pele - 2025-06-26T112638.443
ນັກສຶກສາລາວ ຈຳ​ນວນ 53 ຄົນ ຮຽນ​ຈົບ ຄູພາສາຈີນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 26 June, 2025

ນັກສຶກສາລາວ ຈຳ​ນວນ 53 ຄົນ (ຍິງ 34 ຄົນ) ໄດ້ສຳເລັດ​ການ​ສຶກ​ສາ ສາຂາ ຄູພາສາຈີນ ໃນຫຼັກສູດ 2+2 ຮຸ່ນທໍາອິດ ຂອງມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ.

 

ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ໄດ້ຈັດພິທີມອບຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຶກ ດັ່ງ​ກ່າວ ເມື່ອມໍ່ໆມານີ້

 

ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ຊົມເຊີຍ ນັກສຶກສາຮຸ່ນທໍາອິດ ທີ່ສາມາດອົດທົນ ຜ່ານຜ່າອຸປະສັກ ຈົນສາມາດຈົບ ແລະ ໄດ້ຮັບປະກາດສະນີຍະບັດໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາ ຈົ່ງສືບຕໍ່ມານະຈິດ ໃນການສືບຕໍ່ຊອກຮູ້ຮໍ່າຮຽນ, ຮູ້ບຸນຄຸນ,​ ເປັນຄົນດີຂອງສັງຄົມ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.

 

ສຈ.ປອ. ເດຊານຸລາດ ແສນດວງເດດ ຍັງ​ໄດ້​ກ່າວຂອບໃຈມາຍັງ ຝ່າຍຈີນທຸກພາກສ່ວນ ທີ່ໄດ້ຊ່ວຍມະຫາວິທະຍາໄລແຫ່ງຊາດ ໃນການສ້າງບຸກຄະລາກອນ.

 

ນອກຈາກນັ້ນ  ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ສຈ.ປອ. ເຫວີຍຊືເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ກໍ່ໄດ້ຜັດ​ປ່ຽນ​ກັນຂຶ້ນກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນງານການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ໃນການສ້າງບຸກຄະລາກອນ ດ້ານຄູພາສາຈີນ ເຊິ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດແຄນ.

 

ໃນພິທີດັ່ງກ່າວ ສຈ. ປອ. ເດຊານຸລາດ ແສນດວງເດດ ແລະ ທ່ານ ສຈ. ປອ. ນ. ເຫວີຍຊືເຈີນ ໄດ້ຂຶ້ນມອບປະກາດສະນີຍະບັດ ຮ່ວມກັນໃຫ້ແກ່ນັກສຶກສາສາຂາຄູພາສາຈີນຈໍານວນ 53 ຄົນ.ໃນຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຂຶ້ນຮ້ອງເພງມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ເຊິ່ງໄດ້ສ້າງບັນຍາກາດ ແລະ ຄວາມປະທັບໃຈໃນພິທີດັ່ງກ່າວ.

 

ນອກ​ຈາກ ຄະ​ນ​ະ​ນຳ ຂ​ອງ ສອງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ເຂົ້າ​ຮ່ວມ​ໃນພິ​ທີນີ້ ຍັງ​ມີ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການ ພົວພັນສາກົນ ພະແນກສຶກສາ ແຂວງກວາງຊີ ກໍ່ໄດ້ເຂົ້າຮ່ວມ ເຊັ່ນ​ກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ