
ການຄົ້ນຫາເພງຈາກສຽງຮຳດ້ວຍ Gemini ໃນໂທລະສັບ Android ແຕກຕ່າງຈາກ Google Assistant ແນວໃດ?
ວິທີຄົ້ນຫາເພງຈາກສຽງຮຳດ້ວຍ Gemini ໃນມືຖື Android ໄດ້ແລ້ວ ຊ່ວຍໃຫ້ທ່ານສາມາດຄົ້ນຫາເພງທີ່ທ່ານຮຳ ຮ້ອງ ຫຼື ໄດ້ຍິນຈາກອ້ອມຂ້າງໄດ້ຢ່າງງ່າຍດາຍ ພຽງແຕ່ເວົ້າວ່າ “What song is this?” ຫຼື “ສຽງເພງນີ້ແມ່ນເພງຫຍັງ”
ຂັ້ນຕອນການໃຊ້ງານ:
- ເປີດແອັບ Gemini ໃນ Android
- ເວົ້າ ຫຼື ພິມວ່າ “What song is this?”
- ລະບົບຈະເປີດໜ້າ Google Song Search ແບບເຕັມຈໍ
- ຮຳ ຫຼື ຮ້ອງເພງ ຫຼື ໃຫ້ລະບົບຟັງສຽງຈາກອ້ອມຂ້າງ
- ສະແດງຊື່ເພງ ແລະ ຂໍ້ມູນຕ່າງໆ ຜ່ານ Google Search
ຈຸດເດັ່ນຂອງຟີເຈີນີ້:
- ໃຊ້ຖານຂໍ້ມູນເພງດຽວກັນກັບ Google Assistant
- ຮອງຮັບການຮຳ ຮ້ອງ ຫຼື ເປີດເພງຈິງໄດ້
- ໃຊ້ງານສະດວກໃນແອັບ Gemini ໂດຍບໍ່ຕ້ອງເປີດແອັບອື່ນ
ຈຸດທີ່ຍັງຕ້ອງພັດທະນາປັບປຸງ:
- ຍັງບໍ່ສະແດງຜົນລັບພາຍໃນ Gemini ໂດຍກົງ ແຕ່ປ່ຽນໄປສະແດງໃນແອັບ Google
- ຕ້ອງເປີດໃໝ່ທຸກຄັ້ງເມື່ອຕ້ອງການຄົ້ນເພງໃໝ່
- ຍັງຮອງຮັບເພີ່ມ Android ເທົ່ານັ້ນ (iOS ຍັງບໍ່ຮອງຮັບ)
ຖ້າປຽບທຽບກັບ Google Assistant:
ເຖິງແມ່ນວ່າ Gemini AI ຈະໃຊ້ຖານຂໍ້ມູນດຽວກັນກັບ Google Assistant ແຕ່ປະສົບການໃຊ້ງານຍັງແຕກຕ່າງກັນນ້ອຍໜຶ່ງ — Assistant ສະແດງຜົນທັນທີໃນໜ້າລັອກ ຫຼື ໜ້າຈໍຫຼັກ ສ່ວນ Gemini ຈະສະຫຼັບໄປຍັງແອັບ Google ກ່ອນສະແດງຜົນ
ຟີວເຈີນີ້ຖືເປັນອີກໜຶ່ງກ້າວສຳຄັນຂອງ Gemini ໃນການເຂົ້າມາແທນ Google Assistant ແລະ ເຮັດໃຫ້ຜູ້ໃຊ້ງານສາມາດຄົ້ນຫາເພງທີ່ຕິດຫູໄດ້ງ່າຍຍິ່ງຂຶ້ນ ໂດຍສະເພາະສຳລັບຜູ້ໃຊ້ Android
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 24 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














