pele (81)
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ.
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 June, 2025
ໝວດ: ຂ່າວ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3.000 ກີບ ຕໍ່ເດືອນໃນໄລຍະຜ່ານມາ ໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດ ທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດ ເເລ້ວເປັນຫຍັງພາຍຫລັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອຈໍານວນຫນື່ງຍັງສາມາໂທມາລົບກວນໄດ້ຢູ່

ຕໍ່ກັບບັນຫາທີ່ເກີດຂື້ນ ທ່ານ ປະລີນຍາ ພົມມະວິເສດ ຮັກສາການຫົວຫນ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວ ຢູ່ກະຊວງເຕັກໂນໂລຊີເເລະການສື່ສານໃນວັນທີ19 ມີຖຸນາ 2025 ນີ້ວ່າ:

ການເກັບເງີນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາແລະປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ

ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ

ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂື້ນພາຍຫລັງເກັບໄປແລ້ວເປັນຫຍັງຈື່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂື້ນເຊັ່ນດຽວກັນ

ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສີນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂື້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂື້ນທາງໂທລະຄົມໄດ້ຢ່າງທັນການ

ສ່ວນອັດຕາຫົວໜ່ວຍລາຄາໂທລະຄົມມະນາຄົມ ແລະ ອິນເຕີເນັດທຽບໃສ່ສາກົນ ອີງຕາມຂໍ້ມູນຂອງເວັບໄຊເກັບກຳຂໍ້ມູນກ່ຽວກັບອັດຕາຄ່າບໍລິການໂທລະສັບມືຖື, ອິນເຕີເນັດຜ່ານລະບົບສາຍແລະໂທລະພາບໃນທົ່ວໂລກ (www.cable.co.uk), ຂໍ້ມູນໃນໄຕມາດ 3 ປີ 2023 ເຫັນວ່າລາວເຮົາຖືກຈັດເປັນປະເທດທີ່ມີອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານມືຖືທີ່ມີລາຄາຖືກເປັນອັນດັບ 2 ຂອງບັນດາປະເທດອາຊຽນແລະ ອັນດັບ 14 ຂອງໂລກ, ນອກຈາກນີ້ອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານລະບົບສາຍຫຼືFTTxຂອງລາວຍັງຈັດອັນດັບທີ 10 ຂອງອາຊຽນແລະອັນດັບທີ່ 47 ໃນທົ່ວໂລກ

ສໍາລັບການສ້າງຕັ້ງກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເເມ່ນອີງໃສ່ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມໄດ້ຮັບການປັບປຸງໃນປີ 2021, ດໍາລັດ ເລກທີ 278 ວ່າດ້ວຍກອງທຶນພັດທະນາຄົມມະນາຄົມ ແລະ ຫັນເປັນດີຈີຕອນ ເເລະ ໃນພາກທີ 7 ມາດຕາ 39 ຂອງກົດຫມາຍຈຸດປະສົງ ເພື່ອສະສົມແລະລະດົມທຶນຈາກພາຍໃນແລະຕ່າງປະເທດນຳໃຊ້ເຂົ້າໃນການຫັນເປັນເສດຖະກິດດີຈີຕອນ, ການຂະຫຍາຍແລະພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ

ການພັດທະນາຊັບພະຍາກອນມະນຸດ, ລະບົບຖານດິຈິຕອນ ຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດິຈິຕອນແລະສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ມາດຕາ 40ແຫຼ່ງກອງທຶນ ໄດ້ມາຈາກ ການປະກອບສ່ວນຂອງງົບປະມານແຫ່ງລັດ, ການນໍາໃຊ້ລະບົບຖານດິຈິຕອນ ທີ່ກະຊວງເຕັກໂນໂລຊີແລະການສື່ສານໄດ້ສ້າງຫຼືຮ່ວມສ້າງຂຶ້ນ,ການປະກອບສ່ວນຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ການຊ່ວຍເຫຼືອແລະ ປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດ, ງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ການຫັກເອົາຈາກຄ່າປັບໃໝຕາມລະບຽບການ, ລາຍໄດ້ຈາກການເຄື່ອນໄຫວກິດຈະການໂທລະຄົມມະນາຄົມ, ຄ່ານຳໃຊ້ຊັບພະຍາກອນໂທລະຄົມ, ການເກັບຄ່າທໍານຽມ1% ຈາກບັນດາຫົວໜ່ວຍທີ່ດໍາເນີນທຸລະກິດໂທລະຄົມ, ໄປສະນີ ເເລະ ດີຈີຕອນ ແລະ ໄດ້ມາຈາກລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ

ສໍາລັບເເຫລ່ງທືນທີ່ໄດ້ມາ ເເມ່ນ ນໍາໃຊ້ ໃນການສ້າງ, ພັດທະນາ ແລະ ບຳລຸງຮັກສາ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ທີ່ຈຳເປັນ ເພື່ອໃຫ້ໄປເຖິງ ເຂດຫ່າງໄກສອກຫຼີກ,ເຂດຍຸດທະສາດ, ຮັບປະກັນຄວາມໝັ້ນຄົງຂອງຊາດແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ;ສ້າງ, ພັດທະນາ ແລະ ບຳລຸງຮັກສາ ລະບົບຄຸ້ມຄອງເຕັກໂນໂລຊີ ແລະ ການສື່ສານ, ແອບພີເຄເຊິນ, ໂຄງລ່າງພື້ນຖານດີຈີຕອນແລະ ລະບົບຖານດີຈີຕອນໃຫ້ມີຄວາມປອດໄພ, ມີຄຸນນະພາບ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ

ນຳໃຊ້ເຂົ້າໃນການ ສ້າງ, ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງລະບົບໂທລະຄົມມະນາຄົມ ແລະອິນເຕີເນັດເພື່ອຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການຕົກລົງເຫັນດີຂອງລັດຖະບານ;ຄົ້ນຄ້ວາສ້າງ ແລະ ປັບປຸງນິຕິກຳ, ສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ທີ່ຈຳເປັນເຂົ້້າໃນການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນເພື່ອຮອງຮັບໃນການສ້າງ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນແລະ ສັງຄົມດີຈີຕອນ;ພັດທະນາບຸກຄະລາກອນ ທາງດ້ານໂທລະຄົມມະນາຄົມ ແລະ ດີຈີຕອນໃຫ້ໄດ້ຄຸນນະພາບສູງ ເເລະອື່ນໆ.
ຂ່າວ ແລະ ພາບ : ເດດອາລຸນ ແລະ ພູເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
ຢ່າລື່ມກົດຕິດຕາມ