pele - 2025-06-26T155641.392
ບໍລິສັດ ທາງລົດໄຟລາວ-ຈີນ ເຕືອນ​ປະ​ຊາ​ຊົນ ລະ​ວັງ​ກຸ່ມມິດສາຊີບ
ຮຽບຮຽງໂດຍ:Pele
ເຜີຍແຜ່: 26 June, 2025

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ອອກ​ ຖະ​ແຫຼງ​ການ ຊີ້​ແຈງ ແລະ ເຕືອນ ປະ​ຊາ​ຊົນ ພາຍຫຼັງ ມີກຸ່ມມິດສາຊີບແອບອ້າງ ເປັນພະນັກງານ ທາງລົດໄຟລາວ-ຈີນ.

 

ເມື່ອບໍ່ດົນມານີ້,  ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ຮັບຂ່າວວ່າ ມີມິດສາຊີບແອບອ້າງ ເປັນພະນັກງານລົດໄຟ ແລະ ໂທຊັກຊວນໃຫ້ປະຊາຊົນ ດາວໂຫຼດແອັບພິເຄຊັນຊື້ປີ້ລົດໄຟ ຫຼື ໃຫ້ກົດລິ້ງຂຽນຂໍ້ມູນສ່ວນຕົວ ເຊິ່ງອ້າງວ່າຈະມີສ່ວນຫຼຸດພິເສດ ຫຼື ມີລາງວັນໃຫ້  ເຊິ່ງມີເຈດຕະນາຕົວະຍົວະຫຼອກລວງສໍ້ໂກງ.  ຕໍ່ກັບເຫດການດັ່ງກ່າວນີ້,  ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂໍປະກາດ ແລະ ຊີ້ແຈງ ດັ່ງລຸ່ມນີ້:

 

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ  ແມ່ນບໍ່ເຄີຍໄດ້ມອບສິດ ໃຫ້ບຸກຄົນ ຫຼື ຝ່າຍທີສາມໃດໆ ເພື່ອເຮັດການຕະຫຼາດ ກ່ຽວກັບການຊື້ປີ້ລົດໄຟ ຫຼື ການບໍລິການອື່ນໆທີ່ອ້າງວ່າ “ມີສ່ວນຫຼຸດພິເສດ” ຫຼື “ມີລາງວັນ”.  ໃນປະຈຸບັນ,  ຊ່ອງທາງການຊື້ປີ້ລົດໄຟທີ່ເປັນທາງການ ຂອງທາງລົດໄຟລາວ-ຈີນ ແມ່ນມີພຽງແຕ່ແອັບພິເຄຊັນຂາຍປີ້ອອນລາຍ LCR Ticket ແລະ ແອັບພິເຄຊັນ 12306 ຂອງລົດໄຟແຫ່ງຊາດຈີນ (ໃຊ້ສະເພາະລົດໄຟຂ້າມແດນລາວ-ຈີນ) ເທົ່ານັ້ນ.

 

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ   ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງຊື້ປີ້ຜ່ານຊ່ອງທາງທີ່ເປັນທາງການດັ່ງຂ້າງເທິງ,  ຈົ່ງຢ່າຫຼົງເຊື່ອໃນຂໍ້ມູນ ແລະ ລິ້ງເຊື່ອມຕໍ່ທີ່ບໍ່ຮູ້ແຫຼ່ງທີ່ມາ ຫຼື ສາຍໂທລະສັບທີ່ແອບອ້າງຊື່ພະນັກງານ ທາງລົດໄຟຢ່າງເດັດຂາດ ເພື່ອປ້ອງກັນ ບໍ່ໃຫ້ເກີດຄວາມເສຍຫາຍ ດ້ານຊັບສິນ.  ຖ້າຫາກທ່ານພົບເຫັນພຶດຕິກຳທີ່ໜ້າສົງໃສ,  ກະລຸນາແຈ້ງເຈົ້າໜ້າທີ່ຕຳຫຼວດໃຫ້ທັນການ.

 

ບໍລິສັດພວກເຮົາ ຈະດໍາເນີນການຕາມກົດໝາຍ ຕໍ່ກັບການແອບອ້າງເປັນພະນັກງານທາງລົດໄຟ ຫຼື ນຳຊື່ທາງລົດໄຟລາວ-ຈີນ ໄປໃຊ້ໃນທາງທີ່ຜິດ ອັນເປັນການລະເມີດ ສິດທິຜົນປະໂຫຍດ ຂອງຜູ້ຊົມໃຊ້ ບໍລິການທາງລົດໄຟ ແລະ ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ  ໂດຍຈະໄດ້ແຈ້ງພາກສ່ວນກ່ຽວຂ້ອງຕາມກົດໝາຍ ພ້ອມສະຫງວນສິດໃນການຮ້ອງຟ້ອງ.

 

ທາງລົດໄຟແມ່ນຮູບແບບການຂົນສົ່ງສາທາລະນະ ທີ່ຕິດພັນກັບສິດຜົນປະໂຫຍດຂອງມາຫາຊົນ.  ບໍ​ລິ​ສັດ ຈະສືບຕໍ່ໃຫ້ບໍລິການທີ່ສະດວກສະບາຍ, ປອດໄພ ແລະ ໜ້າໄວ້ເນື້ອເຊື່ອໃຈ  ໃຫ້ແກ່ຜູ້ໂດຍສານທຸກໆທ່ານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ