
TikTok ໄດ້ເປີດໃຊ້ AI Avatars ເປັນນັກສະເຫນີແທນມະນຸດໄດ້ແລ້ວ ໂດຍ TikTok ໄດ້ປະກາດເປີດຕົວຊຸດເຄື່ອງມື AI ໃໝ່ທີ່ຊື່ວ່າ Symphony ທີ່ຈະຊ່ວຍໃຫ້ນັກໂຄສະນາສ້າງວິດີໂອໄດ້ງ່າຍຂຶ້ນກວ່າເກົ່າ ບໍ່ຕ້ອງໃຊ້ກ້ອງ ບໍ່ຕ້ອງມີນັກສະແດງ ກໍສາມາດສ້າງຄລິບໂຄສະນາໄດ້ພາຍໃນບໍ່ກີ່ນາທີ!
ຄຸນສົມບັດໃໝ່ຂອງຊຸດເຄື່ອງມື Symphony ໃນ TikTok ມີຫຍັງໜ້າສົນໃຈແດ່?
1. ສ້າງວິດີໂອຈາກຂໍ້ຄວາມຫຼືຮູບພາບນິ່ງ ພຽງແຕ່ພິມຂໍ້ຄວາມ ຫຼືອັບໂຫລດຮູບພາບສິນຄ້າ AI ຈະຊ່ວຍສ້າງວິດີໂອທີ່ມີຄວາມຍາວປະມານ 5 ວິນາທີໃຫ້ໂດຍອັດຕະໂນມັດ ເໝາະສົມສໍາລັບການໂຄສະນາສິນຄ້າໃນຮູບແບບທີ່ເບິ່ງທັນສະໄໝ ແລະເຂົ້າເຖິງກຸ່ມເປົ້າໝາຍໃນ TikTok ໄດ້ງ່າຍ
2. ໃຊ້ AI Avatars ແທນນັກສະເຫນີຕົວຈິງ
TikTok ໄດ້ເປີດຕົວອະວະຕາເສມືອນ (AI Avatars) ທີ່ສາມາດເວົ້າ, ສະແດງທ່າທາງ ແລະນໍາສະເໜີສິນຄ້າໃຫ້ກັບຜູ້ຊົມໄດ້ຄືກັບມະນຸດຕົວຈິງ ໂດຍສາມາດເລືອກໄດ້ວ່າຈະໃຊ້ອະວະຕາທີ່ມີຢູ່ແລ້ວ ຫຼືຈະສ້າງໃໝ່ຈາກຄົນຕົວຈິງ (ທີ່ໃຫ້ສິດອະນຸຍາດໃຊ້) ກໍໄດ້
3. ຄຸນສົມບັດເສີມສໍາລັບນັກໂຄສະນາ
- Insight Spotlight: ວິເຄາະພຶດຕິກໍາຜູ້ໃຊ້ໃນ TikTok ແລະແນະນໍາແນວທາງເຮັດໂຄສະນາແບບເຈາະຈົງກຸ່ມ
- Content Suite: ຊ່ວຍລວບລວມວິດີໂອຂອງຜູ້ໃຊ້ທີ່ເວົ້າເຖິງແບຣນ ເພື່ອໃຫ້ສາມາດນໍາມາໃຊ້ໃນແຄມເປນໂຄສະນາຢ່າງຖືກຕ້ອງຕາມລິຂະສິດ
ຂໍ້ດີ:
- ຊ່ວຍປະຢັດເວລາແລະງົບປະມານໃນການຜະລິດວິດີໂອ
- ສ້າງເນື້ອຫາໄດ້ໄວ ເຂົ້າເຖິງກຸ່ມເປົ້າໝາຍໄດ້ຫຼາຍຂຶ້ນ
- ມີປ້າຍແຈ້ງຊັດເຈນເມື່ອວິດີໂອສ້າງດ້ວຍ AI ເພື່ອຄວາມໂປ່ງໃສ
ຂໍ້ສັງເກດ:
- ອາດກະທົບກັບຜູ້ສ້າງເນື້ອຫາຕົວຈິງ ເຊັ່ນ ອິນຟລູເອນເຊີຫຼືນັກສະແດງ
- ຜູ້ບໍລິໂພກບາງຄົນອາດຮູ້ສຶກວ່າ “Avatars” ຂາດຄວາມໜ້າເຊື່ອຖືເມື່ອທຽບກັບການໃຊ້ມະນຸດຕົວຈິງ ຫຼືດາລານັກສະແດງຕົວຈິງ
ການທີ່ TikTok ຫັນມາໃຊ້ AI ຫຼາຍຂຶ້ນ ສະແດງໃຫ້ເຫັນວ່າອະນາຄົດຂອງການໂຄສະນາອອນລາຍຈະເນັ້ນໄປທີ່ຄວາມໄວ, ຄວາມແມ່ນຍໍາ ແລະຕົ້ນທຶນຕໍ່າຫຼາຍຂຶ້ນ. ບໍລິສັດອື່ນຄື Meta ຫຼື Google ເອງກໍເລີ່ມເຮັດສິ່ງຄ້າຍກັນ. ຈຸດປ່ຽນນີ້ອາດສົ່ງຜົນໃຫຍ່ຕໍ່ວົງການເນື້ອຫາໃນອະນາຄົດ ເພາະວ່າແບຣນສາມາດເຮັດໂຄສະນາໄດ້ໂດຍບໍ່ຕ້ອງຈ້າງຄົນອີກຕໍ່ໄປ!
ຂ່າວຈາກ: TikTok
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |