pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຮຽບຮຽງໂດຍ:Pele
ເຜີຍແຜ່: 20 June, 2025

ນັກມະນຸດວິທະຍາສາດຊີ້ ຫາກມື້ໜຶ່ງຄົນທົ່ວໂລກຕັດສິນໃຈ “ບໍ່ຂໍມີລູກອີກຕໍ່ໄປ” ໂລກຈະເປັນແນວໃດ? ແລະ ມະນຸດຈະຢູ່ຫຼອດໄປໄດ້ອີກຈັກປີ ກ່ອນທຸກຢ່າງຈະຮອດຈຸດຈົບ

 

ຈາກວິກິດການເກີດນ້ອຍ ສູ່ຄຳຖາມໃຫຍ່ຂອງມະນຸດຊາດ

 

ບັນຫາການເກີດຫຼຸດລົງກຳລັງກາຍເປັນວິກິດໃຫຍ່ໃນຫຼາຍປະເທດທົ່ວໂລກ, ໂດຍສະເພາະໃນກຸ່ມປະເທດພັດທະນາແລ້ວ. ເມື່ອຄົນລຸ້ນໃຫມ່ຈຳນວນຫຼາຍເລືອກທີ່ຈະບໍ່ມີລູກ ດ້ວຍເຫດຜົນດ້ານເສດຖະກິດ, ສັງຄົມ, ຄວາມກັງວົນດ້ານສິ່ງແວດລ້ອມ, ແລະ ຄຸນນະພາບຊີວິດ

 

ສົ່ງຜົນໃຫ້ມີຄຳຖາມເຊິງສົມມຸດຖານວ່າ “ຖ້າທຸກຄົນເທິງໂລກຢຸດມີລູກໃນເວລາດຽວກັນ ມະນຸດຊາດຈະສູນພັນພາຍໃນຈັກປີ?”

 

 

ໂລກຈະງຽບເຫງົາພາຍໃນຮ້ອຍປີ?

 

ຫາກເບິ່ງຈາກອາຍຸໄຂັສະເລ່ຍຂອງມະນຸດທີ່ບໍ່ຄ່ອຍເກີນ 100 ປີ, ການຢຸດໃຫ້ກຳເນີດມະນຸດລຸ້ນໃຫມ່ໝາຍຄວາມວ່າ ພາຍໃນສັດຕະວັດດຽວ ມະນຸດຊາດອາດຫາຍໄປຈາກໂລກ

 

ແຕ່ສະຖານະການຈິງອາດຈະຮ້າຍແຮງກວ່ານັ້ນ ເພາະບັນຫາຈະຄ່ອຍໆທະວີຄວາມຮຸນແຮງ ບໍ່ແມ່ນແຕ່ເລື່ອງຈຳນວນຄົນທີ່ຫຼຸດລົງ ແຕ່ລວມທັງລະບົບສັງຄົມທີ່ອາດພັງທະລາຍລົງຕາມໄປດ້ວຍ

 

ອາລະຍະທຳລົ້ມລະລາຍກ່ອນມະນຸດໝົດສິ້ນ

 

ສາດສະດາຈານ ໄມເຄິລ ລິດເທີລ ນັກມະນຸດວິທະຍາກຽດຕິຄຸນຈາກມະຫາວິທະຍາໄລບິງແຮມຕັນ ລັດນິວຢອກ ລະບຸວ່າ ຫາກການເກີດຢຸດລົງທັງໝົດພ້ອມກັນ ສັງຄົມມະນຸດຈະເລີ່ມເສື່ອມຖອຍພາຍໃນບໍ່ຈັກທົດສະວັດ ເພາະຈະບໍ່ມີແຮງງານໜຸ່ມສາວພຽງພໍໃນການຂັບເຄື່ອນລະບົບເສດຖະກິດ, ຜະລິດອາຫານ, ຫຼື ແມ້ແຕ່ດູແລຜູ້ສູງອາຍຸ

 

“ເຈົ້າອາດຄິດວ່າພວກເຮົາຈະຢູ່ໄດ້ 100 ປີ ແຕ່ຄວາມຈິງແລ້ວພວກເຮົາໜ້າຈະເລີ່ມພັງພາຍໃນ 70-80 ປີ ເພາະບໍ່ມີຄົນເຮັດວຽກ, ບໍ່ມີອາຫານ, ຢາ, ນ້ຳສະອາດ, ຫຼື ສິ່ງຈຳເປັນທີ່ເຄີຍຫາໄດ້ງ່າຍໃນປັດຈຸບັນ” ລິດເທີລ ກ່າວ

 

 

ໂລກອາດບໍ່ຕ້ອງລໍຖ້າໃຫ້ທຸກຄົນ “ສະໝັກໃຈ” ບໍ່ມີລູກ

 

ແມ້ແນວຄິດເລື່ອງການຢຸດມີລູກພ້ອມກັນທັງໂລກຈະເບິ່ງໄກຕົວ ແຕ່ສາດສະດາຈານລິດເທີລ ຊີ້ວ່າ ມີຄວາມເປັນໄປໄດ້ທີ່ປະກົດການນີ້ຈະເກີດຂຶ້ນຈາກໄພພິບັດຮ້າຍແຮງ ເຊັ່ນ: ໂລກລະບາດທີ່ເຮັດໃຫ້ຜູ້ຄົນສູນເສຍຄວາມສາມາດໃນການຈະເລີນພັນ ຫຼື ສົງຄາມນິວເຄຍຮະດັບທີ່ລ້າງເຜົ່າພັນມະນຸດຈົນໝົດສິ້ນ

 

ຈາກເຄີຍຍ້ານ “ຄົນລົ້ນໂລກ” ສູ່ຍຸກ “ຄົນຫາຍໄປ”

 

ໃນຊ່ວງທົດສະວັດ 1960-1970 ມະນຸດເຄີຍກັງວົນວ່າປະຊາກອນໂລກຈະຫຼາຍເກີນໄປ ແລະ ນຳໄປສູ່ຫາຍະນະ ແຕ່ໃນປັດຈຸບັນ ພາວະອັດຕາການເກີດຕ່ຳກຳລັງກາຍເປັນຝັນຮ້າຍຂອງຫຼາຍປະເທດ ແມ້ປະຊາກອນໂລກຈະຍັງເພີ່ມຢູ່ ແລະ ຄາດວ່າຈະພຸ່ງແຕະ 10,000 ລ້ານຄົນໃນທົດສະວັດ 2080 (ຈາກ 8,000 ລ້ານຄົນໃນປັດຈຸບັນ) ແຕ່ກໍເປັນການເພີ່ມທີ່ຊ້າລົງຫຼາຍເມື່ອທຽບກັບອະດີດ

 

ໃນສະຫະລັດ ປະຊາກອນເພີ່ມຂຶ້ນຈາກ 142 ລ້ານຄົນໃນປີ 1930 ເປັນ 342 ລ້ານຄົນໃນປັດຈຸບັນ ແຕ່ຫາກຈຳນວນຜູ້ເສຍຊີວິດແຊງໜ້າຜູ້ເກີດເມື່ອໃດ ກໍຈະເຂົ້າສູ່ພາວະ “ປະຊາກອນຫຼຸດລົງຖາວອນ” ຊຶ່ງຍາກຈະແກ້ໄຂ

 

 

ຄົນໜຸ່ມສາວແມ່ນພະລັງຂັບເຄື່ອນສັງຄົມ

 

ສາດສະດາຈານ ລິດເທີລ ເຕືອນວ່າ ສິ່ງສຳຄັນທີ່ສຸດໃນວິກິດນີ້ແມ່ນ “ການດຸ່ນດ່ຽງຂອງປະຊາກອນ” ລະຫວ່າງຄົນໜຸ່ມສາວກັບຜູ້ສູງອາຍຸ ເພາະໄວແຮງງານແມ່ນຕົ້ນທາງຂອງທຸກຢ່າງທີ່ເຮົາພຶ່ງພາ ບໍ່ວ່າຈະເປັນແນວຄິດໃໝ່, ເທັກໂນໂລຊີ, ຫຼືແຮງງານໃນການຜະລິດສິນຄ້າ ໃນເວລາດຽວກັນ ຜູ້ສູງອາຍຸຈຳນວນຫຼາຍກໍຕ້ອງພຶ່ງພາຄົນລຸ້ນໃໝ່ໃນການເບິ່ງແຍງຊີວິດປະຈຳວັນ

 

ຫຼາຍປະເທດ ເຊັ່ນ: ເກົາຫຼີໃຕ້ ແລະ ອິນເດຍ ກຳລັງປະສົບບັນຫາອັດຕາການເກີດຕ່ຳ ໂດຍສະເພາະໃນກຸ່ມຜູ້ຍິງທີ່ມີລູກນ້ອຍລົງກວ່າລຸ້ນແມ່ຫຼາຍ ຂະນະທີ່ການອົບພະຍົບຍ້າຍຖິ່ນກໍບໍ່ສາມາດຊ່ວຍແກ້ບັນຫາໄດ້ເພາະຕິດຂໍ້ຈຳກັດດ້ານການເມືອງແລະ ວັດທະນະທຳ

 

ນອກຈາກນີ້ ຍັງມີປັດໄຈລຶກລັບ ເຊັ່ນ ພາວະຄວາມອຸດົມສົມບູນຂອງຜູ້ຊາຍທີ່ຖົດຖອຍລົງໃນຫຼາຍປະເທດ ຊຶ່ງຫາກແນວໂນ້ມນີ້ຮຸນແຮງຂຶ້ນ ອາດເຮັດໃຫ້ຈຳນວນປະຊາກອນໂລກຫຼຸດລົງແບບກະທັນຫັນຫຼາຍກວ່າເກົ່າ

 

 

ໂຮໂມເຊປ່ຽນກໍອາດບໍ່ລອດ

 

ມະນຸດຍຸກໃໝ່ ຫຼື ໂຮໂມເຊປ່ຽນ ດຳລົງຢູ່ເທິງໂລກມາຢ່າງໜ້ອຍ 200,000 ປີ ແຕ່ກໍບໍ່ໄດ້ໝາຍຄວາມວ່າພວກເຮົາຈະຢູ່ລອດຕະຫຼອດໄປ ຕົວຢ່າງຈາກມະນຸດນີແອນເດີທັດ, ຊຶ່ງເຄີຍມີຊີວິດຢູ່ມາກ່ອນກວ່າ 400,000 ປີ ສຸດທ້າຍກໍສູນພັນໄປເມື່ອປະມານ 40,000 ປີກ່ອນ ເພາະໂຮໂມເຊປ່ຽນສາມາດປັບຕົວໄດ້ດີກວ່າ ແລະ ສືບພັນໄດ້ຫຼາຍກວ່າ

 

ຫາກມະນຸດສູນພັນ… ໂລກຈະປ່ຽນໄປແນວໃດ?

 

ຖ້າມະນຸດໝົດໄປຈາກໂລກ ສັດຊະນິດອື່ນອາດມີໂອກາດເຕີບໂຕ ແລະ ຍຶດພື້ນທີ່ໂລກຄືນ ແຕ່ຄວາມສູນເສຍທີ່ແທ້ຈິງແມ່ນ “ວັດທະນະທຳ ແລະ ຄວາມຮູ້” ທີ່ມະນຸດໄດ້ສ້າງຂຶ້ນມາ ບໍ່ວ່າຈະເປັນງານສິລະປະ, ວິທະຍາສາດ ຫຼື ເທັກໂນໂລຊີລະດັບສູງ

 

ສາດສະດາຈານ ລິດເທີລ ທິ້ງທ້າຍວ່າ “ມະນຸດຈຳເປັນຕ້ອງວາງແຜນອະນາຄົດເພື່ອຄວາມຢູ່ລອດລະຍະຍາວ ນອກຈາກຈະຕ້ອງຈັດການກັບອັດຕາການເກີດແລ້ວ ຍັງຕ້ອງປະເຊີນໜ້າກັບບັນຫາແຮງດ່ວນຢ່າງໂລກຮ້ອນ ແລະ ຫຼີກເວັ້ນການທຳລາຍລ້າງດ້ວຍສົງຄາມອີກດ້ວຍ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ