pele - 2025-06-27T111354.114
ວາງສີລາລຶກໂຄງການ ກໍ່ສ້າງໂຮງຫມໍ ພົງສະຫວັນ ອິນເຕີເນຊັນແນວ ຈໍາກັດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 June, 2025
ໝວດ: ຂ່າວ

ພິທີວາງສີລາລຶກ ໂຄງການກໍ່ສ້າງ ໂຮງຫມໍ ພົງສະຫວັນ ອິນເຕີເນຊັນແນວ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2025 ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ຄຳໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫລືອສັງຄົມ ສະພາແຫ່ງຊາດ, ທ່ານ ພົມ ແສງນວນ ໄຊຍະລາດ ປະທານກຸ່ມບໍລິສັດ ພົງສະຫວັນ, ມີທ່ານອາດີດລັດຖະມົນຕີກະຊວງສາທາລະນະສຸກ, ເອກອັກຄະລັດຖະທູດຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານນາງ ວິມາລາ ໄຊຍະສຸກ ຜູ້ອຳນວຍການໃຫຍ່ ໂຮງຫມໍ ພົງສະຫວັນ ອິນເຕີ ເນຊັນແນວ ຈໍາກັດ ກ່າວວ່າ: ຈຸດປະສົງໃນການລິເລີ່ມໂຄງການນີ້ເກີດຈາກ ໃນໄລຍະຜ່ານມາ ປະທານຜູ້ກໍ່ຕັ້ງກຸ່ມບໍລິສັດ ພົງສະຫວັນ ຈຳກັດ, ທີ່ມີເຈດຈຳນົງໃນການສ້າງຕັ້ງບໍລິສັດ ແລະ ບັນດາທຸລະກິດ ເພື່ອມາປະກອບສ່ວນໃນການພັດທະນາປະເທດຊາດຂອງ ລາວເຮົາ, ຜ່ານມາ 49 ປີ ກຸ່ມບໍລິສັດ ພົງສະຫວັນ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕທາງດ້ານ ທຸລະກິດ ໂດຍປັດຈຸບັນ ປະກອບມີ 30 ກວ່າບໍລິສັດ ພາຍໃນເຄືອ, ປະກອບດ້ວຍຂະແໜງການດ້ານການເງິນ, ຂົນສົ່ງ, ພະລັງງານ, ປະກັນໄພ ແລະ ບໍລິການດ້ານອາຫານ-ເຄື່ອງດື່ມ ທີ່ນໍາເຂົ້າຈາກສາກົນ ແລະ ໃນນັ້ນ ປະທານຜູ້ກໍ່ຕັ້ງໄດ້ແນມເຫັນຄວາມສຳຄັນດ້ານສາທາລະນະສຸກ ທີ່ເປັນອົງປະກອບທີ່ສຳຄັນຂອງໂຄງລ່າງພື້ນຖານໃນການພັດທະນາປະເທດຊາດ ເພື່ອໃຫ້ປະຊາຊົນ ພາຍໃນ ແລະ ບັນດາແຂກຕ່າງປະເທດທີ່ມາດຳລົງຊີວິດໃນປະເທດລາວ ສາມາດເຂົ້າເຖິງລະບົບສາທາລະນະສຸກທີ່ໄດ້ຄຸນນະພາບ ແລະ ມາດຕະຖານສາກົນ ໃນລາຄາທີ່ຜູ້ຄົນສ່ວນຫຼາຍສາມາດເຂົ້າເຖິງໄດ້ດັ່ງຄຳເວົ້າທີ່ວ່າ: ເຮົາຈະສ້າງໂຮງໝໍເພື່ອຜູ້ຄົນສ່ວນຫຼາຍ ບໍ່ແມ່ນສະເພາະຜູ້ຄົນບາງກຸ່ມ. ທັງນີ້ຍັງເປັນການສ້າງອາຊີບ ແລະ ວຽກເຮັດງານທຳໃຫ້ກັບປະຊາຊົນພາຍໃນປະເທດ ແລະ ຍັງສ້າງໂອກາດໃນການພັດທະນາບຸກຄະລາກອນແພດ ແລະ ພະຍາບານພາຍໃນປະເທດໃຫ້ມີຄວາມສາມາດທຽບເທົ່າສາກົນ, ເນື່ອງຈາກການທີ່ເຂົາເຈົ້າຈະໄດ້ມີໂອກາດ ເຮັດວຽກກັບບັນດາຊ່ຽວຊານຈາກຕ່າງປະເທດ ດັ່ງນັ້ນ ຈຶ່ງໄດ້ເປັນຈຸດເລີ່ມຕົ້ນໃນ ການລິເລີ່ມໂຄງການນີ້.

 

 

ໂຄງການກໍ່ສ້າງໂຮງຫມໍ ພົງສະຫວັນ ອິນເຕີເນຊັນແນວ ຈໍາກັດ ລວມມີອາຄານ 7 ຊັ້ນ, ໃຕ້ດິນ 1 ຊັ້ນ, ໃນເບື້ອງຕົ້ນ ຈະມີ 50 ຕຽງ ແລະ ຈະຂະຫຍາຍເພີ່ມ 119 ຕຽງ, ຄາດວ່າຈະສໍາເລັດພາຍໃນ 18-24 ເດືອນ, ໂດຍຈະນໍາໃຊ້ອຸປະກອນທີ່ທັນສະໄຫມ ແລະ ຊ່ຽນຊານດ້ານການແພດທັງພາຍໃນ ແລະ ຕ່າງ​ປະເທດ, ໂຮງຫມໍດັ່ງກ່າວ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

 

 

ທ່ານນາງ ວິມາລາ ໄຊຍະສຸກ ໃຫ້ຮູ້ຕື່ມວ່າ: ການສ້າງ ແລະ ບໍລິການ ຂອງໂຮງຫມໍ ເປັນວຽກຕ້ອງໃຊ້ຄວາມອົດທົນ ພາກພຽນມີມານະອັນສູງ ແຕ່ສ້າງຜົນປະໂຍດ ອັນສູງແກ່ສັງຄົມ ແລະ ການພັດທະນາ ເສດຖະກິດສັງຄົມ ເຊັ່ນ: 1) ເພື່ອອໍານວຍຄວາມສະດວກ ໃຫ້ແກ່ສັງຄົມລາວເຂົ້າເຖິງການ ປິ່ນປົວພະຍາດ ນໍາໃຊ້ ເຕັກໂນໂລຢີ ທີ່ທັນສະໄຫມ. 2) ເປັນການດຶງດູດ ເອົາຊ່ຽວຊານຂອງຕ່າງປະເທດ ທີ່ມີປະສົບການສູງ ເຂົ້າມາຊ່ວຍແກ້ໄຂບັນຫາ ທີ່ ລາວເຮົາທີ່ ຍັງບໍ່ທັນມີຄວາມຊໍານານ ໃນບາງ ສະເພາະດ້ານ; 3) ເປັນການເພີ່ມ ປະສິດທິພາບຂອງການປິ່ນປົວໃນ ການວິເຄາະ ວິໄຈ ໂລກຕ່າງໆ ທີ່ພວກເຮົາປະເຊີນ ຢູ່ ປັດຈຸບັນ ກໍຄື ຢູ່ຕ່າງປະເທດ ເພາະສະນັ້ນ ການເພີ່ມປະສິດທິພາບ ຂອງການປິ່ນປົວໃຫ້ ທົ່ວເຖິງ ທຸກຊັ້ນຄົນໃນສັງຄົມລາວ ທີ່ບໍ່ໄດ້ຈໍາແນກຊົນຊັ້ນວັນນະ. ເພື່ອຕອບສະຫນອງບັນຫາທີ່ກ່າວມາຂ້າງເທິງນັ້ນ ທ່ານ ນາງ ວິມາລາ ໄຊຍະສຸກ ໄດ້ສະເຫນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງສາທາລະນະສຸກ , ກົມ ຫນ່ວຍງານແພດຕ່າງໆ ໃຫ້ການຊີ້ນໍາ ຮ່ວມມືກັບໂຮງຫມໍພົງ​ສະຫວັນ ໃຫ້ດໍາເນີນໄປຢ່າງມີປະສິດທິຜົນ ແລະ ສາມາດຮັບໃຊ້ສັງຄົມລາວໃນຂອບເຂດທົ່ວປະເທດ ແລະ ຊາວຕ່າງປະເທດ ອີກດ້ວຍ.

 

 

ຂ່າວ: ສາວລາວໃຕ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ