pele (91)
ຕິດຕັ້ງກັບດັກແສງໄຟ​ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດ ຢູ່​ແຂວງ​ຈຳ​ປາ​ສັກ
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 June, 2025
ໝວດ: ຂ່າວ

ສັດ​ຕູ​ພືດ ຈຳ​ນວນ 20 ຊະ​ນິດ ກຳ​ລັງ​ຢູ່​ໃນ​ເປົ້າ​ໝາຍການ​ຕິດ​ຕາມເຝົ້າ​ລະ​ວັງ ແລະ ປ້ອງ​ກັນ​ການ​ແຜ່​ລະ​ບາດ ຂອງ ເຈົ້າ​ໜ້​າ​ທີ່ ຂະ​ແໜງປູກ​ຝັງ ຢູ່ ແຂວງ​ຈຳ​ປາ​ສັກ.

 

ສັດຕູພືດທີ່ສໍາຄັນຄື: ບົ້ງຝູງ ສາລີ, ບົ້ງເຈາະຝ່າຍ, ບົ້ງກັດຄໍຮວງເຂົ້າ, ບົ້ງຝູງຢາສູບ, ບົ້ງຮໍາໃບ, ບົ້ງເຈາະໝາກຖົ່ວລຽນ, ເພ້ຍຈັກຈັ່ນສີນໍ້າຕານ, ຕັກແຕນຝູງໄມ້ປ່ອງ ແລະ ອື່ນໆ.

 

ວັນທີ​ 20​ ມິຖຸນາ​ 2025,​ ກົມປູກຝັງ​ ກະສິກຳ ແລະ ປ່າໄມ້​ ສົມທົບກັບ​ຂະແໜງປູກຝັງ​ ພະແນກ​ ກະສິກໍາ​ ແລະ​ ປ່າໄມ້ ​ແຂວງ​ຈໍາປາສັກ, ຫ້ອງການ​ ກະສິກຳ​ ແລະ​ ປ່າໄມ້​ ເມືອງ ໂພນທອງ​ ໄດ້ຕິດຕັ້ງກັບດັກແສງໄຟ​ (Light trap) ຢູ່ບ້ານອຸປະຫຼາດ​ ເມືອງໂພນທອງ​ ຊຶ່ງເປັນແຂວງທີ 8​ ໃນ ປະ​ເທດລາວ ແລະ​ ເປັນຈຸດທໍາອິດ ຂອງ ແຂວງຈໍາປາສັກ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດ.

 

ການ​ຕິດ​ຕັ້ງ​ກັບ​ດັບ​ແສງ​ໄຟ ດັ່ງ​ກ່າວ​ ນອນ​ຢູ່ໃນແຜນການຈັດຕັ້ງປະຕິບັດ ຂອງໂຄງການຮ່ວມມືຫ້ອງແລບລາວ​ – ຈີນ (Lao – China, IPPCAAS) ໂດຍ​ໄດ້​ຮັບການສະໜັບສະໜູນ ທາງດ້ານວິຊາການ ແລະ ງົບປະມານ ຈາກສະຖາບັນຄົ້ນຄ້ວາວິທະຍາສາດປ້ອງກັນພືດ ສປ ຈີນ (IPPCAAS).

 

ທ່ານ​ ບຸນຊູ ສຸດມາລີ ຮອງຫົວໜ້າ​ກົມ ປູກຝັງ ກ່າວວ່າ: ກັບດັກແສງໄຟ ເປັນເຄື່ອງມືຊະນິດໜຶ່ງທີ່ມີຄວາມສໍາຄັນ ແລະ ມີບົດບາດ ໃນການຕິດຕາມເຝົ້າ ລະວັງ, ພະຍາກອນ ການເຄື່ອນຍ້າຍ, ອົບພະຍົບຂອງແມງໄມ້ບາງຊະນິດໄດ້ດີ ແລະ ເປັນທາງເລືອກໜຶ່ງທີ່ຊາວກະສິກອນ ມັກໃຊ້ໃນການເຝົ້າລະວັງການລະບາດຂອງສັດຕູພືດ ເຊິ່ງສາມາດຄໍານວນຈໍານວນປະຊາກອນຂອງແມງໄມ້ຊະນິດຕ່າງໆ ທີ່ມີຄວາມສ່ຽງທີ່ຈະເຂົ້າມາທໍາລາຍພືດ ໃນສະພາບການປ່ຽນແປງ ຂອງດິນຟ້າອາກາດ. ສູນປ້ອງກັນພືດ​ ເປັນສູນໜຶ່ງທີ່ມີພາລະບົດບາດໃນການຕິດຕາມເຝົ້າລະວັງ ສັດຕູພືດຕ່າງແດນ ແລະ ສັດຕູພືດ ພາຍໃນທີ່ເຂົ້າມາທໍາລາຍພືດ ແລະ ແຜ່ລະບາດ ໃນ ສປປ ລາວ ເພື່ອຊອກຫາວິທີທາງໃນການປ້ອງກັນກຳຈັດໃຫ້ທ່ວງທັນກັບສະພາບການ.​ ການຕິດຕັ້ງກັບດັກແສງໄຟ​ ກໍ່ເປັນອີກວິທີໜຶ່ງທີ່ຊ່ວຍໃນການຕິດຕາມເຝົ້າລະວັງສັດຕູພືດຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໄມ້ໃຫ້ໝາກ ໂດຍໄດ້ເນັ້ນໃສ່ 20 ຊະນິດ,​ ສັດຕູພືດທີ່ສໍາຄັນຄື: ບົ້ງຝູງ ສາລີ, ບົ້ງເຈາະຝ່າຍ, ບົ້ງກັດຄໍຮວງເຂົ້າ, ບົ້ງຝູງຢາສູບ, ບົ້ງຮໍາໃບ, ບົ້ງເຈາະໝາກຖົ່ວລຽນ, ເພ້ຍຈັກຈັ່ນສີນໍ້າຕານ, ຕັກແຕນຝູງໄມ້ປ່ອງ ແລະ ອື່ນໆ​ ໂດຍການຕິດຕັ້ງກັບດັກແມງໄມ້ ເພື່ອຕິດຕາມເກັບກຳຂໍ້ມູນຊ່ວຍເຝົ້າລະວັງສັດຕູພືດ ທີ່ສໍາຄັນດັ່ງກ່າວເພາະຈະໄດ້ຮູ້ຊະນິດ ແລະ ຈຳນວນປະຊາກອນຂອງແມງໄມ້ທີ່ເຂົ້າມາຕິດກັບດັກແສງໄຟ ພ້ອມທັງຈຳແນກຫາຊະນິດທີ່ເປັນສັດຕູພືດສໍາຄັນຂອງພືດ​ ເຊັ່ນ: ເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໄມ້ໃຫ້ໝາກ ເຫຼົ່ານີ້ເປັນຕົ້ນ.​

 

ທ່ານ ຮອງຫົວໜ້າ​ ກົມປູກຝັງ ກ່າວຕື່ມວ່າ: ຈຸດປະສົງ ໃນການຕິດຕັ້ງກັບດັກແສງໄຟ ເຂົ້າໃນການຕິດຕາມເຝົ້າລະວັງສັດຕູພືດທີ່ສໍາຄັນຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້​ ກໍ່ເພື່ອເກັບກຳຂໍ້ມູນ, ເກັບຕົວຢ່າງມາວິໄຈ ຫາຊະນິດສັດຕູພືດທີ່ສໍາຄັນ ຂອງ ເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້​ ທັງຊອກຫາວິທີທາງໃນການປ້ອງກັນ ແລະ ກຳຈັດໃຫ້ທ່ວງທັນກັບສະພາບການ.

 

ພາຍຫຼັງຕິດຕັ້ງ ກັບດັກແສງໄຟສໍາເລັດ ກໍ່ໄດ້ມອບ​ ແລະ​ ແນະນໍາວິທີການນໍາໃຊ້ ກັບດັກແສງໄຟ ໃຫ້ວິຊາການຜູ້ຮັບຜິດຊອບ​ ເພື່ອໃຫ້ມີຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 1 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
661.40
671.59
european-union
EUR
24,161
24,645
china
CNY
2,923
2,981
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-09-01T101723.570
1 ກັນຍາ ວັນຍົກຍ້ອງແມວສົ້ມ ກັບເລື່ອງລາວຂອງ 'ວິຕູດໂຊ' ທີ່ຖືກລົດຕຳ ແຕ່ກັບຄືນມາຍ່າງໄດ້ດ້ວຍ 'ຂາປອມ'
pele - 2025-09-01T102455.964
ເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ
pele - 2025-09-01T093650.475
ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ໄດ້ຮັບອຸປະກອນສ້ອມແປງຄອງເໝືອງ
_cover - 2025-08-29T160627.447
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025
site cover1 (100)
ຮູ້ຈັກ Cambricon ບໍລິສັດຊິບຈີນມ້າມືດ ຄູ່ແຂ່ງ Nvidia ລາຍໄດ້ພຸ່ງ 4,000%
pele - 2025-08-29T142514.669
ສໍາເລັດການຍົກລະດັບຄວາມຮູ້ ວຽກງານວິຊາສະເພາະ ໂຄສະນາອົບຮົມ
site cover1 (99)
"ແມນຢູ" ຕ້ອງຈ່າຍສູງເຖິງ 521 ລ້ານບາດ ຖ້າປົດ "ອະໂມຣິມ"ຫຼັງຊີຊັ່ນໃໝ່ຍັງບໍ່ຊະນະໃຜເລີຍ
_cover - 2025-08-29T134631.840
ເຈົ້າເມືອງໆຍົມມະລາດ ລົງຢ້ຽມຢາມປະຊາຊົນ ແລະ ຕິດຕາມສະພາບນ້ຳຖ້ວມພາຍໃນເມືອງ
pele - 2025-08-29T133942.291
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ປະທານສະພາແຫ່ງຊາດນູແວນເຊລັງ
site cover1 (98)
OpenAI ກະກຽມເພີ່ມຟີເຈີ 'ການຄວບຄຸມໂດຍຜູ້ປົກຄອງ' ຫຼັງເດັກ 16 ປີເສຍຊີວິດເພາະສົນທະນາກັບ ChatGPT
ຢ່າລື່ມກົດຕິດຕາມ