pele (61)
ອິນໂດເນເຊຍຍົກລະດັບເຕືອນໄພສູງສຸດ ຫຼັງພູເຂົາໄຟປະທຸຮຸນແຮງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 June, 2025

ພູເຂົາໄຟ ເລໂວໂຕບີ ລາກິ ລາກິ ໃນອິນໂດເນເຊຍ ປະທຸຄັ້ງໃຫຍ່ ພົ່ນເຖົ້າຖ່ານຂຶ້ນສູ່ທ້ອງຟ້າສູງກວ່າ 11 ກິໂລແມັດ ສົ່ງຜົນໃຫ້ຖ້ຽວບິນຈຳນວນຫຼາຍເຂົ້າ-ອອກຈາກເກາະບາຫລີຖືກຍົກເລີກຢ່າງກວ້າງຂວາງ ໄດ້ຮັບຜົນກະທົບຢ່າງໜັກ ເຈົ້າໜ້າທີ່ປະກາດເຕືອນໄພຂັ້ນສູງສຸດ ແລະ ສັ່ງອົບພະຍົບປະຊາຊົນໃນພື້ນທີ່ໃກ້ຄຽງ

 

ໃນວັນທີ 17 ມິຖຸນາ 2025  ເວລາ 17:35  ຕາມເວລາທ້ອງຖິ່ນ ພູເຂົາໄຟເລໂວໂຕບີ ລາກິ ລາກິ ເທິງເກາະຟລໍເລສ ປະເທດອິນໂດເນເຊຍ ປະທຸຢ່າງຮຸນແຮງ ພົ່ນເຖົ້າຖ່ານພຸ່ງສູງເຖິງ 10,000 ແມັດ (ປະມານ 32,800 ຟຸດ) ສ້າງເມກສີສົ້ມຂະໜາດໃຫຍ່ຮູບດັ່ງດອກເຫັດ ປົກຄຸມໝູ່ບ້ານຕາລີບູຣາໃກ້ຄຽງ ສາມາດເບິ່ງເຫັນເຖົ້າພູເຂົາໄຟໄດ້ໄກເຖິງ 150 ກິໂລແມັດ

 

ການປະທຸຄັ້ງນີ້ທຳໃຫ້ເກີດຄວາມວຸ່ນວາຍ ທັງດ້ານການຄົມມະນາຄົມ ການທ່ອງທ່ຽວ ແລະ ຄວາມປອດໄພຂອງປະຊາຊົນ ໂດຍສະໜາມບິນນາໆຊາດເດັນປາຊາຣ໌ໃນບາຫລີ ຊຶ່ງເປັນຈຸດໝາຍທ່ອງທ່ຽວຍອດນິຍົມ ໄດ້ຍົກເລີກ ແລະ ຢຸດຖ້ຽວບິນຈຳນວນຫຼາຍ ທັງພາຍໃນປະເທດໄປຍັງຈາກາດຕາ ແລະ ລອມບອກ ແລະ ລະຫວ່າງປະເທດໄປຍັງອົດສະເຕຣເລຍ, ຈີນ, ອິນເດຍ, ມາເລເຊຍ, ນິວຊີແລນ ແລະ ສິງກະໂປຣ ສະໜາມບິນຟຣານຊິສຄັດ, ຊາເວຣິອຸສ, ເຊດາ, ໃກ້ພູເຂົາໄຟ ຖືກປິດເຖິງວັນທີ 19 ມິຖຸນາ ເພື່ອຄວາມປອດໄພ

 

ສາຍການບິນເຊັ່ນ ເຈັດສະຕາຣ໌ ສກູດ ແລະ ແອຣ໌ເອເຊຍ ຍົກເລີກຖ້ຽວບິນເຂົ້າ-ອອກບາຫລີໃນເຊົ້າວັນທີ (18 ມິຖຸນາ) ບໍລິສັດທົວທ້ອງຖິ່ນປະເມີນວ່າ ນັກທ່ອງທ່ຽວຫຼາຍກວ່າ 1,000 ຄົນໄດ້ຮັບຜົນກະທົບ ໂດຍສະເພາະຜູ້ທີ່ວາງແຜນໄປບາຫລີ ແລະ ອຸທະຍານແຫ່ງຊາດໂຄໂມໂດ

 

 

ສຳນັກງານທໍລະນີວິທະຍາອິນໂດເນເຊຍຍົກລະດັບເຕືອນໄພເປັນລະດັບສູງສຸດ ສັ່ງຫ້າມນັກທ່ອງທ່ຽວເຂົ້າໃກ້ເຂດອັນຕະລາຍໃນລັດສະໝີ 8 ກິໂລແມັດຮອບປາກປ່ອງພູເຂົາໄຟ ແລະ ອົບພະຍົບຊາວບ້ານຈາກ 2 ໝູ່ບ້ານໃກ້ຄຽງເພື່ອຄວາມປອດໄພ ນອກຈາກນີ້ ຍັງເຕືອນວ່າຝົນຕົກໜັກອາດເຮັດໃຫ້ເກີດລາວາໄຫຼຕາມແມ່ນ້ຳ ຊຶ່ງເປັນອັນຕະລາຍຮ້າຍແຮງ

 

ຕໍ່ມາ ເຊົ້າວັນທີ (18 ມິຖຸນາ) ພູເຂົາໄຟແຝດເລໂວໂຕບີ ລາກິ ລາກິ ຊຶ່ງສູງ 1,584 ແມັດ ປະທຸຊ້ຳອີກຄັ້ງ ພົ່ນເຖົ້າສູງ 1 ກິໂລແມັດ ໂດຍກ່ອນໜ້ານີ້ມີກິດຈະກຳພູເຂົາໄຟເພີ່ມຂຶ້ນເຖິງ 50 ຄັ້ງໃນ 2 ຊົ່ວໂມງ ທຽບກັບປົກກະຕິພຽງ 8-10 ຄັ້ງ/ມື້ ພູເຂົາໄຟລູກນີ້ເຄີຍປະທຸຮຸນແຮງມາແລ້ວໃນເດືອນມີນາ ແລະ ພຶດສະພາທີ່ຜ່ານມາ ເຮັດໃຫ້ຖ້ຽວບິນໄປບາຫລີຖືກຍົກເລີກ ແລະ ທີ່ຮ້າຍແຮງທີ່ສຸດຄືເມື່ອເດືອນພະຈິກ 2024 ການປະທຸຫຼາຍຄັ້ງໄດ້ຄອບຄ້າຊີວິດ 9 ຄົນ ບາດເຈັບຫຼາຍສິບຄົນ ແລະ ຕ້ອງອົບພະຍົບຄົນນັບພັນ

 

ອິນໂດເນເຊຍ ຊຶ່ງມີປະຊາກອນປະມານ 270 ລ້ານຄົນ ຕັ້ງຢູ່ເທິງ “ວົງແຫວນແຫ່ງໄຟ” ແນວຮອຍເລື່ອນແຜ່ນເປືອກໂລກທີ່ມີພູເຂົາໄຟຄຸກຮຸ່ນເຖິງ 120 ລູກ ເຮັດໃຫ້ເຜີຍໜ້າກັບໄພພິບັດທາງທໍລະນີວິທະຍາເປັນປະຈຳ ການປະທຸຄັ້ງນີ້ເປັນການເຕືອນເຖິງຄວາມອ່ອນແອຂອງພູມິພາກ ແລະ ຜົນກະທົບທີ່ອາດຂະຫຍາຍວົງກວ້າງທັງດ້ານເສດຖະກິດ ແລະ ຄວາມປອດໄພ

 

ຂະນະນີ້ ທາງການອິນໂດເນເຊຍ ແລະ ຫົວໜ່ວຍງານທ້ອງຖິ່ນຍັງຄົງເຝົ້າລະວັງສະຖານະການຢ່າງໃກ້ຊິດ ພ້ອມແນະນຳໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວປະຕິບັດຕາມຄຳເຕືອນຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທີ່ອາດເກີດຂຶ້ນຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ