
ຈາກງານສຳມະນາ VivaTech, ປະທານບໍລິຫານ NVIDIA ທ່ານ Jensen Huang ໄດ້ເປີດເຜີຍວ່າບໍລິສັດກຽມສ້າງແພລັດຟອມ AI Cloud ສຳລັບແອັບພລິເຄຊັນຂະແໜງອຸດສາຫະກຳໃນເຢຍລະມັນ ພ້ອມກັບຕັ້ງເປົ້າເພີ່ມຂີດຄວາມສາມາດດ້ານ AI ໃນພູມິພາກໃຫ້ເພີ່ມຂຶ້ນປະມານ 10 ເທົ່າ
ໂດຍ NVIDIA ຈະສ້າງແພລັດຟອມ AI Cloud ຜ່ານການຜະສົມຜະສານເທັກໂນໂລຢີ AI ແລະ Robotics ເພື່ອໃຫ້ຜູ້ຜະລິດລົດຍົນຕ່າງໆ ເຊັ່ນ BMW, Mercedes-Benz ນຳໃຊ້ໃນຂະບວນການຈຳລອງການອອກແບບຜະລິດຕະພັນ ຫຼື ການຈັດການໂລຈິສຕິກ
“ພາຍໃນສອງປີ, ພວກເຮົາຈະເພີ່ມຂີດຄວາມສາມາດໃນການປະມວນຜົນ AI ໃນຢູໂຣບໃຫ້ເປັນ 10 ເທົ່າ” ປະທານບໍລິຫານ NVIDIA ທ່ານ Jensen Huang ໄດ້ກ່າວໃນງານ
ຢ່າງໃດກໍຕາມ, NVIDIA ບໍ່ໄດ້ລະບຸຢ່າງຊັດເຈນວ່າຈະສ້າງໂຮງງານດ້ວຍມູນຄ່າເທົ່າໃດ ຫຼື ວ່າຈະເລີ່ມກໍ່ສ້າງໃນຊ່ວງເວລາໃດແນ່ນອນ ຫາກແຕ່ຖ້າສິ່ງນີ້ເກີດຂຶ້ນຈິງ ກໍ່ຈະຊ່ວຍສະໜັບສະໜູນໃຫ້ພູມິພາກຢູໂຣບອາດຈະກັບຄືນມາມີບົດບາດໃນວົງການ AI ອີກຄັ້ງຫນຶ່ງໃນອະນາຄົດອັນໃກ້ນີ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |