pele (51)
ກິນຈືດເກີນໄປເລັ່ງຄວາມແກ່! ໝໍຍີ່ປຸ່ນແນະນຳເຄື່ອງດື່ມ "ວັນລະແກ້ວ" ຊ່ວຍຍືດອາຍຸ-ຫຼຸດສະໝອງເສື່ອມ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 June, 2025

ຮູ້ບໍ່? ກິນອາຫານຈືດເກີນໄປອາດເລັ່ງຄວາມແກ່! ແຕ່ມີເຄື່ອງດື່ມທີ່ໝໍຍີ່ປຸ່ນແນະນຳ “ມື້ລະແກ້ວ” ຊ່ວຍຍືດອາຍຸ ຫຼຸດສ່ຽງສະໝອງເສື່ອມ

 

ໝໍຊື່ດັງຊາວຍີ່ປຸ່ນເຕືອນວ່າ ການກິນອາຫານຈືດ ຫຼື ມີສານອາຫານບໍ່ພຽງພໍ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ອາດເປັນຕົວເລັ່ງໃຫ້ຮ່າງກາຍເສື່ອມສະພາບໄວຂຶ້ນ ພ້ອມແນະນຳໃຫ້ດື່ມ “ນົມມື້ລະແກ້ວ” ເພື່ອຊ່ວຍຊະລໍຄວາມແກ່ ເສີມສ້າງກ້າມເນື້ອ ແລະ ຫຼຸດຄວາມສ່ຽງພະຍາດສະໝອງເສື່ອມ

 

ຈາກບົດລາຍງານຂອງສື່ຍີ່ປຸ່ນ PRESIDENT Online ລະບຸວ່າ ທ່ານໝໍ ຮິເດກິ ວາດາ (Hideki Wada) ຊີ້ໃຫ້ເຫັນວ່າ ຜູ້ສູງອາຍຸມັກຫຼີກເວັ້ນອາຫານໂປຣຕີນສູງ ເຊັ່ນ ຊີ້ນສັດ ເພາະກັງວົນວ່າຈະຍ່ອຍຍາກ ຈຶ່ງຫັນໄປບໍລິໂພກອາຫານທີ່ເບິ່ງຈືດແລະ ເບົາ ເຊັ່ນ: ຜັກ ຫຼື ແກງໃສ ຊຶ່ງເຖິງແມ່ນຈະເບິ່ງສຸຂະພາບດີ ແຕ່ກັບເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ໂດຍສະເພາະ “ໂປຣຕີນ” ແລະ “ໄຂມັນດີ” ທີ່ຈຳເປັນຕໍ່ການຮັກສາມວນກ້າມເນື້ອ ລະບົບພູມຄຸ້ມກັນ ແລະ ຄວາມສາມາດຂອງສະໝອງ

 

ໝໍວາດາ ອະທິບາຍວ່າ ຫາກຮ່າງກາຍໄດ້ຮັບໂປຣຕີນບໍ່ພຽງພໍ ອາດເຮັດໃຫ້ກ້າມເນື້ອຂາ ແລະ ກ້າມກົນອ່ອນແຮງ ມີສ່ຽງຕໍ່ການລົ້ມງ່າຍ ສະໝອງເສື່ອມໄວຂຶ້ນ ແລະ ອະໄວຍະວະພາຍໃນເສື່ອມໂສມກ່ອນໄວ ແຕ່ຫາກໄດ້ຮັບໂປຣຕີນພຽງພໍ ຮ່າງກາຍຈະເບິ່ງອ່ອນເຍົາກວ່າອາຍຸຈິງ ກ້າມເນື້ອ ແລະ ຫຼອດເລືອດແຂງແຮງ ມີພູມຄຸ້ມກັນດີຂຶ້ນ ແລະ ຫຼຸດຄວາມສ່ຽງຂອງພາວະສະໝອງເສື່ອມ

 

ເພື່ອແກ້ໄຂບັນຫານີ້ ໝໍວາດາແນະນຳໃຫ້  “ດື່ມນົມມື້ລະ 1 แກ້ວ” ໂດຍສະເພາະສຳລັບຜູ້ສູງອາຍຸ ເນື່ອງຈາກນົມມີສານອາຫານຄົບຖ້ວນ 5 ໝູ່ ອຸດົມດ້ວຍໂປຣຕີນ ແຄວຊຽມ ແລະ ໄຂມັນດີທີ່ຈຳເປັນຕໍ່ຮ່າງກາຍ ເຊັ່ນດຽວກັນກັບຍັງຍ່ອຍງ່າຍ ເໝາະສຳລັບຜູ້ທີ່ມີບັນຫາການຍ້ຳ ຫຼື ເບື່ອອາຫານ ໂດຍການດື່ມນົມໃນຕອນເຊົ້າຈະຊ່ວຍເພີ່ມພະລັງງານ ຂະນະທີ່ດື່ມຕອນກາງຄືນຈະຊ່ວຍບຳລຸງກະດູກໃຫ້ແຂງແຮງຍິ່ງຂຶ້ນ

 

ໃນແງ່ຂອງປະລິມານໂປຣຕີນທີ່ເໝາະສົມ ໝໍວາດາແນະນຳວ່າ ສຳລັບຜູ້ສູງອາຍຸຄວນກິນໂປຣຕີນ ຢ່າງໜ້ອຍ 1.2 ກຣາມ ຕໍ່ນ້ຳໜັກຕົວ 1 ກິໂລກຣາມຕໍ່ມື້ ຍົກຕົວຢ່າງເຊັ່ນ: ຫາກມີນ້ຳໜັກ 60 ກິໂລກຣາມ ຄວນໄດ້ຮັບໂປຣຕີນປະມານ 72 ກຣາມຕໍ່ມື້ ເພື່ອໃຫ້ຮ່າງກາຍດູດຊຶມ ແລະ ໃຊ້ປະໂຫຍດໄດ້ຢ່າງມີປະສິດທິພາບ

 

ແນວທາງນີ້ບໍ່ພຽງແຕ່ຊ່ວຍຊະລໍໄວ ແຕ່ຍັງສະໜັບສະໜູນໃຫ້ຜູ້ສູງອາຍຸມີຄຸນນະພາບຊີວິດທີ່ດີ ແລະ ມີສຸຂະພາບແຂງແຮງໃນໄລຍະຍາວ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
ເບິ່ງດວງປະຈຳວັນທີ 11 ກັນຍາ 2025
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
ຢ່າລື່ມກົດຕິດຕາມ