pele - 2025-06-26T151102.672
ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບ ໃນຂອບເຂດທົ່ວເມືອງແອດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 26 June, 2025

ອໍານາດການປົກຄອງ ເມືອງແອດ ແຂວງຫົວພັນ ອອກຄຳສັ່ງໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບໃນຂອບເຂດທົ່ວເມືອງແອດ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ-ປກສ, ນາຍບ້ານ 77 ບ້ານທົ່ວເມືອງ, ບຸກຄົນ, ນິຕິບຸກຄົນ, ບັນດານັກທຸລະກິດ, ປະຊາຊົນບັນດາເຜົ່າ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນເມືອງແອດ ຈັດຕັ້ງປະຕິບັດ:

 

ຫ້າມບັນດາຫ້ອງການກ່ຽວຂ້ອງ ສ້າງເງື່ອນໄຂທີ່ເປັນຊ່ອງວ່າງ ໃນທຸກຮູບແບບ ໃຫ້ແກ່ການຂຸດຄົ້ນແຮ່ຄໍາ ຕົກຂ້ອນ ຢູ່ໃນຂອບເຂດ ສາຍນໍ້າ, ຮ່ອງຫ້ວຍ, ແຄມທົ່ງນາ, ແຄມຫ້ວຍ, ເຂດອ່າງນໍ້າທີ່ເປັນໂຄງການພັດທະນາ ທີ່ນໍ້າຈະຖ້ວມ, ສ້າງໂຄງການພິເສດ, ລວມທັງການດູດ ແຮ່ຫີນ ແລະ ຊາຍ ທີ່ນໍາໃຊ້ຕະແກງ, ກົນຈັກ, ໂຕະຮ່ອນ, ເຄື່ອງມື ແລະ ອຸປະກອນຕ່າງໆ ເພື່ອສະກັດເອົາ ແຮ່ຄໍາຕົກຂ້ອນຢ່າງເດັດຂາດ ໃຫ້ກວດກາ ແລະ ປະຕິບັດມາດຕະການຕໍ່ການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ການດູດແຮ່ ແລະ ຊາຍ ໃນທຸກກໍລະນີ (ທີ່ເປັນການສວຍໂອກາດສະກັດດູດເອົາແຮ່ຄໍາຕົກຂ້ອນ) ໃນຂອບເຂດເມືອງແອດ.

 

ສໍາລັບໂຄງການແຮ່ຄໍາຕົກຂ້ອນ ທີ່ໄດ້ຮັບການອະນຸຍາດຈາກລັດຖະບານ ແລະ ຂັ້ນອົງການປົກຄອງ ທ້ອງຖິ່ນ ໃນໄລຍະຜ່ານມາ ທີ່ກໍາລັງຂຸດຄົ້ນໃນປັດຈຸບັນ ໃຫ້ເຊີນບໍລິສັດທີ່ກ່ຽວຂ້ອງ ມາເຈລະຈາໄລ່ລຽງກັນ ເພື່ອ ໃຫ້ ຢຸດເຊົາໂຄງການ, ແຕ່ກ່ອນຈະມອບເນື້ອທີ່ດັ່ງກ່າວໃຫ້ລັດ ບໍລິສັດຕ້ອງໄດ້ປັບປຸງປົວແປງສະພາບພື້ນທີ່ ແລະ ສິ່ງແວດລ້ອມ ໃນເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍມີການຕິດຕາມຢ່າງໃກ້ຊິດຂອງຂະແຫນງການ ກ່ຽວຂ້ອງຂອງພາກລັດ ເພື່ອບໍ່ໃຫ້ມີການສວຍໂອກາດໃນທຸກຮູບແບບຕື່ມອີກເດັດຂາດ ໂຄງການແຮ່ຕົກຂ້ອນ ຂອງບັນດາບໍລິສັດ ທີ່ສະເຫນີຂໍສໍາປະທານ ແມ່ນຫ້າມໃຫ້ເຊັນອະນຸຍາດຢ່າງ ເດັດຂາດ ມອບໃຫ້ ບັນດາຫ້ອງການກ່ຽວຂ້ອງຂອງເມືອງ ກວດກາຄືນພັນທະຕ່າງໆ ທີ່ໄດ້ລະບຸໃນສັນຍາ ລວມ ທັງຈໍານວນເງິນທີ່ຈະສົ່ງຄືນໃຫ້ແກ່ບັນດາບໍລິສັດ (ຖ້າມີ) ຫຼື ເປັນຮູບການໄລ່ລຽງ ເພື່ອຫັກລົບກັບພັນທະຂອງ ບັນດາ ບໍລິສັດ ທີ່ຕ້ອງມອບໃຫ້ລັດໃນໂຄງການຂຸດຄົ້ນແຮ່ຄໍາຕົກຂ້ອນທັງຫມົດ ໃຫ້ສໍາເລັດຢ່າງຂາດຕົວ.

 

ນອກຈາກນັ້ນ ຍັງມີມາດຕະການຈັດຕັ້ງປະຕິບັດຄໍາສັ່ງຕ່າງໆ ທີສໍາຄັນ ໄດ້ລະບຸໄວ້ດັ່ງລຸ່ມນີ້:

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ