
ຄົນເກີດວັນອາທິດ:ການງານມີເຕັກນິກໃນການເຮັດທຸລະກິດການງານ ສ້າງສັນຜົນງານ ຫຼືສະເໜີໂປຣເຈັກງານຕ່າງໆ ໄດ້ຢ່າງດີເລີດໃນໄລຍະນີ້ ການເງິນໂຊກດີທີ່ວ່າຈະມີບໍລິວານ ຫຼື ຜູ້ໃຫຍ່ຄອຍຖ້າໃຫ້ການອຸປະຖຳຊ່ວຍເຫຼືອດ້ານການເງິນສະເໝີ ຄວາມຮັກກັບຄົນທີ່ຄົບຫາຢູ່ເໝືອນຈະດີແຕ່ກໍຍັງບໍ່ແມ່ນ ມີຂໍ້ຂັດແຍ້ງບາງຢ່າງທີ່ບໍ່ອາດຈະແກ້ໄຂໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານດ້ວຍຄວາມສະຫຼຽວສະຫຼາດໃນການເຈລະຈາ ຈະເຮັດໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງໃນຕອນນີ້ ການເງິນລະວັງການຕາມໃຈຕົນເອງໃນເລື່ອງຂອງການໃຊ້ເງິນ ຫຼື ການນຳເງິນໃນອະນາຄົດອອກມາໃຊ້ຈ່າຍ ຄວາມຮັກຍັງບໍ່ຕັດສິນໃຈທີ່ຈະເລືອກໃຜ ກຳລັງຫາລູ່ທາງເຮັດທຸລະກິດ ທໍາມາມາຫາກິນຫຼາຍກວ່າທີ່ຈະເນັ້ນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີມ່ວງ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານລູກນ້ອງ ບໍລິວານຈະຄອຍຖ້າຊ່ວຍເຫຼືອທາງດ້ານການງານໃຫ້ເກີດຄວາມສຳເລັດທີ່ດີໄດ້ສະເໝີ ການເງິນຫາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍໃນໄລຍະນີ້ ມີເລື່ອງເລັ່ງດ່ວນທີ່ຕ້ອງໃຊ້ເງິນເປັນຈຳນວນຫຼາຍ ຄວາມຮັກຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກໃນໄລຍະນີ້ນັ້ນເອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ0
ຄົນເກີດວັນພຸດ:ການງານເປັນຄົນເກັ່ງ ເຮັດວຽກເກັ່ງ ບໍລິຫານຈັດການໄດ້ຢ່າງດີເດັ່ນ ໃນໄລຍະນີ້ຈະໄດ້ຮັບຄຳຊື່ນຊົມ ການເງິນຄວນປະຢັດໃນການໃຊ້ຈ່າຍໃຫ້ຫຼາຍໆ ເພາະທ່ານຕ້ອງມີລາຍຈ່າຍຫຼາຍໃນທ້າຍເດືອນ ຄວາມຮັກລົງຕົວດີໃນເລື່ອງຄວາມສຳພັນດ້ານຄວາມຮັກໃນໄລຍະນີ້ ມີໂອກາດພົບຮັກເພາະທຸລະກິດການງານຂອງຕົນເອງທີ່ຈະນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານມີອຸປະສັກ ເປັນສິ່ງທີ່ທ້າທາຍໃນເລື່ອງຂອງການແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ດ້ວຍຄວາມສາມາດຂອງຕົນເອງ ການເງິນ ຈະພົບລາຍຈ່າຍຢ່າງບໍ່ຄາດຝັນ ແລະ ບໍ່ທັນຕັ້ງຕົວໃນໄລຍະນີ້ ຈາກຄວາມຜິດພາດໃນການບໍລິຫານຈັດການທາງດ້ານການເງິນ ຄວນລະວັງໃຫ້ດີ ຄວາມຮັກຈະພົບຄົນທີ່ມີສະເໜ່ເກັ່ງຫຼາຍໆ ໃນໄລຍະນີ້ ແຕ່ຂຶ້ນຢູ່ກັບລາວວ່າຈະເລືອກທ່ານ ຫຼື ບໍ່ນັ້ນເອງ ເຄື່ອງມຸງຄຸນຕ່າງຫູສີມຸງຄຸນສີຂາວ ເລກນຳໂຊກ2
ຄົນເກີດວັນສຸກ:ການງານເຮັດວຽກເກັ່ງ ແລະ ເຕັມທີ່ສະເໝີ ການແຕ່ງຕົວທີ່ສົ່ງເສີມໃຫ້ມີບຸກຄະລິກກະພາບດີຈະຊ່ວຍໃຫ້ການຕິດຕໍ່ງານເກີດຄວາມສຳເລັດການເງິນຫາໄດ້ຫຼາຍກໍໃຊ້ອອກໄປຫຼາຍໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກ ຍັງເບິ່ງໆ ຢູ່ຫຼາຍກວ່າ ໃນໄລຍະນີ້ຍັງບໍ່ປ່ຽນສະຖານະ ຄົບຫາເປັນໝູ່ເພື່ອນກັນໄປກ່ອນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ8
ຄົນເກີດວັນເສົາ:ການງານວຽກງານຫຼາຍໃນໄລຍະນີ້ ຄວນລະວັງເລື່ອງສຸຂະພາບຂອງທ່ານໃຫ້ຫຼາຍໆ ການເງິນມີການວາງແຜນໃນເລື່ອງຂອງການຂໍເຄຣດິດກັບທະນາຄານ ແລະ ຈະເຮັດໃຫ້ທ່ານມີຫຼາຍຈ່າຍເພີ່ມຂື້ນ ຄວາມຮັກມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈແບບບໍ່ທັນຕັ້ງໂຕ ທ່ານເປັນຄົນທີ່ມີສະເໜ່ຫຼາຍໆ ແຕ່ກໍຕ້ອງໃຊ້ໄລຍະເວລາເບິ່ງໆ ກັນໄປກ່ອນ ເຄື່ອງມຸງຄຸນສາຍແຂນ ສີມຸງຄຸນສີສົ້ມ ເລກນຳໂຊກ9
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














