pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 12 June, 2025

ອຸທະຍານແຫ່ງຊາດແກ່ງກະຈານ ເຜີຍຜົນສຳຫຼວດລ່າສຸດພົບເຫັນສັດປ່າຫຼາກຫຼາຍຊະນິດ ລວມເຖິງຄົ້ນພົບເຫັນ “ເປັດຄັບແຄ” ນົກນ້ຳຂະໜາດນ້ອຍ ເປັນຄັ້ງທຳອິດໃນພື້ນທີ່ ຊີ້ໃຫ້ເຫັນຄວາມສົມບູນຂອງລະບົບນິເວດປ່າມໍລະດົກໂລກ

 

ມື້ນີ້ (12 ມີຖຸນາ 2025) ທ່ານມົງຄົນ ໄຊຍະພັກດີ ຫົວໜ້າອຸທະຍານແຫ່ງຊາດແກ່ງກະຈານ ເປີດເຜີຍຜົນການສຳຫຼວດປະຈຳເດືອນ ມີຖຸນາ 2025 ທີ່ດຳເນີນການຮ່ວມກັບສະມາຄົມອະນຸລັກສັດປ່າ WCS ປະເທດໄທ ພາຍໃຕ້ໂຄງການ “ການຕິດຕາມສັດປ່າໃນພື້ນທີ່ກຸ່ມປ່າແກ່ງກະຈານ” ໂດຍໃຊ້ກ້ອງດັກຖ່າຍພາບສັດປ່າ (Camera Trap)

 

ການສຳຫຼວດຄັ້ງນີ້ບໍ່ພຽງແຕ່ໃຫ້ຂໍ້ມູນທາງວິຊາການເທົ່ານັ້ນ ແຕ່ຍັງຊ່ວຍປ້ອງກັນການລ່າສັດປ່າຜິດກົດໝາຍອີກດ້ວຍ ຈາກການຕິດຕັ້ງກ້ອງດັກຖ່າຍໃນພື້ນທີ່ຕ່າງໆ ຂອງອຸທະຍານ ພົບເຫັນສັດປ່າທີ່ຫຼາກຫຼາຍ ໄດ້ແກ່ ຊ້າງປ່າ, ເສືອດາວ, ສົມເສັດ, ນາກເລັບສັ້ນ

 

ນອກຈາກນີ້ ການສຳຫຼວດຄັ້ງນີ້ຍັງພົບເຫັນເປັດຄັບແຄ (Nettapus coromandelianus) ເປັນຄັ້ງທຳອິດໃນອຸທະຍານແຫ່ງຊາດແກ່ງກະຈານ ການຄົ້ນພົບເຫັນນີ້ຖືເປັນລາຍງານທຳອິດທີ່ສະແດງໃຫ້ເຫັນເຖິງຄວາມສົມບູນ ແລະ ຊັບຍະພາບຂອງຜືນປ່າມໍລະດົກໂລກແຫ່ງນີ້ຢ່າງຊັດເຈນ “ເປັດຄັບແຄ” ເປັນນົກນ້ຳຂະໜາດນ້ອຍທີ່ມີຄວາມສຳຄັນທາງນິເວດວິທະຍາ ການປາກົດຕົວໃນພື້ນທີ່ສະແດງໃຫ້ເຫັນວ່າລະບົບນິເວດຂອງແກ່ງກະຈານມີຄວາມຫຼາກຫຼາຍ ແລະ ສົມບູນຫຼາຍຍິ່ງຂຶ້ນ

 

 

 

ທ່ານມົງຄົນ ເນັ້ນເວົ້າວ່າ ການຄົ້ນພົບເຫັນຄັ້ງນີ້ບໍ່ພຽງແຕ່ເປັນຂ່າວດີສຳລັບໂລກການອະນຸລັກເທົ່ານັ້ນ ແຕ່ຍັງເປັນເຄື່ອງຢືນຢັນວ່າການເບິ່ງແຍ່ງຮັກສາປ່າໄຜ່ເປັນໄປຢ່າງມີປະສິດທິພາບ ແລະ ຍັງຄົງເປັນສະຖານທີ່ປອດໄພສຳລັບສິ່ງມີຊີວິດທຸກຊະນິດທີ່ເອີ້ນບ່ອນນີ້ແມ່ນບ້ານ

 

ກຸ່ມປ່າແກ່ງກະຈານ ນັບວ່າມີຄວາມສຳຄັນຢ່າງຫຼາຍ ເພາະນອກຈາກຈະເປັນປ່າຕົ້ນນ້ຳສຳຄັນຂອງແມ່ນ້ຳເພັດບູຣີ ແລະ ແມ່ນ້ຳປຣານບູຣີແລ້ວ ຍັງເປັນທີ່ຢູ່ອາໄສຂອງສັດປ່າຫຼາກຫຼາຍຊະນິດ ຈົນໄດ້ຮັບການຍອມຮັບເປັນມໍລະດົກໂລກຈາກອົງການຢູເນສໂກ ຄວາມສຳເລັດນີ້ສະທ້ອນເຖິງຜົນສຳເລັດຂອງການອະນຸລັກຊັບພະຍາກອນປ່າໄມ້ ຄວາມຫຼາກຫຼາຍທາງຊີວະພາບ ແລະ ຊະນິດພັນພືດ-ສັດທີ່ມີຄຸນຄ່າລະດັບໂລກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ