pele (99)
ຮູ້ຈັກ "B-2 Spirit" ເຮືອບິນຮົບທີ່ແພງທີ່ສຸດໃນໂລກ "ຖ້າເຈົ້າເຫັນມັນເທິງຟ້າ = ເຈົ້າຈະບໍ່ຕາຍ!"
ຮຽບຮຽງໂດຍ:Pele
ເຜີຍແຜ່: 24 June, 2025

ໃນໂລກຂອງການສົງຄາມສະໄໝໃໝ່ B-2 Spirit ຫຼື ທີ່ຮູ້ຈັກກັນໃນຊື່ B-2 Stealth Bomber ບໍ່ໄດ້ເປັນແຕ່ເຮືອບິນທິ້ງລະເບີດທຳມະດາ ແຕ່ເຈົ້າສິ່ງນີ້ ໄດ້ຮັບສິດອ່ານວ່າ “ນັກຂ້າລ່ອງຫົນ” ທີ່ອອກແບບມາເພື່ອບຸກລືກເຖິງຫົວໃຈຂອງສັດຕູໂດຍບໍ່ໃຫ້ໃຜຮູ້ຕົວ ດ້ວຍລາຄາສູງເຖິງ 2.1 ພັນລ້ານໂດລາສະຫະລັດ (ປະມານ 77,000 ລ້ານບາດ ຕໍ່ໜຶ່ງລຳ) B-2 ຈຶ່ງໄດ້ຊື່ວ່າເປັນ “ເຮືອບິນຮົບທີ່ແພງທີ່ສຸດໃນໂລກ” ດ້ວຍຄວາມສາມາດໃນການປົກປິດຕົວຂັ້ນສຸດຈົນແມ້ແຕ່ເລດາທີ່ທັນສະໄໝກໍ່ຍັງກວດຈັບແທບບໍ່ໄດ້ ຈຶ່ງມີຄຳເວົ້າທີ່ຕິດປາກກັນໃນໝູ່ນັກບິນ ແລະ ຜູ້ຊ່ຽວຊານວ່າ “ຖ້າເຫັນ B-2 ດ້ວຍຕາເປົ່າ = ເຈົ້າລອດ” ເພາະມັນບໍ່ໄດ້ໝາຍເອົາຊີວິດເຈົ້າ ມັນຈຶ່ງຕັ້ງໃຈໃຫ້ເຈົ້າເຫັນ

 

ຫຼົບເລດາແນວໃດ?

 

ໜຶ່ງໃນຄວາມກ້າວໜ້າທີ່ແທ້ຈິງຂອງ B-2 ຄື ຄວາມສາມາດໃນການລ່ອງຫົນ (Stealth Technology) ເຊິ່ງອອກແບບມາເພື່ອຫນີລະບົບກວດຈັບເຣດາຊັ້ນສູງທີ່ສຸດໃນໂລກ ສິ່ງທີ່ເຮັດໃຫ້ B-2 ລ່ອງຫົນໄດ້ ໄດ້ແກ່:

 

ຮູບຮ່າງ Flying Wing: ບໍ່ມີຫາງ ບໍ່ມີຄີບ ໃຊ້ໂຄງສ້າງລຽບແບນເພື່ອຫຼຸດມຸມສະທ້ອນຄື່ນເຣດາ

 

ວັດສະດຸດູດກືນຄື່ນເລດາ: ໜ້າຜິວຂອງເຮືອບິນເຄືອບດ້ວຍວັດສະດຸພິເສດທີ່ຊ່ວຍດູດກືນຄື່ນເລດາແທນທີ່ຈະສະທ້ອນກັບ

 

ການເຊື່ອນອາວຸດໄວ້ພາຍໃນຕົວເຮືອ: ຫຼຸດຈຸດສະທ້ອນເລດາໂດຍບໍ່ມີຈຸດຍື່ນໃດໆພາຍນອກ

 

ຫຼຸດລາຍເຊັນຄວາມຮ້ອນ: ລະບົບໄອພົນຖືກອອກແບບໃຫ້ປ່ອຍໄອເສຍຕ່ຳ ແລະ ກະຈາຍຄວາມຮ້ອນໃຫ້ເບົາບາງກວ່າປົກກະຕິ

 

ລະບົບປ້ອງກັນຕົນເອງ: ມີເຊັນເຊີກວດຈັບຂີປະນາວຸດ ລະບົບລົບກວນເລດາ ແລະ ອຸປະກອນຕ້ານອາວຸດນຳວິຖີ

 

ເຕີມເຊື້ອໄຟກາງອາກາດ: ສາມາດປະຕິບັດພາລະກິດໄດ້ທົ່ວໂລກຈາກຖານທັບໃດກໍໄດ້

 

ເສັ້ນທາງການບິນສະເພາະ: ມີການຄຳນວນເສັ້ນທາງເພື່ອຫຼີກເຄື່ອນເລດາທັງຈາກພື້ນ ແລະ ອາກາດຢ່າງຊານສະຫລາດ

 

 

ຂໍ້ມູນທາງເທັກນິກຂອງ B-2 Spirit

 

ຜູ້ຜະລິດ: Northrop Grumman, ສະຫະລັດອາເມລິກາ ເລີ່ມເຂົ້າປະຈຳການ: ປີ 1997 – ປັດຈຸບັນ ລູກເຮືອ: 2 ນາຍ (ນັກບິນ ແລະ ຜູ້ຊ່ວຍນັກບິນ) ລະຍະປະຕິບັດການ: 11,000 ກິໂລເມັດ (ໂດຍບໍ່ເຕີມເຊື້ອໄຟກາງອາກາດ) ລະຍະການສູງສຸດ: ຫຼາຍກວ່າ 18,000 ກິໂລເມັດ (ເມື່ອເຕີມເຊື້ອໄຟກາງອາກາດ) ເພດານບິນ: 15,200 ເມັດ (ປະມານ 50,000 ຟຸດ) ຄວາມໄວສູງສຸດ: 1,010 ກມ./ຊມ. (Mach 0.95) ນ້ຳໜັກບັນທຸກ: ສູງສຸດ 18,000 ກິໂລກຣາມ

 

 

ອາວຸດທີ່ສາມາດບັນທຸກໄດ້:

 

  • ລະເບີດທຳມະດາ ເຊັ່ນ Mk 82, JDAM
  • ລະເບີດນິວເຄຣຍແບບ B61 ແລະ B83
  • ອາວຸດນຳວິຖີແມ່ນຍຳສູງ ເຊັ່ນ AGM-129 ACM (Advanced Cruise Missile)

 

ເປັນຫຍັງມັນຈື່ງແພງ?

 

ຄ່າໃຊ້ຈ່າຍຂອງ B-2 ບໍ່ແມ່ນແຕ່ການຜະລິດເຮືອບິນ ແຕ່ລວມເຖິງ:

 

ຕົ້ນທຶນພັດທະນາ ແລະ ວິໄຈ: ສະຫະລັດໃຊ້ງົບປະມານລວມກວ່າ 44,000 ລ້ານໂດລາ

 

ລະບົບຊ່ອມບຳລຸງສະເພາະທາງ: ຕ້ອງເກັບໄວ້ໃນໂຮງເກັບຄວບຄຸມອຸນຫະພູມ ມີທີມສະເພາະສຳລັບຮັກສາໜ້າຜິວລ່ອງຫົນ

 

ເທັກໂນໂລຊີຄວາມລັບລະດັບສູງ: ທຸກຢ່າງກ່ຽວກັບ B-2 ຄືຄວາມລັບ ທັງວັດສະດຸ ການສື່ສານ ແລະ ການນຳທາງ

 

 

ພາລະກິດຂອງເຮືອບິນ “ທີ່ບໍ່ຄວນມີໃຜເຫັນ”

 

B-2 ຖືກອອກແບບມາເພື່ອງານໂຈມຕີເຊີງຍຸດທະສາດ ທັງໃນຮູບແບບ ການປ້ອງປາມນິວເຄຣຍ ແລະ ການໂຈມຕີຈຸດສຳຄັນໃນເວລາເຮັ່ງດ່ວນ

 

  • ສາມາດບິນເລິກເຂົ້າໄປໃນດິນແດນສັດຕູໂດຍບໍ່ຖືກກວດຈັບ
  • ປະຕິບັດພາລະກິດຂ້າມທະວີບໂດຍບໍ່ແວະພັກ
  • ເໝາະສຳລັບການໂຈມຕີໃນຊ່ວງເປີດສົງຄາມ ເພື່ອທຳລາຍເຣດາ ຖານຍິງຂີປະນາວຸດ ຫຼື ສູນບັນຊາການ

 

ບົດສະຫຼຸບ

 

B-2 Spirit ບໍ່ແມ່ນແຕ່ເຮືອບິນທີ່ແພງທີ່ສຸດໃນໂລກ ແຕ່ຄື “ນັກລ່າໄຮ້ເງົາ” ເທິງອາກາດ ຖ້າເຈົ້າເຫັນມັນ ແປວ່າມັນຕັ້ງໃຈໃຫ້ເຫັນ ແລະ ເຈົ້າອາດຈະຍັງມີຊີວິດຢູ່ເພາະມັນບໍ່ໄດ້ມາເພື່ອເຈົ້າ ແຕ່ຖ້າເຈົ້າ “ບໍ່ເຫັນ” ແລະ “ບໍ່ຮູ້ວ່າມາເມື່ອໃດ” ນັ້ນແຫຼະຄືຄວາມອັນຕະລາຍຂອງມັນຢ່າງແທ້ຈິງ

 

B-2 ຄືຄວາມໄດ້ປຽບເຊີງກົນລະຍຸດສູງສຸດຂອງກອງທັບສະຫະລັດ ແລະ ເປັນຕົ້ນແບບຂອງການລ່ອງຫົນທີ່ທຸກປະເທດຢາກຮຽນແບບ ແຕ່ຍັງບໍ່ມີໃຜທຽບໄດ້ ແລະ ໃນກອງທັບສະຫະລັດມີປະຈຳການພ້ອມໃຊ້ຢູ່ເຖິງ 20 ລຳ ເລີຍທີດຽວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
ຢ່າລື່ມກົດຕິດຕາມ