pele - 2025-06-25T160203.650
"11 ສາຍການບິນທີ່ປອດໄພທີ່ສຸດໃນໂລກ" ທະວີບເອເຊຍຕິດໂຜເກີນເຄິ່ງ!
ຮຽບຮຽງໂດຍ:Pele
ເຜີຍແຜ່: 25 June, 2025

ເວັບໄຊ wheretogonext ນຳສະເໜີເລື່ອງລາວ ເມື່ອເວົ້າເຖິງການເດີນທາງທາງອາກາດ “ຄວາມປອດໄພ” ຄືສິ່ງທີ່ນັກເດີນທາງໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ

 

ເຖິງແມ່ນວ່າສາຍການບິນທົ່ວໂລກຈະຕ້ອງປະຕິບັດຕາມມາດຕະຖານຄວາມປອດໄພທີ່ເຂັ້ມງວດ ແຕ່ກໍມີບາງສາຍການບິນທີ່ໂດດເດັ່ນກວ່າ ດ້ວຍສະຖິຕິຄວາມປອດໄພທີ່ຍອດຍຽມ ເທັກໂນໂລຊີລ້ຳສະໄໝ ແລະ ມາດຕະການຝຶກອົບຮົມທີ່ເຂັ້ມຂົ້ນ

 

ນີ້ຄື 11 ສາຍການບິນທີ່ປອດໄພທີ່ສຸດໃນໂລກ ເຊິ່ງມອບຄວາມໝັ້ນໃຈໃຫ້ຜູ້ໂດຍສານທຸກຖ້ຽວບິນ

 

1. Qantas (ອອສເຕຣເລຍ)

 

ເຫດຜົນທີ່ປອດໄພ: Qantas ໄດ້ຊື່ວ່າເປັນສາຍການບິນທີ່ດຳເນີນງານຕໍ່ເນື່ອງມາຍາວນານທີ່ສຸດໃນໂລກ ມີປະຫວັດຄວາມປອດໄພທີ່ໄຮ້ທີ່ຕິ ແລະ ຍັງເປັນຜູ້ບຸກເບີກເທັກໂນໂລຊີ ແລະ ລະບົບຄວາມປອດໄພທາງການບິນມາຢ່າງຕໍ່ເນື່ອງ ປັດຈຸບັນ Qantas ບໍ່ເຄີຍມີອຸບັດຕິເຫດຮ້າຍແຮງເລີຍໃນຍຸກເຄື່ອງບິນເຈັດ

 

2. Air New Zealand (ນິວຊີແລນ)

 

ເຫດຜົນທີ່ປອດໄພ: ດ້ວຍຝູງບິນທີ່ທັນສະໄໝ ແລະ ການເບິ່ງແຍ່ງບຳລຸງຮັກສາທີ່ເຂັ້ມງວດ Air New Zealand ຈຶ່ງຕິດອັນດັບສາຍການບິນທີ່ປອດໄພທີ່ສຸດຢ່າງສະໝ່ຳສະເໝີ ຄວາມມຸ່ງໝັ້ນດ້ານນະວັດຕະກຳຄວາມປອດໄພ ແລະ ການບິນທີ່ເປັນມິດຕໍ່ສິ່ງແວດລ້ອມເຮັດໃຫ້ເປັນຜູ້ນຳໃນອຸດສາຫະກຳນີ້

 

3. Singapore Airlines (ສິງກະໂປ)

 

ເຫດຜົນທີ່ປອດໄພ: Singapore Airlines ມີຊື່ສຽງດ້ານການບໍລິການລະດັບໂລກ ແລະ ຍັງຍຶດໝັ້ນໃນມາດຕະຖານຄວາມປອດໄພທີ່ສູງຫຼາຍ ດ້ວຍມາດຕະຖານການບຳລຸງຮັກສາ ແລະ ການຝຶກອົບຮົມທີ່ເຂັ້ມງວດ ເຮັດໃຫ້ເປັນໜຶ່ງໃນສາຍການບິນທີ່ໜ້າເຊື່ອຖືທີ່ສຸດ

 

4. Emirates (ສະຫະລັດອາຣັບເອມິເຣັສ)

 

ເຫດຜົນທີ່ປອດໄພ: Emirates ດຳເນີນງານດ້ວຍຝູງບິນທີ່ມີອາຍຸສະເລ່ຍນ້ອຍທີ່ສຸດໃນໂລກ ແລະ ມີມາດຕະການຄວາມປອດໄພທີ່ເຂັ້ມງວດ ທັງໃນດ້ານການປະຕິບັດການ ແລະ ການເບິ່ງແຍ່ງຜູ້ໂດຍສານ ເຄື່ອງບິນໄດ້ຮັບການບຳລຸງຮັກສາຢ່າງສະໝ່ຳສະເໝີ

 

5. Cathay Pacific (ຮ່ອງກົງ)

 

ເຫດຜົນທີ່ປອດໄພ: Cathay Pacific ຜະສົມຜະສານລະຫວ່າງມາດຕະການຄວາມປອດໄພທີ່ພິຖີພິຖັນກັບຝູງບິນທີ່ທັນສະໄໝ ພ້ອມກັບການເນັ້ນຍ້ຳເລື່ອງການຝຶກອົບຮົມຂອງນັກບິນ ແລະ ການບຳລຸງຮັກສາເຄື່ອງບິນຢ່າງເຂັ້ມງວດ

 

6. Qatar Airways (ກາຕາຣ໌)

 

ເຫດຜົນທີ່ປອດໄພ: Qatar Airways ມີສະຖິຕິຄວາມປອດໄພທີ່ໂດດເດັ່ນ ດ້ວຍຝູງບິນທີ່ໃໝ່ ແລະ ການປະຕິບັດຕາມມາດຕະຖານຄວາມປອດໄພລະດັບສາກົນຢ່າງເຄັ່ງຄັດ ອີກທັງຍັງລົງທຶນໃນເທັກໂນໂລຊີ ແລະ ການຝຶກອົບຮົມຢ່າງຕໍ່ເນື່ອງ

 

7. Etihad Airways (ສະຫະລັດອາຣັບເອມິເຣັສ)

 

ເຫດຜົນທີ່ປອດໄພ: Etihad ມີຄວາມພາກພູມໃຈໃນຝູງບິນທີ່ທັນສະໃໝ່ ແລະ ປະຫວັດຄວາມປອດໄພທີ່ດີເຍີ່ຍມ ພ້ອມທັງເນັ້ນການໃຊ້ເທັກໂນໂລຊີເພື່ອເສີມສ້າງມາດຕະຖານຄວາມປອດໄພ

 

8. British Airways (ສະຫະລາຊະອານາຈັກ)

 

ເຫດຜົນທີ່ປອດໄພ: ດ້ວຍປະຫວັດສາດຍາວນານກວ່າ 100 ປີ British Airways ມີສະຖິຕິດ້ານຄວາມປອດໄພທີ່ຍອດຍຽມໃນບັນດາສາຍການບິນຮຸ່ນເກົ່າ ແລະ ຍັງຄົງພັດທະນາ ແລະ ປັບປຸງຝູງບິນ ແລະ ມາດຕະການຄວາມປອດໄພຢ່າງຕໍ່ເນື່ອງ

 

9. Lufthansa (ເຢຍລະມັນ)

 

ເຫດຜົນທີ່ປອດໄພ: Lufthansa ເປັນໜຶ່ງໃນສາຍການບິນຊັ້ນນຳຂອງຢູໂຣບທີ່ມີຊື່ສຽງດ້ານຄວາມໜ້າເຊື່ອຖື ແລະ ລະບົບຄວາມປອດໄພຂັ້ນສູງ ໂດຍມີການບຳລຸງຮັກສາ ແລະ ການຝຶກອົບຮົມທີ່ເປັນລະບົບ ແລະ ໄດ້ມາດຕະຖານສູງ

 

10. ANA – All Nippon Airways (ຍີ່ປຸ່ນ)

 

ເຫດຜົນທີ່ປອດໄພ: ANA ມີຊື່ສຽງດ້ານຄວາມປອດໄພ ແລະ ການບໍລິການເປັນເລີດ ໂດຍໃຊ້ງານຝູງບິນທີ່ທັນສະໄໝ ແລະ ໃຫ້ຄວາມສຳຄັນກັບການຝຶກອົບຮົມລູກເຮືອຢ່າງເຂັ້ມຂົ້ນ

 

11. EVA Air (ໄຕ້ຫວັນ)

 

ເຫດຜົນທີ່ປອດໄພ: EVA Air ຕິດອັນດັບສາຍການບິນທີ່ປອດໄພທີ່ສຸດເສມໍ ດ້ວຍຄວາມໃສ່ໃຈໃນການບຳລຸງຮັກສາ ການຝຶກອົບຮົມດ້ານຄວາມປອດໄພ ແລະ ການປັບປຸງຝູງບິນໃຫ້ທັນສະໄໝ ໂດຍບໍ່ມີອຸບັດຕິເຫດຮ້າຍແຮງໃນຍຸກເຄື່ອງບິນເຈັດເລີຍ

 

ເປັນຫຍັງຈຶ່ງໝັ້ນໃຈໄດ້?

 

ການເດີນທາງດ້ວຍເຄື່ອງບິນຖືເປັນໜຶ່ງໃນວິທີທີ່ປອດໄພທີ່ສຸດໃນໂລກ ແລະ ສາຍການບິນທັງ 11 ແຫ່ງນີ້ຕ່າງກໍທຸ່ມເທຢ່າງເຕັມທີ່ໃນການສ້າງຄວາມໝັ້ນໃຈໃຫ້ຜູ້ໂດຍສານ ບໍ່ວ່າຈະເດີນທາງເພື່ອທຸລະກິດ ຫຼື ພັກຜ່ອນ ສາຍການບິນເຫຼົ່ານີ້ພ້ອມເບິ່ງແຍ່ງໃຫ້ທ່ານຮອດຈຸດໝາຍຢ່າງປອດໄພ ສະບາຍໃຈ ແລະ ໜ້າປະທັບໃຈ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ