site cover1 (18)
Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນກິລາບານເຕະU16 ແລະ U19 ປະຈຳປີ 2025
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 June, 2025
ໝວດ: ກິລາ
ເພື່ອນໍາເຂົ້າໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 16 ປີ ແລະ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2025 ເຊິ່ງເປັນລາຍການຂອງ ສຕລ ຈັດຂຶ້ນກໍຄືລາຍການ LFF CHAMPIONSHIP SUPPORTED BY JFA 2025 ໂດຍສະເພາະ ຢູ 16 ຈະແຂ່ງຂັນກ່ອນເປີດສາກຢ່າງເປັນທາງການໃນວັນທີ 18 ມິຖຸນາ 2025.
ພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຽວສະຫວາດ ເດດວົງສາ, ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວ. ຂະນະທີ່ ໃຫ້ກຽດລົງນາມໃນສັນຍາໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ສະຫວັນວຽງທອງ ສີບຸນເຮືອງ, ຜູ້ຈັດການຝ່າຍຜະລິດຕະພັນຄວາມງາມ ແລະ ສຸຂະພາບ ຈາກ Clear Men ແລະ ບໍລິສັດຢູນິລີເວີລາວ ໂດຍມີຄະນະທັງສອງຝ່າຍ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວອັນໃໝ່ສໍາລັບການແຂ່ງຂັນບານເຕະຮຸ່ນເຍົາວະຊົນ ໂດຍຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ: Clear Men ຈະເຂົ້າມາເປັນຜູ້ສະໜັບສະໜູນຫຼັກ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ແລະ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2025 ມູນຄ່າສະຫນັບສະຫນູນທັງສອງລາຍການແມ່ນ 750 ລ້ານກີບ ເພື່ອພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ ເພາະລາຍການແຂ່ງຂັນ U-16 ແລະ U-19 ເປັນເວທີທີ່ໜຶ່ງທີ່ມີບົດບາດໃນການເລືອກເຟັ້ນຫານັກກິລາ ທີ່ມີພອນສະຫວັນ, ທັກສະຄວາມສາມາດ ທີ່ເປັນເລີດ ເພື່ອກາຍເປັນນັກກິລາລຸ້ນສືບທອດໃຫ້ແກ່ສະໂມສອນບານເຕະພາຍໃນປະເທດ ແລະ ທີມຊາດລາວໃນ ອານາຄົດ ພ້ອມກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ລະບົບນິເວດຂອງກິລາບານເຕະອີກ.
ຂະນະດຽວກັນ ທ່ານ ສຽວສະຫວາດ ເດດວົງສາ, ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ໃນນາມຕາງໜ້າໃຫ້ແກ່ Clear Men ແລະ ບໍລິສັດຢູນິລີເວີລາວ ກ່າວວ່າ: Clear Men ໃນນາມຜູ້ໃຫ້ການສະໜັບສະໜູນຫຼັກການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ແລະ 19 ປີ ປະຈໍາປີ 2025. ພວກເຮົາຮູ້ສຶກດີໃຈທີ່ໄດ້ຮັບໂອກາດຈາກທາງຄະນະຜູ້ບໍລິຫານສະຫະພັນບານເຕະແຫ່ງຊາດລາວ. ໃຫ້ໄດ້ມີໂອກາດປະກອບສ່ວນຊຸກຍູ້ວົງການບານເຕະ ໂດຍສະເພາະໃນເວທີການແຂ່ງຂັນບານເຕະລະດັບເຍົາວະຊົນ. ພວກເຮົາຫວັງເປັນຢ່າງຍິ່ງວ່າ ການປະກອບສ່ວນຂອງພວກເຮົາໃນຖານະຜູ້ໃຫ້ການສະໜັບສະໜູນຫຼັກໃນຄັ້ງນີ້ ຈະ ສາມາດສ້າງຜົນກະທົບດ້ານບວກໃຫ້ແກ່ວົງການບານເຕະລະດັບເຍົາວະຊົນຂອງພວກເຮົາ. ນອກນັ້ນ, ພວກເຮົາຫວັງວ່າ ຈະໄດ້ມີໂອກາດເປັນສ່ວນໜຶ່ງໃນການຊຸກຍູ້ວົງການບານເຕະໃນອະນາຄົດອີກຕື່ມ.
ສໍາລັບ ການແຂ່ງຂັນແມ່ນຈະເລີ່ມ ແຂ່ງຂັນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ກ່ອນໂດຍມີ 12 ທີມເຂົ້າຮ່ວມ ໂດຍຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ (SEMI FINAL) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ (Knock – Out), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ.
ສໍາລັບ ເງິນລາງວັນອັນດັບ 1 ໄດ້ຮັບເງິນ 50 ລ້ານກີບ ພ້ອມຫລຽນລາງວັນ ແລະ ຂັນຊະນະເລີດ, ອັນດັບ 2 ໄດ້ຮັບເງິນ 25 ລ້ານກີບ ພ້ອມຫລຽນ ແລະ ອັນດັບ 3 ໄດ້ຮັບເງິນ 15ລ້ານກີບ ພ້ອມຫລຽນ ນອກຈາກນັ້ນຍັງມີລາງປະເພດບຸກຄົນ ມີ ລາງວັນນັກກິລາຍິງປະຕູສູງສຸດ ໄດ້ຮັບຂັນ 1 ຫນ່ວຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ ແລະ ນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ຫນ່ວຍ.
ການແຂ່ງຂັນແມ່ນຈະເລີ່ມແຂ່ງຂັນ ຮອບທີ 1: ວັນທີ 18 ມິຖຸນາ ຫາ 3 ກໍລະກົດ, ຮອບທີ 2 ວັນທີ 14 ກໍລະກົດ ຫາ 2 ສິງຫາ 2025.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ