pele (20)
ສ​ປ​ປ ລາວ ກຽມ​ສົ່ງເຂົ້າອອກໄປ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ແລະ ບັງ​ກລາ​ເທດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 June, 2025

ລາວ ກຳ​ລັງ​ກະ​ກຽມ ສົ່ງ​ເຂົ້າອອກໄປປະ​ເທດ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ​ຊິ່ງ​ປະ​ຈຸ​ບັນ ຢູ່​ໃນ​ຂັ້ນ​ຕອນ​ສົ່ງ​ອອກ​ທົດ​ລອງ ເຂົ້າ ລວມ​ທັງ ກາ​ເຟ ແລະ ໝາກ​ໄມ້ ອົບ​ແຫ້ງ ຈຳ​ນວນ​ລວມ 50 ໂຕນ

 

ພາກ​ລັດ ໄດ້ສົມ​ທົບ​ກັບ ພາກ​ທຸ​ລະ​ກິດ ທີ່​ມີ​ທ່າ​ແຮງ ຄື: ກຸ່ມ ບໍ​ລິ​ສັດ ໂຊກ​ໄຊ (ໂຮງສີເຂົ້າ ສະຫວັນນະເຂດ) ເປັນ ບໍລິສັດ​ຄູ່ຄ້າຝ່າຍລາວ ແລະ ກໍາລັງລໍຖ້າ ຝ່າຍ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຄັດເລືອກ ບໍລິສັດຄູ່ຄ້າຝ່າຍ ບ​ຣູ​ໄນ ດາ​ຣູ​ຊາ​ລາມ, ອິງ​ຕາມ ການ​ລາຍ​ງານ ​ຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX

 

ປະ​ເທດ ບັງ​ກລາ​ເທດ ກໍ່​ມີ​ຄວາມ​ສົນ​ໃຈ ສັ່ງ​ຊື້​ເຂົ້າ ຈາກ ປະ​ເທດ​ລາວ ຈຳ​ນວນ 200.000 ໂຕນ ຕໍ່ ປີ. ປັດ​ຈຸ​ບັນ ການສົ່ງອອກ ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ ກະ​ກຽມ​ສັນ​ຍາ​ຮ່ວມມື, ຄາດ​ວ່າ ຈະ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັນ ພາຍ​ໃນ ເດືອນ ມີ​ຖຸ​ນາ ຫຼື ກໍ​ລະ​ກົດ

 

ທ່ານ ລິນ​ທອງ ເວົ້າ​ວ່າ: ແຜນ​ຕໍ່​ໜ້າ ຈະ​ໄດ້​ສົມ​ທົບ​ກັບ​ພາກ​ສ່ວນ ທຸ​ລະ​ກິດ ທີ່​ມີ​ທ່າ​ແຮງ ດຳ​ເນີນ​ການ ເຊັ່ນ​ດຽວ​ກັບ​ກໍ​ລະ​ນີ ຂອງ ປະ​ເທດ ບ​ຣູ​ໄນ ດາ​ຣູ​ຊາ​ລາມ

 

ການ​ສົ່ງ​ອອກ ສິນ​ຄ້າ​ກະ​ສິ​ກຳ ຈາກ ສ​ປ​ປ ລາວ ໄປຕະຫຼາດ​ຕ່າງປະ​ເທດ ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ ​ແລະ ໝາກ​ຜົນ ຂອງ​ລັດ​ຖະ​ບານ ໃນ​ການ​​ສົ່ງ​ເສີມ​ການ​ຜະ​ລິດ ເປັນ​ສິນ​ຄ້າ ແລະ ​ເຈ​ລະ​ຈາ​ເປີດ​ຕະຫຼາດ ກັບ​ປະ​ເທດ​ຄູ່​ຄ້າ ລາຍ​ງານ​ຂອງ ທ່ານ ລັດ​ຖະ​ມົນ​ຕີ ຍັງ​ໃຫ້​ຮູ້​ອີກວ່າ: ສຳ​ລັບ ສິນ​ຄ້າ​ກະ​ສິ​ກຳ ໄດ້​​ສຳ​ເລັດການເຈ​ລະ​ຈາ ເປີດ​ຕະຫຼາດ ໂດຍ​ສະ​ເພາະ ສ​ປ ຈີນ, ຫວຽດ​ນາມ ແລະ ໄທ ປັດ​ຈຸ​ບັນ ມີ​ທັງ​ໝົດ 74 ລາຍ​ການເຈ​ລະ​ຈາ ອິງ​ຕາມບົດ​ລາຍ​ງານ ການສົ່ງອອກ ສິນຄ້າກະສິກຳ ແລະ ປ່າໄມ້ ໃນ​ໄລ​ຍະ 5 ເດືອນ ຕົ້ນປີຜ່ານມາ ປະຕິບັດໄດ້ 977 ລ້ານກວ່າ ໂດລາສະຫາລັດ ເທົ່າກັບ 65% ຂອງແຜນການສະພາແຫ່ງຊາດ ຮັບຮອງ ແລະ ຄາດວ່າໝົດປີ ຈະບັນລຸໄດ້ ລື່ນແຜນການ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ