
ບັນດາທ່ານຊາວແຂວງອຸດົມໄຊ ຫຼື ແຂວງໃກ້ຄຽງ ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ແລະ ມີຄວາມສົນໃຈເຂົ້າຮັບການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ (ບໍ່ເສຍຄ່າໃຊ້ຈ່າຍ) ສາມາດມາຮັບການບໍລິການໄດ້ ທີ່ໂຮງໝໍແຂວງອຸດົມໄຊ ເລີ່ມໃນວັນທີ 19-25 ມີຖຸນາ 2025, ໂດຍທີມແພດໂຮງໝໍແຂວງອຸດົມໄຊ ຮ່ວມມືກັບ The Fred Hollows Foundation.
ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ, ຊຶ່ງປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນ ຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.ສະນັ້ນ ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














