
ຜູ້ໃຊ້ TikTok @duiskimer ໄດ້ໂພສຄລິບຂອງນັກທ່ອງທ່ຽວທັງໄທ ແລະຕ່າງປະເທດຈຳນວນຫຼາຍ. ໄດ້ລົງໄປລອຍນ້ຳກັນຢ່າງມ່ວນຊື່ນ ຢູ່ໃນສະມໍລະກົດ ເຂດຮັກສາພັນສັດປ່າ ເຂດບ້ານແກ້ງໃຫຍ່ເໜືອ, ເມືອງຄອງໂທມເຫນືອ, ແຂວງກະບີ່, ແຕ່ປະກົດວ່າມີງູເຫຼືອມຂະໜາດໃຫຍ່ໂຕໜຶ່ງຍາວປະມານ 2 ແມັດເລືອຢູ່ແຄມສະນ້ຳ. ເມື່ອນັກທ່ອງທ່ຽວເຫັນ, ກໍ່ມີເຂົ້າໄປພະຍາຍາມໄລ່ມັນອອກໄປ, ແຕ່ງູດັ່ງກ່າວພັດລອຍລົງໄປໃນສະນ້ຳເລີຍ ແລະລອຍຢູ່ກົ້ນສະ ແລະເຮັດໃຫ້ນັກທ່ອງທ່ຽວຢູ່ໃນສະລອຍນ້ໍາ ທັງຄົນໄທ ແລະຄົນຕ່າງປະເທດເປັນຕຳນວນຫຼາຍ ຟ້າວໜີຂຶ້ນບົກກັນແລະກະແຈກກະຈາຍກັນໄປຄົນລະບ່ຶນ.
ນັກຂ່າວໄດ້ຖາມໄປຫາເຈົ້າຂອງຄລິບດັ່ງກ່າວ ແລະໄດ້ບອກວ່າໄດ້ພາຄອບຄົວຈາກແຂວງສົງຂາມາທ່ຽວແຂວງກະບີ່. ປະກົດວ່າລະຫວ່າງທີ່ເຂົ້າໄປສະມໍລະກົດ ເພື່ອຈະຫຼິ້ນນຳຄາຍຮ້ອນກັນ ແຕ່ໃນຊ່ວງບ່າຍທີ່ຜ່ານມາ ມີງູໂຄດັ່ງກ່າວໄດ້ອອກມາ. ແລະກໍ່ລົງໄປໃນນ້ໍາກ່ອນທີ່ນັກທ່ອງທ່ຽວຈະຫນີກັນ ຂະນະທີ່ເຈົ້າໜ້າທີ່ປ່າສະຫງວນສັດປ່າເຂົາປະບາງຄາມ ໄດ້ເຂົ້າມາແລະພະຍາຍາມຈັບ ສ່ວນວ່າສາມາດຈັບໄດ້ບໍ່ນັ້ນຕົນເອງບໍ່ຮູ້ ເພາະວ່າຫຼັງຈາກທີ່ງູໄດ້ລົງໄປໃນສະນ້ຳຕົນກໍ່ໄດ້ຮີບພາຄອບຄົວກັບກ່ອນທີ່ຈະຈັບໄດ້
ຂະນະທີ່ນັກຂ່າວສອບຖາມ ໄປຍັງເຈົ້າໜ້າທີ່ ປ່າສະຫງວນ ສັດປ່າຂອງປະບາງຄາມ ບອກວ່າ ພະນັກງານ ຈັບງູ ໄດ້ແລ້ວ. ແລະນຳໄປປ່ອຍໃນປ່າເລິກ ເຊິ່ງເຫດການແບບນີ້ເກີດຂຶ້ນທຸກໆປີໃນລະດູຮ້ອນ ສ່ວນມື້ນີ້ ໄດ້ມີນັກທ່ອງທ່ຽວພະຍາຍາມຕ້ອມຮັບ ເຮັດໃຫ້ງູເລືອໄປໃນນ້ຳຈົນຫມົດແຮງ ເຊິ່ງແມ່ນຍ້ອນເຈດຕະນາດີທີ່ຈະຊ່ວຍຈັບງູ ແຕ່ງູໂຕນັ້ນ, ຫຼັງຈາກລົງນ້ຳແລ້ວ, ຈະຂຶ້ນມາດ້ວຍຕົວມັນເອງ.ໂດຍບໍ່ຈໍາເປັນຕ້ອງໄປຕ້ອມມັນ ແນວໃດກໍ່ຕາມ, ຫຼັງຈາກຄລິບດັ່ງກ່າວຖືກເຜີຍແຜ່, ກໍໄດ້ມີຊາວເນັດເຂົ້າໄປຄັອມເມັ້ນກັນຢ່າງມ່ວນມ່ວນວ່າງູຄົງຈະຮ້ອນ. ແລະຢາກລົງໄປຫຼິ້ນນ້ຳນຳ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














