pele (30)
ອິນເດຍ ເສຍຊີວິດ 7 ຄົນ ຫຼັງເຮລິຄອບເຕີຕົກ ຄັ້ງທີ 5 ໃນຮອບ 2 ເດືອນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 16 June, 2025

ມີຜູ້ເສຍຊີວິດ 7 ຄົນ ຈາກເຫດການເຮລິຄອບເຕີປະສົບອຸບັດຕິເຫດຕົກໃນປ່າ ໃນລັດອຸດຕະຣາຄັນ ຂອງອິນເດຍ ເຊິ່ງນັບເປັນອຸບັດຕິເຫດທາງເຮລິຄອບເຕີຄັ້ງທີ 5 ຢູ່ເສັ້ນທາງດັ່ງກ່າວ ໃນຮອບບໍ່ເຖິງ 2 ເດືອນ

 

ເຮລິຄອບເຕີໄດ້ພາຜູ້ໂດຍສານເດີນທາງຈາກວັດເກດາຣະນາດ ໄປຫາເມືອງກຸບຕະກາສີໃນລັດອຸດຕະຣາຄັນ ປະສົບອຸບັດຕິເຫດຕົກໃນປ່າ ໂດຍຜູ້ເສຍຊີວິດທັງ 7 ຄົນຈາກອຸບັດຕິເຫດເຮລິຄອບເຕີຂອງບໍລິສັດອາຣຽນ ເອເວຍຊັນ ຮວມທັງນັກບິນດ້ວຍ ລະຫວ່າງການເດີນທາງ 10 ນາທີ

 

ຕາມຄຳຖະແລງການຂອງສຳນັກງານພັດທະນາການບິນພົນລະເຮືອນອຸດຕະຣາຄັນ ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງເຊົ້າຕົ້ນ ເວລາ 05:20 ໂມງ ວັນທີ (15 ມີຖຸນາ) ຕາມເວລາທ້ອງຖິ່ນ ມີຜູ້ໂດຍສານ 7 ຄົນ ປະກອບດ້ວຍ ຜູ້ສະແວງບຸນ 6 ຄົນ ເປັນຜູ້ໃຫຍ່ 5 ຄົນ ແລະເດັກອາຍຸ 23 ເດືອນ 1 ຄົນ ແລະ ນັກບິນ 1 ຄົນ ໂດຍຜູ້ໂດຍສານທັງໝົດຖືກໄຟໄໝ້ເສຍຊີວິດ ຂະນະທີ່ເຮລິຄອບເຕີກຳລັງເດີນທາງກັບຫລັງຈາກຢ້ຽມຊົມວັດເກດາຣະນາດ ສະພາບອາກາດໄດ້ຮ້າຍລົງ ນັກບິນພະຍາຍາມນຳເຮລິຄອບເຕີບິນຈາກຮຸບເຂົາ ແຕ່ປະສົບເຫດຕົກກ່ອນ ໂດຍຜູ້ໂດຍສານມາຈາກລັດອຸດຕະຣາຄັນ ລັດອຸດຕະຣະປະເທດ ລັດມະຫາຣາສະຕະຣະ ແລະລັດກຸຊະລາດ

 

ຊາວບ້ານເຊິ່ງອອກໄປຫາອາຫານສຳລັບງົວ ສັງເກດເຫັນເຮລິຄອບເຕີທີ່ຕົກ ແລະ ແຈ້ງໃຫ້ເຈົ້າໜ້າທີ່ຮັບຮູ້ ທີມຈາກກອງກຳລັງຕອບສະໜອງໄພພິບັດແຫ່ງຊາດ (NDRF) ແລະ ກອງກຳລັງຕອບສະໜອງໄພພິບັດຂອງລັດ (SDRF) ເດີນທາງມາເຖິງຈຸດເກີດເຫດເວລາ 07:00 ໂມງ ຈາກນັ້ນພວກເຂົາກໍ່ເລີ່ມເດີນທາງໄປຫາຈຸດເກີດເຫດ ແລະ ເລີ່ມປະຕິບັດການກູ້ໄພໃນເວລາ 08:55 ໂມງ ຈົນເຖິງຂະນະນີ້ສາມາດກູ້ຮ່າງຜູ້ເສຍຊີວິດໄດ້ 2 ຄົນ ແລະ ເນື່ອງຈາກການລະບຸຕົວຕົນຂອງສົບເຮັດໄດ້ຍາກ ຈຶ່ງຕ້ອງກວດດີເອັນເອກ່ອນສົ່ງມອບສົບໃຫ້ກັບຄອບຄົວ

 

ດ້ານສຳນັກງານສືບສວນອຸບັດຕິເຫດເຄື່ອງບິນຕົກ (AAIB) ຈະທຳການສອບສວນເຫດການເຄື່ອງບິນຕົກຄັ້ງນີ້

 

ນີ້ເປັນອຸບັດຕິເຫດຄັ້ງທີ 5 ນັບຕັ້ງແຕ່ວັດເກດາຣະນາດໃນເທືອກເຂົາຫິມາໄລ ເປີດທຳການເມື່ອວັນທີ 2 ພຶດສະພາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 13 ຄົນ. ກ່ອນໜ້ານີ້ ເມື່ອວັນທີ 7 ມີຖຸນາ ເຮລິຄອບເຕີລຳຫນຶ່ງເຊິ່ງກຳລັງມຸ່ງໜ້າໄປເມືອງເກດາຣະນາດ ຕ້ອງລົງຈອດຢູ່ທາງຫລວງໃນລັດອຸດຕະຣາຄັນ ຫຼັງປະສົບເຫດຂັດຂ້ອງທາງເທັກນິກຂະນະຂຶ້ນບິນ ໂດຍເຮລິຄອບເຕີໄດ້ເຂົ້າໃກ້ຕົວອາຄານຢ່າງອັນຕະລາຍ ແລະ ໃບພັດຫ້າງຂອງເຮລິຄອບເຕີກໍ່ຕົກລົງໄປທັບລົດທີ່ຈອດຢູ່ ຜູ້ສະແວງບຸນທັງ 5 ຄົນທີ່ຢູ່ເທິງເຄື່ອງສາມາດອອກມາໄດ້ຢ່າງປອດໄພ ສ່ວນນັກບິນໄດ້ຮັບບາດເຈັບເລັກນ້ອຍ

 

ເຫດການນີ້ຍັງເກີດຂຶ້ນຫລັງເຄື່ອງບິນໂດຍສານໂບອິ້ງ 787 ດຣີມໄລເນີຂອງສາຍການບິນແອຣ໌ອິນເດຍ ຕົກທີ່ເມືອງອາຫ໌ເມດາບາດ ເມື່ອວັນທີ 12 ມີຖຸນາ ມີຜູ້ໂດຍສານ ແລະ ລູກເຮືອຢູ່ເທິງເຄື່ອງບິນເສຍຊີວິດເກືອບທັງລຳ 241 ຄົນ ແລະ ມີຜູ້ໂດຍສານລອດຊີວິດພຽງຄົນດຽວ ນອກຈາກນີ້ ຍັງມີຜູ້ເສຍຊີວິດຢູ່ພື້ນລຸ່ມຈາກການທີ່ເຄື່ອງບິນຕົກໃສ່ອາຄານຫໍພັກຂອງວິທະຍາໄລແພດ ເຈົ້າໜ້າທີ່ກູ້ໄພໃນທີ່ເກີດເຫດໄດ້ກູ້ສົບໄດ້ແລ້ວ 270 ຄົນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ