pele (9)
ອັນຕະລາຍ "ອັດປຣາໂຊແລມ" ປະສົມເຄື່ອງດື່ມ ໃສ່ເກີນຂະໜາດສຽງຕໍ່ຊີວິດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

“ອັດປຣາໂຊແລມ” ຢາຄວບຄຸມທີ່ຕ້ອງໃຊ້ພາຍໃຕ້ໃບສັ່ງແພດ ຖືກພົບຫຼຸດນອກລະບົບ ມີຄວາມສ່ຽງຖືກນຳໄປໃຊ້ຜິດຈຸດປະສົງ ແລະ ກໍ່ອາຊະຍາກຳ ຄະດີ “ໝໍແອ” ເປີດເຜີຍການສັ່ງຊື້ຢາຈາກ 11 ຄີນິກ ກະຕຸ້ນຄຳຖາມກ່ຽວກັບການຄວບຄຸມຢາວັດຖຸອອກປະເພດທີ 2 ທີ່ອາດເກີດຈາກເອກະສານປອມ ແລະ ຜົນປະໂຫຍດມະຫາສານ

 

 

ມື້ນີ້ (11 ມິຖຸນາ 2025) “ອັດປຣາໂຊແລມ” ຕ້ອງໃຊ້ຕາມທີ່ແພດສັ່ງເທົ່ານັ້ນ. ການນຳໄປປະສົມ ຫຼື ເກີນຂະໜາດ ອາດເປັນອັນຕະລາຍເຖິງຊີວິດ. ແຕ່ພົບວ່າຢາຕົວນີ້ຫຼຸດອອກໄປນອກລະບົບຈາກຫຼາຍຊ່ອງທາງ.

 

ຂໍ້ມູນຈາກສຳນັກງານຄະນະກຳມະການອາຫານ ແລະ ຢາ ລະບຸວ່າ “ອັດປຣາໂຊແລມ” ມີຊື່ທາງການຄ້າວ່າ “ຢາໂຊແລມ” ຫຼື “ຊາເນັກ” ຈັດເປັນວັດຖຸອອກເປັນປະເພດທີ 4 ຕາມ ພ.ຣ.ບ.ວັດຖຸທີ່ອອກລິດຕໍ່ຈິດ ແລະ ປະສາດ ພ.ສ.1975. ແຕ່ກະຊວງສາທາລະນະສຸກໄດ້ອອກປະກາດໃໝ່ປີ 2012 ຍົກລະດັບການຄວບຄຸມ “ອັດປຣາໂຊແລມ” ຈາກວັດຖຸອອກເປັນປະເພດທີ 4 ຂຶ້ນເປັນວັດຖຸອອກປະເພດທີ 2 ຕາມປະມວນກົດໝາຍຢາເສບຕິດໃນປັດຈຸບັນ

 

ການສັ່ງຊື້ຢາປະເພດນີ້ ພະຍາບານຕ້ອງມີໃບຄຳສັ່ງຊື້ຢາອອກຕໍ່ຈິດປະສາດ ຕໍ່ສຳນັກງານຄະນະກຳມະການອາຫານ ແລະ ຢາເທົ່ານັ້ນ

 

ຈາກຄະດີຫຼ້າສຸດ ປະກົດຊື່ ພ.ຕ.ອ.ຍິງ .ອັນຊຸລີ ທີລະວົງໄພສານ ຫຼື “ໝໍແອ” ຢູ່ໃນໃບຄຳສັ່ງຊື້ຂອງຄລີນິກເຖິງ 11 ແຫ່ງ ຈຶ່ງມີຄວາມສ່ຽງຫາກຢາຕົວນີ້ຫຼຸດອອກໄປ:

 

  1. ອາດຈະໄປຮອດມືຜູ້ປ່ວຍທີ່ຈຳເປັນຕ້ອງໃຊ້ຢາຈິງໆ ແຕ່ອາດເປັນການໃຊ້ໂດຍບໍ່ໄດ້ຢູ່ໃນການຄວບຄຸມຂອງແພດ
  2. ຜູ້ຮັບຢາອາດບໍ່ໄດ້ໃຊ້ເອງ ແຕ່ນຳໄປໃຊ້ຜິດຈຸດປະສົງ ຈຶ່ງມີຄວາມສ່ຽງທີ່ຢາຈະຖືກນຳໄປໃຊ້ໃນການກໍ່ເຫດອາຊະຍາກຳຕ່າງໆ

“ອັດປຣາໂຊແລມ” ມີລິດຕໍ່ລະບົບປະສາດສ່ວນກາງ ແລະ ສົ່ງຜົນຢ່າງວ່ອງໄວຕໍ່ຜູ້ທີ່ເພີ່ງໃຊ້ເປັນຄັ້ງທຳອິດ ຈຶ່ງມີຜູ້ນຳຢານີ້ໄປໃຊ້ປະໂຫຍດໃນທາງທີ່ຜິດ ເຊັ່ນ: ປະສົມກັບເຄື່ອງດື່ມແອວກໍຮໍ. ນາຍຍົກສະມາຄົມເພສັດຊະກອນໂຮງໝໍ (ປະເທດໄທ) ເປີດເຜີຍວ່າ ຢາປະເພດນີ້ຖືກໃຊ້ໃນທາງທີ່ຜິດມາຫຼາຍກວ່າ 10 ປີແລ້ວ

 

ນພ.ພູມິປະພົບ ສຸນສຸກ ຈິດຕະແພດຜູ້ໃຫຍ່ ໂຮງໝໍແບງກອກ ເມັນທັນ ເຮວທ໌ (BMHH) ກ່າວວ່າ ຢາຊະນິດນີ້ອອກລິດໄວ ຫາກກິນຢາໃນປະລິມານສູງ ຫຼື ໂດດສູງ ເຊັ່ນ: ຫຼາຍກວ່າ 2 ມິລິກຣາມຂຶ້ນໄປ ຈະເກີດອາການເຄີ່ມສຸກ ຈຶ່ງຕ້ອງຄວບຄຸມການໃຊ້ຢາ. ແລະ ຫາກຢາຫຼຸດອອກໄປໃຊ້ນອກລະບົບ ຈະເປັນອັນຕະລາຍຢ່າງຫຼວງຫຼາຍ.

 

ສ່ວນເລຂາທິການແພດທະຍະສະພາ ລະບຸວ່າ ແພດທະຍະສະພາໄດ້ຕັ້ງຄະນະກຳມະການດຳເນີນຄະດີທາງຈະລິຍະທຳກັບໝໍແອ ໂດຍຈະພິຈາລະນາຕາມຂໍ້ເທັດຈິງ. ແລະ ຍັງລະບຸເຖິງການຄວບຄຸມຢາ “ອັດປຣາໂຊແລມ” ວ່າ ໃນທາງປະຕິບັດ ອຍ.ຄວບຄຸມຢ່າງລັດກຸມແລ້ວ ທັງເຮັດທະບຽນຊື່, ລາຍລະອຽດທີ່ຄົນໄຂ້ຕ້ອງໃຊ້ ເພື່ອນຳໄປຍື່ນຂໍສັ່ງຊື້. ເມື່ອຢາຫຼຸດອອກນອກລະບົບ ຈຶ່ງເຊື່ອວ່າໜ້າຈະເປັນເພາະມີການເຮັດເອກະສານປອມຂຶ້ນມາ ເຊັ່ນ: ຊື່ຜູ້ໃຊ້ “ບໍ່ມີຢູ່ຈິງ”

 

ໃນອະດີດເຄີຍມີຂໍ້ຮ້ອງຮຽນທີ່ແພດລັກລອບນຳອັດປຣາໂຊແລມໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ ຊຶ່ງໄດ້ດຳເນີນຄະດີ ແລະ ລົງໂທດໄປແລ້ວ ທັງໂທດຂອງແພດທະຍະສະພາ ແລະ ກົດໝາຍອາຍາ ເນື່ອງຈາກຖືວ່າເປັນຢາເສບຕິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ