pele (22)
ນັກກິລາເທັນນິດ ທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ທີ່ປະເທດຈໍແດນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 June, 2025
ໝວດ: ກິລາ

ທີມນັກກິລາເທັນນິດທີມຊາດລາວ ຈໍານວນ 4 ຄົນ ແລະ ຄູຝຶກ 1 ຄົນ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ຫຼື ລາຍການ ບິລີ ຈີນ ຄິງ ຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມີຖຸນາ 2025 ທີ່ປະເທດຈໍແດນ

 

 

ການແຂ່ງຂັນລາຍການນີ້, ຢູ່ກຸ່ມ 3 ມີທັງໝົດ 20 ປະເທດ ຮ່ວມແຂ່ງຂັນທີ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ, ສໍາລັບ ທີມນັກກິລາລາວ ຢູ່ຮ່ວມກັບ ຫວຽດນາມ, ກວມ, ມາເກົາ, ເມົາດິບ, ບຣູໄນ, ຊາອຸດິອາຣາເບຍ, ພູຕານ, ບາເຣນ ແລະ ຈໍແດນ (ເຈົ້າພາບ)

 

ການແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ຄັ້ງນີ້ ມີທັງໝົດ 4 ກຸ່ມ, ສໍາລັບ ກຸ່ມ 1 ແລະ ກຸ່ມ 2 ແມ່ນຢືນລໍຖ້າໃນການແຂ່ງຂັນລະດັບສູງສຸດ, ສ່ວນ ກຸ່ມ 3 ທີ່ 20 ຊາດ ແລະ ມີນັກກິລາລາວ ຮ່ວມຢູ່ນຳ ຊຶ່ງກຸ່ມນີ້ ຫາກນັກກິລາຊາດໃດຊະນະຄະແນນຫຼາຍທີ່ສຸດ ອັນດັບທີ 1 ແລະ ອັນດັບທີ 2 ຂອງກຸ່ມ ຈະຖືກເລື່ອນຂຶ້ນໄປແຂ່ງຂັນໃນກຸ່ມ 1 ແລະ ກຸ່ມ 2, ຂະນະທີ່ ກຸ່ມ 4 ກໍຈະຕ້ອງແຂ່ງຂັນເພື່ອຍາດໂຄຕ້າ ໄປແຂ່ງຂັນໃນກຸ່ມ 3 ຕາມລຳດັບ

 

 

ມື້ວັນທີ 10 ມິຖຸນາ 2025 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ທາງບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ (Wang Investment Sole Co., LTD) ໄດ້ມອບເງິນ ຈໍານວນ 4.000 ໂດລາສະຫະລັດ ຫຼື ປະມານ 85 ລ້ານກວ່າກີບ ເພື່ອສະໜັບສະໜູນໃຫ້ແກ່ທີມນັກກິລາເທັນນິດທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນເທັນນິດລາຍການນີ້, ຕາງໜ້າກ່າວມອບໂດຍທ່ານ ນາງ ຢ້າວຢ້າວ (YaoYao) ຮອງປະທານ ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
ຢ່າລື່ມກົດຕິດຕາມ