site cover1 (13)
ພົບຊ່ອງໂຫວ່ໃນ OneDrive File Picker ເປີດໂອກາດໃຫ້ແຮັກເກີເຂົ້າເຖິງບໍລິການຄລາວດ໌ຂອງຜູ້ເຄາະຮ້າຍໄດ້ຢ່າງເຕັມຮູບແບບ
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 June, 2025

OneDrive ຖືເປັນໜຶ່ງໃນບໍລິການການເກັບໄຟລ໌ເທິງຄລາວດ໌ທີ່ໄດ້ຮັບຄວາມນິຍົມສູງບໍ່ແພ້ Google Drive ເນື່ອງຈາກຟີເຈີທີ່ເຊື່ອມໂຍງກັບ Windows ຈາກການທີ່ຜູ້ພັດທະນາເປັນເຈົ້າຂອງດຽວກັນນັ້ນຄື Microsoft ແຕ່ໃນຕອນນີ້ ຟີເຈີບາງຢ່າງທີ່ຢູ່ເທິງ OneDrive ອາດສ້າງຄວາມກັງວົນໃຈໃຫ້ກັບຜູ້ໃຊ້ງານບາງສ່ວນໄດ້

ຈາກລາຍງານໂດຍເວັບໄຊທ໌ The Hacker News ໄດ້ກ່າວເຖິງການຕົວັດພົບຊ່ອງໂຫວ່ທີ່ຢູ່ເທິງເຄື່ອງມືຂອງ OneDrive ທີ່ມີຊື່ວ່າ OneDrive File Picker ຊຶ່ງຊ່ອງໂຫວ່ດັ່ງກ່າວນັ້ນໄດ້ຖືກຄົ້ນພົບໂດຍທີມວິໄຈ Oasis Research Team ໂດຍທາງທີມວິໄຈໄດ້ລະບຸວ່າ ບັນຫາດັ່ງກ່າວນັ້ນມາຈາກການເຊື່ອມຕໍ່ລະຫວ່າງຕົວບໍລິການຄລາວດ໌ດັ່ງກ່າວຂອງທາງ Microsoft ກັບບໍລິການອື່ນໆ ເຊັ່ນ ເວັບໄຊທ໌ ແລະ ແອັບພລິເຄຊັນຕ່າງໆ ຢ່າງ ChatGPT, Slack, Trello ແລະ ClickUp ໂດຍແທນທີ່ຕົວ File Picker ຈະໃຫ້ສິດທິເທົ່າທີ່ຈຳເປັນສຳລັບເວັບໄຊທ໌ແລະບໍລິການອື່ນໆ ໃນການເຂົ້າເຖິງໄຟລ໌ເທິງ OneDrive ຂອງຜູ້ໃຊ້ງານ ກັບໃຫ້ສິດທິແບບເຕັມທີ່ກັບບໍລິການເຫຼົ່ານີ້ ເຮັດໃຫ້ທັງແອັບພລິເຄຊັນ ແລະເວັບໄຊທ໌ສາມາດເຂົ້າໃຊ້ງານ ແລະຈັດການໄຟລ໌ ຕລອດຈົນບໍລິການຄລາວດ໌ທີ່ເຊື່ອມຕໍ່ໄດ້ຢ່າງເບ໋ດເສ໋ດຄືກັບຜູ້ໃຊ້ງານທີ່ເປັນເຈົ້າຂອງໃຊ້ງານເອງ

ນອກຈາກນັ້ນໃນການເຊື່ອມຕໍ່ນີ້ຍັງບໍ່ມີລະບົບ OAuth ຫຼື Open Authority ທີ່ວາງໄວ້ຢ່າງລະອຽດລໍ້ພໍທີ່ຈະເຮັດໃຫ້ຜູ້ໃຊ້ງານຮັບຮູ້ໄດ້ວ່າ ຕົວແອັບພລິເຄຊັນແຕ່ລະຕົວນັ້ນມີການຂໍສິດທິໃນການເຂົ້າເຖິງໄດຣຟ໌ຫຼາຍໜ້ອຍເພີຍໃດ ຈົນອາດນຳໄປສູ່ການເຜີຍໃຫ້ສິດທິແບບເຕັມທີ່ຕໍ່ແອັບພລິເຄຊັນທີ່ເປັນມັລແວຣ໌ຢ່າງບໍ່ຮູ້ຕົວ

ທາງ Microsoft ນັ້ນໄດ້ຮັບທາບເຖິງບັນຫາແລ້ວ ແຕ່ກໍ່ຍັງກ່າວວ່າການແກ້ໄຂໃນຕອນນີ້ຍັງບໍ່ມີ ແລະ ອາດຕ້ອງລໍຖ້າໄປອີກລະຍະໜຶ່ງ ໃນລະຫວ່າງນີ້ໃຫ້ທຳການປ້ອງກັນຕົວເອງດ້ວຍການປະຕິເສດການອະນຸຍາດໃຫ້ມີການເຂົ້າເຖິງຫຼືອັບໂຫລດໄຟລ໌ໃດໆ ຜ່ານທາງການອະນຸຍາດທາງ OAuth ໄປກ່ອນ ຈົນກວ່າຈະມີການປັບປ່ຽນລະບົບການຮັກສາຄວາມປອດໄພໃຫ້ມີຄວາມໝັ້ນຄົງຫຼາຍຂຶ້ນໃນອະນາຄົດ
ຂ່າວຈາກ: thehackernews.com

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮ່ອງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
ຢ່າລື່ມກົດຕິດຕາມ