
Trump Mobile ກຳລັງມາ ອາດເກີດຂຶ້ນຈິງໂດຍ ປະທານາທິບໍດີໂດນາລ ທຣຳ ກຳລັງວາງແຜນເຂົ້າສູ່ວົງການມືຖື ດ້ວຍການຈົດທະບຽນເຄື່ອງໝາຍການຄ້າ ກະກຽມເປີດເຄືອຂ່າຍມືຖືຂອງຕົນເອງ ພາຍໃຕ້ຊື່ “Trump” ແລະ “T1” ສຳລັບບໍລິການເຄືອຂ່າຍໂທລະສັບມືຖືແລະອຸປະກອນຕ່າງໆ
ຈົດຊື່ “Trump” ແລະ “T1” ຄອບຄຸມທັງມືຖື – ອຸປະກອນເສີມ
ບໍລິສັດ DTTM Operations LLC ຊຶ່ງດູແລເລື່ອງເຄື່ອງໝາຍການຄ້າຂອງທຣຳ ໄດ້ຍື່ນຂໍຈົດທະບຽນກັບຫົວໜ້າງານລັດຂອງສະຫະລັດ ຄອບຄຸມຫຼາຍລາຍການ ເຊັ່ນ:
- ບໍລິການເຄືອຂ່າຍໄຮ້ສາຍ (ມືຖື)
- ໂທລະສັບມືຖື
- ອຸປະກອນເສີມ ເຊັ່ນ ກ່ອງໃສ່ມືຖື, ສາຍສາກ
- ຮ້ານຂາຍສິນຄ້າເຫຼົ່ານີ້
ໂດຍການຍື່ນຈົດແບບນີ້ບໍ່ແມ່ນພຽງແຕ່ “ກັນຊື່ໄວ້ກ່ອນ” ແຕ່ຍັງມີການແນບຄຳປະກາດວ່າມີແຜນຈະໃຊ້ຈິງດ້ວຍ
Trump Mobile ອາດເປັນເຄືອຂ່າຍມືຖືພາຍໃຕ້ຊື່ T1
ຕາມເອກະສານທີ່ Josh Gerben ທະນາຍຄວາມດ້ານເຄື່ອງໝາຍການຄ້າພົບແລະລາຍງານໂດຍ Bloomberg
ການຍື່ນຂໍເຄື່ອງໝາຍການຄ້າບໍ່ໄດ້ເປັນເຄື່ອງຮັບປະກັນວ່າທຸລະກິດໃໝ່ຈະເກີດຂຶ້ນ ຢ່າງໃດກໍຕາມ Gerben ລະບຸໄວ້ໃນບລ໋ອກໂພສຂອງລາວວ່າ ການຍື່ນຂໍເຄື່ອງໝາຍການຄ້ານີ້ຍື່ນພາຍໃຕ້ຫຼັກເກນ “ເຈດຕະນາໃຊ້ງານ” ຊຶ່ງມັກໝາຍຄວາມວ່າບໍລິສັດມີເຈດຕະນາຈິງຈັງທີ່ຈະໃຫ້ບໍລິການເຫຼົ່ານີ້
ຫາກເດີນໜ້າຕໍ່ຈິງ ເຄືອຂ່າຍນີ້ອາດໃຊ້ຊື່ “T1” ຊຶ່ງກໍອາດເກີດບັນຫາໄດ້ ເພາະຊື່ດັນໄປຄ້າຍກັບແບຣນດ໌ດັງຢ່າງ T-Mobile ທີ່ເປັນຜູ້ໃຫ້ບໍລິການມືຖືລາຍໃຫຍ່ໃນສະຫະລັດ
Gerben ກ່າວວ່າ “ເບິ່ງຄືວ່າ T-Mobile ຈະບໍ່ນ່າຈະນິ່ງເສຍແລະປ່ອຍໃຫ້ເຄື່ອງໝາຍການຄ້າ ‘T1’ ດຳເນີນຕໍ່ໄປໂດຍບໍ່ຕໍ່ສູ້ ເພາະການອະນຸຍາດໃຫ້ໃຊ້ເຄື່ອງໝາຍການຄ້າຮູບແບບ ‘T’ ອີກຄັ້ງໃນພື້ນທີ່ໂທລະສັບມືຖືຈະເຮັດໃຫ້ສິດຂອງບໍລິສັດໃນເຄື່ອງໝາຍການຄ້າ T-Mobile ຫຼຸດລົງຢ່າງບໍ່ຕ້ອງສົງໄສ”
ບຸກເບີກໂທລະສັບມືຖື Made in America?
ຂະນະນີ້ຕະຫຼາດສະມາດໂຟນມີການແຂ່ງຂັນກັນຢ່າງໜັກ ສຳລັບຜູ້ຫຼິ້ນລາຍໃໝ່ຈະເຂົ້າສູ່ຕະຫຼາດໄດ້ຍາກ ໂດຍສະເພາະກັບແບຣນດ໌ຈີນຢ່າງ Vivo, Oppo ແລະ Xiaomi ທີ່ນຳສະເໜີໂທລະສັບລາຄາບໍ່ແພງເປັນທາງເລືອກແທນໂທລະສັບເຮືອທຸງຈາກ Apple ແລະ Samsung
ຢ່າງໃດກໍຕາມ ໂທລະສັບທີ່ມີແບຣນດ໌ທຣຳອາດມີເສັ່ນຫ້າດຶງດູດໃຈ ທຣຳສະໜັບສະໜູນໃຫ້ຜູ້ຜະລິດໂທລະສັບ ເຊັ່ນ Apple ຜະລິດ iPhone ໃນສະຫະລັດອາເມລິກາ ຢ່າງໃດກໍຕາມ Apple ເຄີຍລະບຸຫຼາຍຄັ້ງໃນອະດີດວ່າ ການນຳການຜະລິດມາຍັງສະຫະລັດອາເມລິກາເປັນສິ່ງທີ່ເປັນໄປບໍ່ໄດ້ ຢ່າງໜ້ອຍກໍບໍ່ແມ່ນໃນອະນາຄົດອັນໃກ້ນີ້
ລອງຈິນຕະນາການວ່າຖ້າທຣຳເປີດຕົວໂທລະສັບຂອງຕົນເອງ ລາວຈະສາມາດເຂົ້າຫາດ້ວຍມຸມມອງແບບ “Made in America” ໄດ້ ຫາກ T1 ຫຼື Trump Mobile ເກີດຂຶ້ນຈິງ ຖືເປັນກ້າວທຳອິດຂອງແບຣນດ໌ Trump ສູ່ໂລກເທັກໂນໂລຊີ ຈາກທຸລະກິດເດີມຂອງ Trump ທີ່ມຸ່ງເນັ້ນໄປທີ່ການບໍລິການແລະອະສັງຫາລິມະສັບມາໂດຍຕະຫຼອດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |