pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
ຮຽບຮຽງໂດຍ:Pele
ເຜີຍແຜ່: 20 June, 2025
ໝວດ: ຂ່າວ

ຕາມບົດລາຍງານຂອງລັດຖະບານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX, ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານປັບປຸງ ຄຸນນະພາບການສຶກສາ ວ່າ: ມີ 12 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 4 ຄາດໝາຍທີ່ບໍ່ສາມາດບັນລຸໄດ້

 

ສຳລັບ 4 ຄາດໝາຍທີ່ບໍ່ສາມາດບັນລຸໄດ້ ມີດັ່ງນີ້:

 

  1. ອັດຕາເຂົ້າຮຽນໃໝ່ລວມ ປ.5 ໄດ້ 95.5%, (ຄາດໝາຍ 97%)
  • ອັດຕາປະລະການຮຽນຂອງນັກຮຽນ ຊັ້ນປະຖົມ ໄດ້ 4.6%, (ຄາດໝາຍ 4%)
  • ອັດຕາຮຽນຈົບຊັ້ນປະຖົມສຶກສາ ບັນລຸພຽງແຕ່ 93.3%, (ຄາດໝາຍ 94%)
  • ອັດຕາເຂົ້າຮຽນໃໝ່ລວມຊັ້ນມັດທະຍົມຕອນຕົ້ນ ມ.4 ບັນລຸພຽງແຕ່ 61.4%, (ຄາດໝາຍ 64%)

 

ສາເຫດທີ່ເຮັດໃຫ້ອັດຕາປະລະການຮຽນສູງ ແລະ ອັດຕາເຂົ້າຮຽນບໍ່ບັນລຸຄາດໝາຍ, ຍ້ອນບັນຫາເສດຖະກິດຄອບຄົວ, ພໍ່ແມ່ຜູ້ປົກຄອງປະສົບບັນຫາທາງການເງິນ, ພວກເຂົາບໍ່ສາມາດຈ່າຍຄ່າຮຽນໃຫ້ລູກຮຽນຕໍ່ໄດ້

 

ນັກຮຽນມັດທະຍົມສ່ວນຫຼາຍໄດ້ອອກໂຮງຮຽນໄປຊ່ວຍວຽກພໍ່ແມ່ ແລະ ຊອກວຽກເຮັດງານທຳ, ເພື່ອຫາເງິນມາລ້ຽງຄອບຄົວ, ເນື່ອງຈາກຄ່າຄອງຊີບແພງ

 

ສຳລັບ 12 ຄາດໝາຍທີ່ບັນລຸໄດ້, ໃນບົດລາຍງານໄດ້ຍົກໃຫ້ເຫັນຄາດໝາຍທີ່ພົ້ນເດັ່ນ:

 

  1. ນັກຮຽນ ຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍ ອາຊີວະສຶກສາ ແລະ ອົບຮົມວິຊາຊີບ ບັນລຸໄດ້ 5.7% (ຄາດໝາຍ 3%)
  2. ອັດຕາເຂົ້າຮຽນຂອງເດັກ ອາຍຸ 5ປີ ເພີ່ມຈາກ 83% ເປັນ 84%
  3. ອັດຕາການປະລະການຮຽນ ຊັ້ນ ປ.1 ຫຼຸດລົງຈາກ 6% ເປັນ 5%

 

ລັດຖະບານໄດ້ສຸມໃສ່ວຽກງານປັບປຸງຄຸນນະພາບການສຶກສາໃນທຸກລະດັບໃຫ້ສູງຂຶ້ນ, ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເປັນການຮອງຮັບອຸດສາຫະກໍາໃນຍຸກປັດຈຸບັນ

 

ສະນັ້ນຈຶ່ງເຮັດໃຫ້ບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (ຂະແໜງການສຶກສາ ແລະ ກິລາ) ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ