່ຊ່ວຍໃຫ້ຂະຫຍາຍຮູບໄດ້ເຖິງ 8 ເທົ່າ.

ຍຸກທີ່ມະນຸດໃຊ້ AI ສ້າງວິດີໂອ ຮູບພາບ ແລະ ວຽກຕ່າງໆ ມາເຖິງແລ້ວ

10 AI ສ້າງວິດີໂອ ທີ່ກ່າວເຖິງຂ້າງເທິງ ເປັນພຽງຫນຶ່ງໃນຕົວຢ່າງຂອງເທັກໂນໂລຢີທີ່ຊ່ວຍຍົກລະດັບການເຮັດວຽກຂອງມະນຸດ. ປັດຈຸບັນຫຼາຍວົງການເລີ່ມໃຊ້ AI ເປັນຜູ້ຊ່ວຍໃນການສ້າງສັນຜົນງານທີ່ມີຄຸນະພາບແລະແຕກຕ່າງຫຼາຍຂຶ້ນ ບໍ່ແມ່ນເພື່ອແທນທີ່ມະນຸດ ແຕ່ເພື່ອເສີມພະລັງຄວາມຄິດສ້າງສັນ ແລະ ເພີ່ມປະສິດທິພາບໃນການເຮັດວຽກ. ອະນາຄົດຂອງ AI ຈຶ່ງບໍ່ແມ່ນເລື່ອງໜ້າກົວ ແຕ່ເປັນໂອກາດທີ່ໜ້າຕື່ນເຕັ້ນໃນການຮ່ວມກັນສ້າງສິ່ງໃໝ່ໆ ຢ່າງບໍ່ມີຂີດຈຳກັດ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ