
ມີຮີໂລອາຫານຢູ່ຫຼາຍ ແຕ່ໜຶ່ງໃນນັ້ນທີ່ມັກຖືກເບິ່ງຂ້າມກໍຄື “ຖົ່ວດຳ” ກະສັດແຫ່ງຖົ່ວ ບຳລຸງໄຕ ປົກປ້ອງຫົວໃຈ ເສີມສຸຂະພາບ
“ຖົ່ວດຳ” ເປັນຂອງໃກ້ໂຕຈົນຫຼາຍຄົນເບິ່ງຂ້າມ ທັງທີ່ຄວາມຈິງແລ້ວມັນໄດ້ຮັບການຍົກຍ້ອງວ່າເປັນ “ກະສັດແຫ່ງຖົ່ວ” ດ້ວຍຄຸນຄ່າທາງໂພຊະນາການທີ່ສູງກວ່າຖົ່ວເຫຼືອງເສຍອີກ ຈົນແພດ ແລະ ນັກໂພຊະນາການຫຼາຍຄົນຍິນດີຮັບປະທານທຸກມື້
ຖົ່ວດຳ: ອາຫານບຳລຸງໄຕອັນດັບ 1 ໃນສາດສະຕາແພດແຜນຈີນ
ຖົ່ວດຳອຸດົມໄປດ້ວຍໂປຣຕີນ ໃຍອາຫານ ວິຕາມິນເອ ວິຕາມິນບີ ແລະ ແຮ່ທາດສຳຄັນຕ່າງໆ ເຊັ່ນ: ແຄນຊຽມ, ໂພແທດຊຽມ, ແມັກນີຊຽມ, ເຫຼັກ ແລະ ອື່ນໆ ນອກຈາກນີ້ ຍັງມີສານຕ້ານອະນຸມູນອິສະລະ ຢ່າງແອນໂທໄຊຢານິນ, ເບຕ້າແຄໂຣທີນ, ກົດໂຟລິກ ແລະ ໄອໂຊຟລາໂວນ (ສານທີ່ພົບເຫັນໃນຖົ່ວເຫຼືອງ)
ຖົ່ວດຳຊ່ວຍເສີມສຸຂະພາບຫົວໃຈ ຄວບຄຸມລະດັບນໍ້າຕານໃນເລືອດ ແລະ ຍັງປົກປ້ອງດວງຕາໄດ້ອີກດ້ວຍ ຕາມຫລັກແພດແຜນຈີນ ຖົ່ວດຳເປັນອາຫານບຳລຸງໄຕທີ່ດີເລີດ ຊ່ວຍບຳລຸງເລືອດ, ຊະລໍໄວ ແລະ ເມື່ອນຳມາຕົ້ມດື່ມເປັນນໍ້າ ຍັງຊ່ວຍຂັບປັດສະວະ ຫຼຸດອາການບວມນໍ້າໄດ້ອີກດ້ວຍ
ຊາໂປນິນໃນຖົ່ວດຳ: ປົກປ້ອງຫົວໃຈ ຫຼຸດຄວາມສຽງມະເຮັງ
ຖົ່ວດຳມີສານຊາໂປນິນສູງກວ່າຖົ່ວເຫຼືອງເຖິງ 2-3 ເທົ່າ ແລະ ຍັງທົນຄວາມຮ້ອນໄດ້ດີ ຊາໂປນິນເປັນໂມເລກຸນທີ່ມັກທັງນໍ້າ ແລະ ໄຂມັນ ຈື່ງຊ່ວຍເຮັດໃຫ້ໄຂມັນກັບນໍ້າ ຊຶ່ງປົກກະຕິບໍ່ເຂົ້າກັນ ສາມາດລວມໂຕກັນໄດ້ ດ້ວຍເຫດນີ້ ຊາໂປນິນຈື່ງມັກໃຊ້ໃນຜະລິດຕະພັນທຳຄວາມສະອາດຈາກທຳມະຊາດ ແລະ ຍັງມີຄຸນສົມບັດທາງສຸຂະພາບ ອີກຫຼາຍ ເຊັ່ນ:
- ຊ່ວຍຫຼຸດລະດັບຄໍເລັດເຕີລໍ
- ປ້ອງກັນການເກີດອອກຊິເດເຊິນຂອງໄຂມັນ
- ຄົງຄວາມຍືດຍຸ່ນຂອງຫຼອດເລືອດ
ຄຸນສົມບັດເຫລົ່ານີ້ລ້ວນເປັນປະໂຫຍດຕໍ່ລະບົບຫົວໃຈ ແລະ ຫຼອດເລືອດ
ນອກຈາກນີ້ ຊາໂປນິນຍັງມີທາດທີ່ຍັບຍັ້ງການແບ່ງຕົວຂອງເຊວມະເຮັງລຳໄສ້ໃຫຍ່ ນັກວິໃຈທາງລະບາດວິທະຍາພົບວ່າ ຜູ້ຍິງກ່ອນໄວໝົດປະຈຳເດືອນທີ່ກິນຖົ່ວເຫຼືອງເປັນປະຈຳ ມີຄວາມສຽງຕໍ່ການເກີດມະເຮັງລຳໄສ້ໃຫຍ່ຕ່ຳກວ່າ
3 ວິທີກິນຖົ່ວດຳ “ງ່າຍແຕ່ໄດ້ຜົນ”
- ຊາເປືອກຖົ່ວດຳ: ລ້າງຖົ່ວດຳແຫ້ງໃຫ້ສະອາດ ແລ້ວຄົ່ວໃນກະທະຈົນເປືອກເລີ່ມແຕກເລັກນ້ອຍ ໃສ່ລົງໃນກະບອກນໍ້າຮ້ອນ ເຕີມນໍ້າຮ້ອນແຊ່ໄວ້ ດື່ມຕອນແລງຊ່ວຍຫຼຸດໄຂມັນ ຂັບຂອງເສຍ ແລະ ເຮັດໃຫ້ຜິວພັນສົດໃສ
- ເຂົ້າຈ້າວຜະສົມຖົ່ວດຳ: ເວລາຫຸງເຂົ້າ ສາມາດໃສ່ຖົ່ວດຳທີ່ແຊ່ນໍ້າໄວ້ແລ້ວເອົາລົງໃສ່ເລັກນ້ອຍ ເພາະຖົ່ວດຳສຸກຍາກ ຈື່ງຄວນແຊ່ນໍ້າກ່ອນເພື່ອໃຫ້ສຸກງ່າຍຂຶ້ນ
- ຜົງຖົ່ວດຳ ຫຼື “ນົມຖົ່ວດຳ”: ຜະສົມກັບເຂົ້າໂອ້ດ ຫຼື ນົມ ຫຼື ປັ່ນລວມກັບໝາກໄມ້ເຮັດເປັນສະມູດຕີ້ ດື່ມຕອນເຊົ້າ ຊ່ວຍຄວບຄຸມນໍ້າຕານໃນເລືອດ ອີ່ມທ້ອງດົນ ແລະ ໄດ້ໂປຣຕີນຄົບຖ້ວນ
ຂໍ້ຄວນລະວັງ:
ຖົ່ວດຳມີຄວາມຊື້ນໄດ້ງ່າຍ ຄວນເລືອກທີ່ສົດໃໝ່ເກັບໃນພາຊະນະປິດສະໜິດ ຫຼີກລ້ຽງຄວາມຊື້ນ ແລະ ຄວນບໍລິໂພກໃຫ້ໝົດໂດຍໄວ
ກຸ່ມຄົນທີ່ບໍ່ຄວນກິນຖົ່ວດຳທຸກມື້:
- ຜູ້ປ່ວຍໂລກໄຕເຮື່ອຮັງ
- ຜູ້ທີ່ມີບັນຫາທ້ອງອືດ ຫຼື ແໜ້ນທ້ອງງ່າຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














