pele (28)
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 June, 2025

ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ

 

 

ທ່ານນາງ ອໍາໄພພອນ ປັດຈຸບັນຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ນໍາຜົນຜະລິດພືດກະສິກໍາມາວາງສະແດງ ແລະ ຂາຍ ໃນງານກະສິກໍາ ລາວ-ເກົາຫຼີ (Laos-Korea Agro Fair) ທີ່ສູນການຄ້າ ລາວ-ໄອເຕັກຕຶກເກົ່າ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນຜ່ານມານີ້. ພາຍໃນງານນອກຈາກນໍາໝາກນັດສົດມາວາງຂາຍແລ້ວ, ຍັງມີກວນໝາກນັດ, ເຫຼົ້າຂາວທີ່ຜະລິດຈາກເຂົ້າໄກ່ນ້ອຍ, ສົ້ມໝູ, ນໍ້າອ້ອຍກ້ອນ, ໜັງເຄັມ, ຜ້າກັນເປື້ອນຊົນເຜົ່າ. ສິນຄ້າທີ່ນໍາມາຂາຍ ລາຄາເລີ່ມແຕ່ 10 ພັນກີບ ແລະ ລາຄາ 120 ພັນກີບແມ່ນຜ້າກັນເປື້ອນຊົນເຜົ່າ ແລະ ຜະລິດຕະພັນອື່ນ

 

 

ທ່ານນາງ ອໍາໄພພອນ ກ່າວຕື່ມວ່າ: ດີໃຈຫຼາຍ ທີ່ໄດ້ນໍາເອົາຜະລິດຕະພັນ ຂອງບ້ານຜາເມືອງມາວາງສະແດງ ແລະ ຂາຍໃນງານ Laos-Korea Agro Fair ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ ນະຄອນຫຼວງວຽງຈັນ. ການນໍາເອົາສິນຄ້າມາຄັ້ງນີ້ ເປັນຄັ້ງທໍາອິດ ຈຶ່ງຂໍຂອບໃຈນໍາໂຄງການທີ່ໄດ້ໃຫ້ທຶນ ແລະ ສະໜັບສະໜູນໃນການແນະນໍາຄວາມຮູ້ດ້ານວິຊາການ ຊ່ວຍປະຊາຊົນພາຍໃນບ້ານ ໂດຍສະເພາະກຸ່ມປູກຝັງ-ລ້ຽງສັດ ໃຫ້ມີການພັດທະນາໄປໃນທາງທີ່ດີ, ສ້າງໃຫ້ກຸ່ມມີຄວາມເຕີບໃຫຍ່, ເຂັ້ມແຂງເປັນກ້າວໆ, ເຫັນໄດ້ເຖິງຄວາມແຕກຕ່າງຈາກໃນເມື່ອກ່ອນ ຊີວິດການເປັນຢູ່ຂອງປະຊາຊົນ ເວົ້າລວມ, ເວົ້າສະເພາະ ພາຍໃນກຸ່ມມີຊີວິດນັບມື້ດີຂຶ້ນ ຍ້ອນມີລາຍຮັບຈາກຜົນຜະລິດກະສິກໍາ ປູກຫຼາຍໆ ເຫຼືອກິນ ແລະ ສົ່ງອອກຂາຍທີ່ຕະຫຼາດພາຍໃນບ້ານ ແລະ ສົ່ງໃຫ້ແມ່ຄ້າ, ພໍ່ຄ້າມາຮັບເກັບຊື້ຢູ່ສວນ. ຖ້າເປັນໄປໄດ້ ເມື່ອສິ້ນສຸດໂຄງການຢາກໃຫ້ອົງການກອຍກ້າ ເຂົ້າໄປຊ່ວຍສະໜັບສະໜູນຕື່ມ ແລະ ຢາກນໍາເອົາຜົນຜະລິດອອກວາງຈໍາໜ່າຍທີ່ສູນການຄ້າໄອເຕັກຕື່ມອີກ ເພາະວ່າສິນຄ້າທີ່ນໍາມາຂາຍ ລ້ວນແລ້ວແຕ່ແມ່ນຜົນທີ່ໄດ້ຈາກແຮງງານຂອງປະຊາຊົນ ກໍຄື ກຸ່ມຜະລິດພາຍໃນບ້ານ ທັງເປັນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນພາຍໃນບ້ານຜາເມືອງນັບມື້ດີຂຶ້ນເລື້ອຍໆ

 

ໝາກນັດຫວານ ສາຍພັນນໍ້າເຜິ້ງ ປູກຢູ່ເຂດພູສູງຂອງບ້ານຜາເມືອງ ເກັບຜົນຜະລິດໄດ້ພຽງ 1 ເທື່ອ ຕໍ່ປີ ເລີ່ມເກັບລະຫວ່າງເດືອນ 5-8 ເທົ່ານັ້ນ ເນື້ອທີ່ປູກ ປະມານ 18 ເຮັກຕາ ຊຶ່ງການເກັບກໍາພຽງແຕ່ 10 ຄອບຄົວ, ການປູກໝາກນັດ ເປັນພຽງອາຊີບເສີມຂອງປະຊາຊົນ, ອາຊີບຫຼັກ ແມ່ນເຮັດນາ-ສວນ ປູກເຂົ້າ, ປູກຢາງພາລາ

 

ຜົນຜະລິດຈາກໝາກນັດ ນອກຈາກຂາຍເປັນໜ່ວຍແລ້ວ ຍັງນໍາເອົາມາແປຮູບ ດ້ວຍການເຮັດກວນ ເພື່ອເກັບຮັກສາເອົາໄວ້ບໍລິໂພກຍາມໝົດລະດູການ, ປັດຈຸບັນໝາກນັດ ລາຄາຂາຍຍ່ອຍ 1 ໜ່ວຍໃຫຍ່ 20 ພັນກີບ, ລາຍຮັບທີ່ໄດ້ຈາກການຂາຍ ແມ່ນໄດ້ນໍາໄປຝາກທີ່ທະນາຄານ, ສ່ວນໜຶ່ງແມ່ນນໍາມາໝູນໃຊ້ໃຫ້ກັບສະມາຊິກພາຍໃນຄອບຄົວ, ສົ່ງລູກເຂົ້າຮຽນ, ປັບປຸງໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເປັນກ້າວໆ. ຖ້າຫາກວ່າທ່ານໃດມີຄວາມສົນໃຈຢາກສັ່ງຈອງຜະລິດຕະພັນກະສິກໍາ ຂອງບ້ານຜາເມືອງ ກໍຕິດຕໍ່ໄດ້ທີ່ເບີ: 020 96594929

 

ໃນແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ ຂອດການຜະລິດ-ປຸງແຕ່ງຜົນກະສິກໍາໃຫ້ຫຼາຍ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືຜູ້ບໍລິໂພກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ