
ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ຢ່າງເປັນທາງການດ້ວຍການສະໜັບສະໜູນເຄື່ອງກິລາໃຫ້ກັບ ກຳມະການຕັດສິນໃນທຸກໆລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028 ຫຼື ໄລຍະເວລາ 3 ລະດູການ.
ພິທີເຊັນສັນຍາສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຄະນະຄູຝຶກ ແລະ ນັກກິລາຈາກບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນ ກໍ່ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ຈະແຈ້ງໃຫ້ບັນດາທ່ານຊາບວ່າ EVO ຈະເຂົ້າມາເປັນຜູ້ສະໜັບສະໜູນເຄື່ອງກິລາໃຫ້ກັບກຳມະການຕັດສິນ ລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028, ທັງສອງຝ່າຍໄດ້ມີວິໄສທັດເພື່ອຈະພັດທະນາກິລາບານເຕະລາວ. EVO ໄດ້ມີຜະລິດຕະພັນທີ່ສະແດງໃຫ້ທຸກຄົນໄດ້ເຫັນເຖິງ ນະວັດຕະກຳ, ຄຸນນະພາບ ແລະ ຄວາມເປັນເອກະລັກ ແບບລາວ. ສຕລ ມີຄວາມພູມໃຈ ທີ່ໄດ້ເຫັນຜະລິດຕະພັນຂອງຄົນລາວ ເຂົ້າມາປະກອບສ່ວນຊຸກຍູ້ການພັດທະນາກິລາບານເຕະພາຍໃນປະເທດ. ການສະໜັບສະໜູນໃນໄລຍະ 3 ລະດູການຕໍ່ໜ້າ ກໍສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາຂອງ EVO ທີ່ຢາກເຂົ້າມາປະກອບສ່ວນໃນເສັ້ນທາງພັດທະນາກິລາບານເຕະລາວ.
ໃນງານນີ້ ທ່ານ ສີສະຫວັນ ມາຢົງເຊີນ ປະທານ ບໍລິສັດ ອີໂວ ການກິລາ ຈໍາກັດ ໄດ້ກ່າວວ່າ: EVO ເລີ່ມສ້າງມາແຕ່ປີ 2015 ທີ່ໄດ້ສ້າງເປັນຜະລິດຕະພັນເຄື່ອງກິລາຂອງຄົນລາວ ເຊິ່ງກໍໄດ້ມີການສະໜັບສະໜູນວົງການກິລາລາວ ມາຢ່າງຍາວນານ ແລະ ເມື່ອ 2-3 ປີທີ່ຜ່ານມາ ພວກເຮົາກໍສາມາດກາຍເປັນຜູ້ສະໜັບສະໜູນຂອງທີມຊາດລາວ ຮຸ່ນເຍົາວະຊົນອາຍຸບໍ່ເກີນ 16 ປີ ແລະ ອື່ນໆ ເຊິ່ງກໍຕ້ອງຂໍຂອບໃຈທາງສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ໂອກາດ EVO ໄດ້ເປັນສ່ວນໜຶ່ງ ແລະ ຫວັງວ່າພວກເຮົາຈະໄດ້ຮ່ວມມືກັນໃນການພັດທະນາວົງການກິລາບານເຕະລາວ ຕໍ່ໆໄປ. ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ແມ່ນໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນບານເຕະ ລາວລີກ 1, ລາວລີກ ຍິງ, ການແຂ່ງຂັນບານເຕະຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ, 19 ປີ.
ຂ່າວຈາກ: ສຕລ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














