pele - 2025-06-27T101312.769
ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີສຶກສາອາຊຽນ 2025 ແລະ ກອງປະຊຸມປິ່ນອ້ອມ
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 June, 2025
ໝວດ: ຂ່າວ

ໂດຍຕອບສະໜອງຕາມການເຊີນຂອງ ທ່ານລັດຖະມົນຕີກະຊວງສຶກສາ ແລະ ລັດຖະມົນຕີການສຶກສາຊັ້ນສູງ ແຫ່ງ ປະເທດມາເລເຊຍ ໂດຍການມອບໝາຍຈາກທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ກ່ຽວກັບການເຂົ້າຮ່ວມກອງປະຊູມດັ່ງກ່າວ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍຄະນະຈຳນວນ 4 ທ່ານ ຈາກກົມການສຶກສາຊັ້ນສູງ ແລະ ກົມຮ່ວມມືກັບຕ່າງປະເທດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີສຶກສາ ແລະ ການສຶກສາຊັ້ນສູງອາຊຽນ ປະຈຳປີ 2025 (EduRoundtables 2025) ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ລັງກາວີ ປະເທດມາເລເຊຍ.

 

ໃນລະຫວ່າງວັນທີ 17-20 ມິຖຸນາ 2025 ຜ່ານມາ ພາຍໃຕ້ຫົວຂໍ້: “ການເລັ່ງແກ້ໄຂບັນຫາເດັກນ້ອຍ ແລະ ໄວໜຸ່ມທີ່ຫຼຸດລອຍຈາກລະບບົບການສຶກສາ (OOSCY) ແລະ ບັນດາກິດຈະກຳປິ່ນອ້ອມ ໃນວຽກງານການສຶກສາຊັ້ນສູງ ຊຶ່ງມີຜູ້ແທນຈາກກະຊວງການສຶກສາ ແລະ ກະຊວງການສຶກສາຊັ້ນສູງຂອງປະເທດສະມາຊິກອາຊຽນ ແລະ ຕີມໍເລດເຕ ແລະ ຍັງມີບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດກວ່າ 70 ທ່ານ ໂດຍການເປັນເຈົ້າພາບຂອງປະເທດມາເລເຊຍ ໃນຖານະປະທານອາຊຽນ ປີ 2025 ແລະ ເປັນປະທານຮ່ວມກັບ ປະເທດໄທ ໃນນາມປະທານລັດຖະມົນຕີອາຊຽນສຶກສາ.

 

 

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນວິໄສທັດກ່ຽວກັບຍຸດທະສາດ ແລະ ນະໂຍບາຍການແກ້ໄຂບັນຫາເດັກນ້ອຍ ແລະ ໄວໜຸ່ມທີ່ປະລະຈາກລະບົບການສຶກສາ (Out-of-School Children and Youth – OOSCY) ແລະ ວຽກງານການສຶກສາຊັ້ນສູງ ໃນອາຊຽນ ໂດຍສະເພາະແມ່ນວິໄສທັດປະຊາຄົມອາຊຽນຮອດປີ 2045 ທີ່ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ການນຳໃຊ້ເຕັກໂນໂລຊີ ແລະ ຍຸດທະສາດທີ່ທັນສະໄໝ ເຂົ້າໃນການພັດທະນາທັງສອງວຽກງານດັ່ງກ່າວ.

 

ກອງປະຊຸມດັ່ງກ່າວ ໄດ້ດຳເນີນເປັນເວລາ 2 ວັນເຕັມ ຊຶ່ງມື້ທຳອິດເປັນກອງປະຊຸມລະດັບວິຊາການ ແລະ ກິດຈະກຳປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມການສຶກສາອາຊຽນ ພາຍໃຕ້ຫົວຂໍ້ “ການເລັ່ງແກ້ໄຂບັນຫາເດັກນ້ອຍ ແລະ ໄວໜຸ່ມທີ່ປະລະຈາກລະບບົບການສຶກສາ (OOSCY) ແລະ ບັນດາກິດຈະກຳປິ່ນອ້ອມ ໃນວຽກງານການສຶກສາຊັ້ນສູງ ຈັດຂຶ້ນໂດຍສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໂດຍມີບັນດາລັດຖະມົນຕີສຶກສາອາຊຽນ ເຂົ້າຮ່ວມພິທີເປີດງານດັ່ງກ່າວ ສ່ວນມື້ທີ 2 ແມ່ນກອງປະຊຸມໂຕະມົນລັດຖະມົນຕີສຶກສາ ແລະ ການສຶກສາຊັ້ນສູງອາຊຽນ ໃນໂອກາດນີ້ທ່ານຮອງລັດຖະມົນຕີ ສສກ ໄດ້ສະແດງທັດສະນະກ່ຽວກັບຜົນສຳເລັດ ແລະ ແຜນບູລິມະສິດຂອງ ສປປ ລາວ.

 

 

ໃນວຽກການສຶກສານອກໂຮງຮຽນ ທ່ານຍັງໄດ້ກ່າວເຖິງເຈດຈຳນົງຂອງ ສປປ ລາວ ທີ່ພ້ອມຈະສະໜັບສະໜູນ ແລະ ຮ່ວມມືກັບພາກພື້ນ ສຳລັບໃນກອງປະຊຸມລັດຖະມົນຕີການສຶກສາຊັ້ນສູງ ທ່ານ ຮອງ ລມຕ ກໍໄດ້ສະແດງວິໄສທັດ ແລະ ຄວາມສຳຄັນຂອງການສຶກສາຊັ້ນສູງ ກໍຄືການເຊື່ອມໂຍງກັບພາກພື້ນ ເພື່ອເຮັດໃຫ້ການແລກປ່ຽນນັກສຶກສາ ການແລກປ່ຽນນັກສຶກສາ ຕະຫຼອດຮອດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ກໍຄືພາກພື້ນ ໄດ້ຮັບການຍົກລະດັບ ແລະ ເຊື່ອມໂຍງການຫຼາຍຂຶ້ນ.

 

ພ້ອມນັ້ນ ກອງປະຊຸມໄດ້ຮັບຮອງເອກະສານສຳຄັນຮ່ວມກັນຄື: ຖະແຫຼງການຮ່ວມອາຊຽນວ່າດ້ວຍເດັກນ້ອຍ ແລະ ໄວໜຸ່ມນອກໂຮງຮຽນ ຖະແຫຼງການຜູ້ນຳອາຊຽນວ່າດ້ວຍການສຶກສາຊັ້ນສູງ ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ີມີສ່ວນຮ່ວມ ຍືນຍົງ ແລະ ສີວິໄລ ຮັບຮອງດ້ານຫຼັກການສຳລັບຍຸດທະສາດ ແລະ ແຜນວຽກດ້ານພື້ນທີ່ລວມການສຶກສາຊັ້ນສູງອາຊຽນ ເອກະສານພາລະບົດບາດຂອງຄະນະກຳມະການດ້ານການສຶກສາຊັ້ນສູງອາຊຽນ ເປີດຕົວຢ່າງເປັນທາງການສຳລັບແພລດຟອມຂໍ້ມູນທຶນການສຶກສາ ແລະ ການແລກປ່ຽນນັກສຶກສາອາຊຽນ (ASEAN Global Exchange for Mobility and Scholarship (ASEAN GEM).

 

ຂໍ້ມູນຈາກ: ກົມຮ່ວມມືກັບຕ່າງປະເທດ ສສກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 26 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,517
21,794
thailand (1)
THB
658.52
668.66
european-union
EUR
23,871
24,349
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
ຢ່າລື່ມກົດຕິດຕາມ