
Google Gemini ເອີ້ນໄດ້ວ່າເປັນຜົນງານທີ່ທາງ Google ນຳສະເໜີເປັນ AI ທີ່ເປັນຜົນງານຊິ້ນໂບແດງທີ່ຈະຖືກນຳມາໃຊ້ຮ່ວມ ຫຼືໃຊ້ແທນຟີເຈີ່ຫຼາຍຢ່າງ ລວມທັງມີການພັດທະນາຟີເຈີ່ສະເພາະຂອງຕົວເອງອີກມາກມາຍ ແລະນີ້ກໍອາດເປັນອີກໜຶ່ງຟີເຈີ່ທີ່ຜູ້ໃຊ້ງານຫຼາຍລາຍສົນໃຈ
ຈາກລາຍງານໂດຍເວັບໄຊຕ໌ The Verge ໄດ້ກ່າວເຖິງການທີ່ທາງ Google ໄດ້ເປີດເຜີຍຟີເຈີ່ໃໝ່ຂອງ Gemini ຢ່າງປຸ່ມການຕັ້ງຕາຕະລາງເວລາ (Scheduling Actions) ຊຶ່ງຜູ້ໃຊ້ງານຈະສາມາດໃຊ້ງານໄດ້ໃນ Gemini ລຸ້ນ AI Pro ແລະ AI Ultra ໂດຍຟີເຈີ່ນີ້ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດຕັ້ງເວລາໃຫ້ AI ນັ້ນສາມາດເຮັດວຽກຕ່າງໆ ໃນຊ່ວງເວລາທີ່ຖືກຕັ້ງໄວ້ ເຊັ່ນ: ສັ່ງການໃຫ້ສຸບຍໍ້ຕາຕະລາງເວລາຕ່າງໆ ທີ່ຢູ່ບົນປະຕິທິນຂອງຜູ້ໃຊ້ງານ ຫຼື ການຕັ້ງເວລາໃຫ້ນຳສະເໜີໄອເດຍສຳລັບການຂຽນບຼັອກທຸກວັນຈັນ ເປັນຕົ້ນ ຊຶ່ງທາງ Google ກ່າວວ່າຟີເຈີ່ນີ້ຈະຊ່ວຍ Gemini ເປີຍບສະມືອນຜູ້ຊ່ວຍຫຼືເລຂາສ່ວນຕົວຂອງຜູ້ໃຊ້ງານເລີຍທີດຽວ
ນອກຈາກນັ້ນທາງ Google ຍັງກ່າວວ່າ ຟີເຈີ່ດັ່ງກ່າວນັ້ນບໍ່ໄດ້ຈຳກັດແຄ່ພຽງການສັ່ງການໃຫ້ເຮັດວຽກທີ່ມີຕາຕະລາງເວລາແບບຣູທີນຊັດເຈນເທົ່ານັ້ນ ຍັງສາມາດໃຊ້ງານກັບການເຮັດວຽກທີ່ເກີດຂຶ້ນແຄ່ຄັ້ງດຽວ (One-Off) ໄດ້ອີກດ້ວຍ ພຽງແຄ່ສັ່ງສິ່ງທີ່ຕ້ອງການກັບ Gemini ເທົ່ານັ້ນ
ໃນການເປີດໃຊ້ງານນັ້ນກໍສາມາດໃຊ້ງານໄດ້ງ່າຍ ໂດຍຜູ້ທີ່ໃຊ້ງານ Gemini ໃນແຜນການໃຊ້ງານແບບ Pro ຫຼື Ultra ພຽງເຂົ້າໄປເປີດການໃຊ້ງານ Scheduling Actions ໃນສ່ວນຂອງ Setting ໃນແອັບ Gemini ເທົ່ານັ້ນ ແຕ່ອັບເດດຂອງຟີເຈີ່ດັ່ງກ່າວນັ້ນຈະກ່ຽວຂ້ອງກັບຂ່າວທີ່ທາງ Google ເຄີຍປະກາດວ່າຈະເອົາ Gemini ມາໃຊ້ແທນ Google Assistant ໃນເວລາອັນໃກ້ຫຼືບໍ່ ທາງ Google ຍັງບໍ່ໄດ້ໃຫ້ຄຳຕອບໃນປະເດັນນີ້ ໃນເວລານີ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |