pele (64)
ຈຸດສຸມພັດທະນາຜາສັງ ມີຄອບຄົວພົ້ນທຸກ ກວມ 88,6% ແລະ ມີຄອບຄົວພັດທະນາ ກວມ 86,64%
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 June, 2025

ເຂດຈຸດສຸມພັດທະນາຜາສັງ ໄດ້ຮັບການປະກາດເປັນບ້ານພັດທະນາ ໃນວັນທີ 16 ພະຈິກ 2023 ແລະ ໄດ້ປະກາດຮັບຮອງ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນວັນທີ 5 ມັງກອນ 2024; ຕັ້ງຢູ່ຫ່າງຈາກເທດສະບານເມືອງເຟືອງ ໄປທາງທິດໃຕ້ 36 ກິໂລແມັດ, ປະກອບມີ 10 ບ້ານຂຶ້ນກັບ, ມີ 2.415 ຄອບຄົວ, ພົນລະເມືອງ 14.200 ກວ່າຄົນ, ຍິງ 7.000 ກວ່າຄົນ, ປະກອບມີ 5 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອີວມຽນ, ມີຄອບຄົວພົ້ນທຸກ ກວມ 88,6% ແລະ ມີຄອບຄົວພັດທະນາ ກວມ 86,64%.

 

ໃນວັນທີ 18 ມິຖຸນາ 2025 ຜ່ານມານີ້,  ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ຈຸດສຸມພັດທະນາຜາສັງ, ເມືອງເຟືອງ, ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງເຟືອງ, ປະຊາຊົນ ເຂດຈຸດພັດທະນາຜາສັງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ນາຍົກລັດຖະມົນຕີ.

 

ໃນໂອກາດນີ້, ທ່ານ ອາດ ວິໄລພົນ, ປະທານຄະນະກວດກາພັກເມືອງ, ຜູ້ຊີ້ນຳຈຸດສຸມພັດທະນາຜາສັງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບຈຸດພິເສດທາງດ້ານທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເຂດດັ່ງກ່າວ: ຈຸດສຸມພັດທະນາຜາສັງ ມີທ່າແຮງຫຼາຍດ້ານຍູ້ໜູນການພັດທະນາ ເປັນຕົ້ນ ມີເສັ້ນທາງຫຼວງຂອງແຂວງ ເລກທີ 4501 ຜ່ານໃຈກາງ, ເປັນເຂດຊຸມຊົນ ເໝາະສົມກັບການຄ້າຂາຍ ແລະ ການເຮັດບໍລິການ, ປະຊາຊົນມີມູນເຊື້ອດຸໝັ່ນໃນການທຳມາຫາກິນ, ມີເນື້ອທີ່ກວ້າງຂວາງ ແລະ ຮາບພຽງ ເໝາະສົມກັບການປູກຝັງ-ລ້ຽງສັດ ແລະ ປູກພືດອຸດສະຫະກໍາອື່ນໆ; ເຂດຈຸດສຸມນີ້ ມີເນື້ອທີ່ທັງໝົດ 34.800 ກວ່າເຮັກຕາ, ໃນນັ້ນ ມີເນື້ອທີ່ປູກເຂົ້ານາປີ 1.980 ເຮັກຕາ, ສະເລ່ຍສະມັດຖະພາບຜະລິດເຂົ້າ 4,5 ໂຕນ/ເຮັກຕາ, ເນື້ອທີ່ນາແຊງມີ 38 ເຮັກຕາ, ສະເລ່ຍສະມັດຖະພາບ 4 ໂຕນ/ເຮັກຕາ, ເນື້ອທີ່ໄຮ່ໝູນວຽນມີ 1.260 ກວ່າເຮັກຕາ, ສະເລ່ຍສະມັດຖະພາບ 3,8 ໂຕນ/ເຮັກຕາ.

 

ຈາກທ່າແຮງ ແລະ ຄວາມເປັນເຈົ້າການຮັບຜິດຊອບ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ສາມາດສ້າງລາຍຮັບສະເລ່ຍໃສ່ຫົວຄົນໄດ້ປະມານ 13 ລ້ານກີບ/ປີ, ນອກນັ້ນ ພື້ນຖານໂຄງລ່າງຫຼາຍດ້ານ ກໍ່ໄດ້ຮັບການພັດທະນາດີຂຶ້ນ ຢ່າງຕໍ່ເນື່ອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍມີຄວາມເຂັ້ມແຂງ, ປະກົດການຫຍໍ້ທໍ້ ກໍ່ຫຼຸດນ້ອຍຖອຍລົງ.

 

ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນພົ້ນເດັ່ນ ທີ່ພາກສ່ວນທີ່ກ່ຽວຂ້ອງ ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ; ໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ພ້ອມນັ້ນ ກໍ່ໄດ້ຍົກໃຫ້ເຫັນ ຄວາມບຸກບືນ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນຄ່ອຍໆຜ່ອນຄາຍຄວາມເຄັ່ງຕຶງລົງເປັນກ້າວໆ.

 

ນອກຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງປີ 2025 ຊຶ່ງເປັນປີມ້ວນທ້າຍ ໃນການບຸກບືນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຄາດໝາຍທີ່ວາງໄວ້, ທັງເປັນປີຄົບຮອບການສະເຫຼີມສະຫຼອງໃຫຍ່ 3 ວັນປະຫວັດສາດຂອງຊາດ, ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບພັດທະນາຈຸດສຸມດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມທັງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າໂດຍສະເພາະ ມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ສືບຕໍ່ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງບັນດາບ້ານ ຕາມທິດສາມສ້າງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມໜັກແໜ້ນເຂັ້ມແຂງ; ເປັນເຈົ້າການຕິດຕາມ ແລະ ສະກັດກັ້ນພະຍາດຕາມລະດູການ; ສືບຕໍ່ຜະລິດເປັນສິນຄ້າ ຕາມທ່າແຮງຂອງທ້ອງຖິ່ນ ໃຫ້ຫຼາຍຂຶ້ນ.

 

ການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ຈຸດສຸມພັດທະນາຜາສັງ ຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ໂດຍສະເພາະ ເຄື່ອງໃຊ້ຫ້ອງການ ໃຫ້ແກ່ຈຸດສຸມດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານບໍລິຫານ ກໍ່ຄືການສ້າງຈຸດສຸມດັ່ງກ່າວ ເປັນຕາແສງ ຕາມແຜນທີ່ກຳນົດໄວ້ ໃຫ້ປະກົດຜົນເປັນຈິງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
ຢ່າລື່ມກົດຕິດຕາມ