pele (24)
ເທຣນໃໝ່ມາແຮງໃນຈີນ ບໍລິການໃກ້ສ່ວນຕົວຟີວແບບໝູ່ສະນິດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 June, 2025

ເທຣນໃໝ່ມາແຮງໃນຈີນ “ບໍລິການໃກ້ສ່ວນຕົວຟີວແບບໝູ່ສະນິດ” ຫຼື “ໝູ່ທ່ຽວ” ກຳລັງເປັນທຸລະກິດທີ່ໄດ້ຮັບຄວາມນິຍົມຢ່າງວ່ອງໄວໃນໝູ່ນັກເດີນທາງລຸ້ນໃໝ່ຂອງຈີນ

 

ບໍລິການເປັນແນວໃດ?

 

Digital Marketing Agency in Laos - Emerging Digital Solutions

ເທຣນການທ່ອງທ່ຽວແນວໃໝ່ກຳລັງໄດ້ຮັບຄວາມນິຍົມໃນປະເທດຈີນ ໂດຍສະເພາະໃນກຸ່ມນັກເດີນທາງລຸ້ນໃໝ່ ທີ່ຫັນມາຈ້າງໝູ່ທ່ຽວ ຫຼື ໃກ້ທ້ອງຖິ່ນ ເພື່ອພາທ່ຽວຊ່ວຍຖ່າຍຮູບ ແລະ ໃຊ້ເວລາຮ່ວມກັນຄືກັບເປັນໝູ່ສະນິດ ບໍລິການນີ້ແຕກຕ່າງຈາກໃກ້ທົວແບບເກົ່າ ເພາະມຸ່ງເນັ້ນສ້າງຄວາມຮູ້ສຶກເປັນໝູ່ແທ້ໆ ໃຫ້ກັບລູກຄ້າ ບໍ່ແມ່ນແຕ່ການບັນຍາຍເລື່ອງສະຖານທີ່ທ່ອງທ່ຽວ

 

 

ເຊິນ ຈືຜິງ ນັກສຶກສາມະຫາວິທະຍາໄລອາຍຸ 21 ປີແມ່ນໜຶ່ງໃນໃກ້ຍອດນິຍົມທີ່ໃຫ້ບໍລິການໃນສວນສະໜຸກແຫ່ງໜຶ່ງມາດົນກວ່າ 4 ປີ ໂດຍຄິດຄ່າບໍລິການເລີ່ມຕົ້ນທີ່ 1,000 ຫຍວນຕໍ່ມື້ ຫຼື ປະມານ 2,988,000 ກີບ ໂດຍນາຍເຊີນລະບຸວ່າສວນສະໜຸກແບບນີ້ ຄົນສ່ວນໃຫຍ່ມັກມາເປັນຄູ່ ຫຼື ເປັນກຸ່ມ ແຕ່ຫາກໃຜຕ້ອງມາຄົນດຽວ ໝູ່ທ່ຽວຈະຊ່ວຍໃຫ້ຄົນທີ່ມາຄົນດຽວບໍ່ຮູ້ສຶກເຫງົາ ແລະ ສາມາດມ່ວນກັບເຄື່ອງຫຼິ້ນໄດ້ເຕັມທີ່

 

ຂະໜາດຕະຫຼາດທີ່ມີແນວໂນ້ມເຕີບໂຕ

 

ຈາກລາຍງານໂດຍບໍລິສັດຫຼັກສັບ Sinolink ເຫັນວ່າມູນຄ່າຕະຫຼາດຂອງເສດຖະກິດໝູ່ທ່ຽວໃນຈີນອາດມີມູນຄ່າສູງເຖິງ 50,000 ລ້ານຫຍວນ ພາຍໃນສິ້ນປີ 2025

 

ໂອກາດການຈ້າງວຽກ

 

ເທຣນນີ້ຍັງສ້າງໂອກາດວຽກໃໝ່ໃຫ້ກັບຄົນໜຸ່ມສາວ ຊຶ່ງອາດຈະເຮັດໃຫ້ກຸ່ມໄວລຸ້ນອາຍຸ 16-24 ປີທີ່ວ່າງວຽກຢູ່ປະມານ 15.8 ເປີເຊັນໃນຕອນນີ້ ຫັນມາເຮັດອາຊີບນີ້ກັນຫຼາຍຂຶ້ນອີກ

 

ເທຣນ “ເຊົ່າໝູ່” ຮູບແບບອື່ນ

 

ນອກຈາກໝູ່ທ່ຽວແລ້ວ ຍັງມີບໍລິການ “ເຊົ່າໝູ່ສະນິດ” ເປັນຄົນລົມ-ລະບາຍຄວາມຄຽດ ແລະ ການເຊົ່າເປັນ “ແຟນ” ເພື່ອກັບບ້ານໃນຊ່ວງມື້ພັກຕາມເທດການກຸດຈີນ ຊຶ່ງເປັນການຫຼຸດແຮງກົດດັນທາງສັງຄົມ ສຳລັບຄ່າຈ້າງຈະຢູ່ທີ່ລະຫວ່າງ 500-1,000 ຫຍວນ (ປະມານ 1,500,000-2,988,000 ກີບ)

 

ເທຣນນີ້ສະທ້ອນເຖິງພຶດຕິກຳຜູ້ບໍລິໂພກຍຸກໃໝ່ທີ່ຕ້ອງການປະສົບການສ່ວນຕົວ ແລະ ຄວາມເຊື່ອມໂຍງທາງອາລົມຫຼາຍກວ່າແຕ່ການບໍລິໂພກສິນຄ້າ ຫຼື ບໍລິການແບບດັ້ງເດີມ ໂດຍສະເພາະໃນສັງຄົມທີ່ມີການແຂ່ງຂັນສູງ ແລະ ຄົນເລີ່ມຮູ້ສຶກໂດດດ່ຽວຫຼາຍຂຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ