
ຮອງລັດຖະມົນຕີກະຊວງ ສສກ ມອບເງິນໃຫ້ນັກກິລາຄວ້າຫຼຽນຄຳ 10 ລ້ານ ແລະ ຫຼຽນທອງຄົນລະ 4 ລ້ານກີບການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ ໃນຊີເກມຄັ້ງທີ 32 ຈັດຂຶ້ນທີ່ປະເທດກຳປູເຈຍ ຮອດວັນທີ 4 ພຶດສະພາ ທັບນັກກິລາລາວ ຄວ້າໄດ້ 1 ຫຼຽນຄຳ ແລະ 3 ຫຼຽນທອງແດງ ປະກອບມີ: ຫຼຽນຄຳ ປະເພດ MEN SINGGLE BARE HAND FORM ຈາກທ້າວ ກອງ
ເງີນ ອິນທິສານ; ຫຼຽນທອງແດງ 3 ຫຼຽນ ມີຄື: ປະເພດ MEN SINGGLE BAMBOO SHIELD FORM ຈາກ ທ້າວ ອານຸສອນ ວັນນະລາດ; ປະເພດ MEN SINGGLE BOKATOR SPIRIT FORM ຈາກ ທ້າວ ນະລົງກອນ ສຸດທິວັນນາ ແລະ ປະເພດ WOMEN SINGGLE BARE SHIELD FORM ຈາກ ນາງ ສົມຫວັງ ທະນີແສງ.
ເຊີ່ງໃນການແຂ່ງຂັນລາຍການນີ້ ແມ່ນໄດ້ຮັບກຽດເຂົ້າຕິດຕາມສົ່ງກຳລັງຈາກການນຳຂອງລາວເຮົາ ແລະ ຍັງໄດ້ຮັບກຽດມອບເງີນລາງວັນໃຫ້ແກ່ນັກກິລາທີ່ໄດ້ຮັບຫຼຽນ ໂດຍ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະກອບມີ ຫຼຽນຄຳ 10 ລ້ານກີບ, ຫຼຽນທອງແດງ ຄົນລະ 4 ລ້ານກີບ.
ຂ້ໍມູນ-ພາບ: ກົມກິລາລະດັບສູງ ກະຊວງສຶກສາທິການແລະກິລາ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














