Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 June, 2025

ການພັດທະນາ Windows ຂອງ Microsoft ນັ້ນ ມັກຈະມາພ້ອມກັບຄວາມສາມາດໃໝ່ໆ ຢູ່ສະເໝີ ຊຶ່ງຫຼາຍຢ່າງນັ້ນກໍເປັນທີ່ໜ້າປະທັບໃຈສຳລັບຜູ້ໃຊ້ງານ ຫຼາຍຢ່າງສ້າງຄວາມລຳຄານ ແລະບາງຢ່າງກໍສາມາດເຮັດໃຫ້ຜູ້ໃຊ້ງານຫຼາຍລາຍສົງໄສວ່າເວລາໃຊ້ງານຈິງນັ້ນຈະເປັນແນວໃດ

ຈາກລາຍງານໂດຍເວັບໄຊທ໌ Bleeping Computer ໄດ້ກ່າວເຖິງການທີ່ Microsoft ເປີດຕົວລະບົບອັບເດດຮູບແບບໃໝ່ທີ່ Microsoft ກ່າວວ່າເປັນແພລດຟອມທີ່ຈະລວມຂໍ້ມູນຂອງທຸກສິ່ງທຸກຢ່າງທີ່ຢູ່ໃນລະບົບ Windows ຕັ້ງແຕ່ລະບົບປະຕິບັດການ, ແອັບພລິເຄຊັນຕ່າງໆ, ລວມທັງຮາດແວທີ່ຕິດຕັ້ງຢູ່ໃນເຄື່ອງໃຫ້ສາມາດອັບເດດໃໝ່ໄດ້ໂດຍຜ່ານແຕ່ຊ່ອງທາງດຽວ ເພື່ອໃຫ້ເຄື່ອງນັ້ນຢູ່ໃນສະພາບທີ່ເອີ້ນວ່າ “ອັບເດດແບບຍົກເຄື່ອງ” ໂດຍ Microsoft ພຽງແຕ່ລະບຸວ່າ ລະບົບດັ່ງກ່າວຄື “Update Orchestration Platform” ຊຶ່ງເປັນແພລດຟອມທີ່ຖືກສ້າງໂດຍຢູ່ເທິງພື້ນຖານຂອງລະບົບ Windows Update

Microsoft ໄດ້ໃຫ້ຄຳອະທິບາຍໄວ້ສຳລັບຜູ້ໃຊ້ງານທີ່ເປັນສະມາຊິກທີມພັດທະນາຜະລິດຕະພັນ IT ແລະນັກພັດທະນາຕ່າງໆ ວ່າ ສາມາດເຂົ້າຮ່ວມ (Onboard) ລະບົບໃໝ່ນີ້ໄດ້ຜ່ານທາງ Windows Runtime (WinRT) APIs ຫຼືຜ່ານທາງການໃຊ້ງານຄຳສັ່ງ PowerShell ຫຼັງຈາກທີ່ໄດ້ເຂົ້າຮ່ວມຮັບຊົມການນຳສະເໜີແບບສ່ວນຕົວ (Private Preview) ຈາກ Microsoft ໂດຍສາມາດເຂົ້າຮ່ວມໄດ້ພຽງສົ່ງອີເມວໄປຍັງ unifiedorchestrator@service.microsoft.com

ຫຼັງຈາກທີ່ຜູ້ໃຊ້ງານທີ່ເປັນທີມພັດທະນາໄດ້ເຂົ້າຮ່ວມເປັນສ່ວນໜຶ່ງຂອງໂຄງການໃນຖານະຜູ້ແຈກຈ່າຍອັບເດດ (Update Provider) ເພື່ອເຂົ້າຮ່ວມເປັນສ່ວນໜຶ່ງໃນການທົດລອງໃຊ້ງານເພື່ອເຂົ້າໃຈລະບົບແລ້ວ ເຄື່ອງມືສະແກນຂອງໂຄງການຈະສະແກນຫາອັບເດດທີ່ຍັງຄ້າງຢູ່ (Pending Updates) ເປັນປະຈຳ ຈາກນັ້ນ Orchestrator ຈະດາວໂຫຼດອັບເດດດັ່ງກ່າວເພື່ອອັບເດດໃນໄລຍະທີ່ຖືກທົດສອບແລ້ວວ່າ ຈະສາມາດອັບເດດໄດ້ດີທີ່ສຸດໂດຍທີ່ບໍ່ເປືອງຊັບພະຍາກອນຂອງລະບົບ (Optimal Time) ໂດຍພິຈາລະນານຳກິດຈະກຳຂອງຜູ້ໃຊ້ງານ, ລະດັບພະລັງງານທີ່ໃຊ້ໃນເຄື່ອງ, ແລະລະດັບການໃຊ້ງານເຄືອຂ່າຍ

ດ້ວຍລະບົບໃໝ່ນີ້ ລະບົບຈະເຂົ້າມາອຳນວຍຄວາມສະດວກໃນການອັບເດດແບບຮອບດ້ານ ບໍ່ວ່າຈະເປັນ ການຈັດການໃນການບູດເຄື່ອງໃໝ່ຫຼັງອັບເດດ (Restart), ການເຕືອນເຖິງເສັ້ນຕາຍໃນການອັບເດດ, ລວມໄປເຖິງການຕັ້ງເວລາອັບເດດໃໝ່ຢ່າງອັດຕະໂນມັດ ຖ້າອັບເດດລົ້ມເຫຼວໂດຍທີ່ຜູ້ດູແລລະບົບບໍ່ຈຳເປັນຕ້ອງເຂົ້າມາຈັດການເອງ ເປັນຕົ້ນ

ໂດຍການປ່ຽນແປງໃນຄັ້ງນີ້ Microsoft ລະບຸວ່າ ຈະຊ່ວຍໃຫ້ຜູ້ທີ່ຕ້ອງຮັບຜິດຊອບດ້ານການອັບເດດລະບົບສາມາດເຮັດວຽກໄດ້ງ່າຍກວ່າເດີມຂຶ້ນມາ ເນື່ອງຈາກແຕ່ເດີມນັ້ນການເຮັດວຽກອັບເດດລະບົບທີ່ກ່ຽວຂ້ອງກັບລະບົບນິເວດຂອງ Windows (Windows Ecosystem) ນັ້ນເປັນວຽກທີ່ຂ້ອນຂ້າງສັບສົນ ງ່າຍຕໍ່ການຕົກຫຼົ່ນ ຊຶ່ງ Microsoft ເອງຄາດຫວັງວ່າລະບົບການອັບເດດແບບລວມສູນຢ່າງຄົບຖ້ວນນີ້ຈະເຂົ້າມາຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ດູແລລະບົບ

ສຳລັບຫົວໜ້ວຍງານໃດທີ່ສົນໃຈໃນລະບົບການອັບເດດແບບຄົບຖ້ວນນີ້ ຂໍໃຫ້ຕິດຕາມຂ່າວຢ່າງໃກ້ຊິດ ຫຼືອາດສອບຖາມກັບ Microsoft ໂດຍກົງ ເນື່ອງຈາກຍັງບໍ່ມີການປະກາດຢ່າງເປັນທາງການເຖິງການປ່ອຍໃຊ້ງານໃຫ້ກັບລູກຄ້າທົ່ວໄປໃນເວລານີ້ແຕ່ຢ່າງໃດ

ຂ່າວຈາກ:https://www.bleepingcomputer.com/news/microsoft/microsoft-wants-windows-to-update-all-software-on-your-pc/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ