ຂ່າວ-Tou-Vientianepost (92)
ຫາກຍັງພົບເຫັນ ການສືບຕໍ່ແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມລະບຽບກົດໝາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 May, 2023

ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ ໂດຍສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນ ຫຼວງວຽງຈັນ 30 ເປົ້າໝາຍ ແລະ ຢູ່ທ້ອງຖິ່ນ 37 ເປົ້າໝາຍ.

ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ

Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດການດັ່ງກ່າວ, ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດ ຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

ໃນປັດຈຸບັນ ອີງຕາມກົດໝາຍຂອງ ສປປ ລາວ ແມ່ນກຳນົດໃຫ້ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ທີ່ສາມາດໃຫ້ບໍລິການແລກປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດຕາແລກປ່ຽນຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ, ການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ບໍລິການແລກປ່ຽນເງິນຕາກັບບຸກຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນການລະເມີດຂໍ້

ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ(ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 54 ແລະ ມາດຕາ 55 ຂອງກົດໝາຍສະບັບດັ່ງກ່າວ ຄື: ປັບໃໝ 10 ສ່ວນຮ້ອຍ ຂອງມູນຄ່າທີ່ລະເມີດ.

ຍິ່ງໄປກວ່າກນັ້ນ ບຸກຄົນ ຫຼື ນິຕິບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດເບືອນ ຂໍ້ມູນຂ່າວສານ ກ່ຽວກັບບັນດາປັດໄຈທີ່ຈະກະທົບຕໍ່ອັດຕາແລກປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ເງິນຕາໂດຍບໍ່ສອດຄ່ອງກັບລະບຽບການຂອງທະນາຄານແຫ່ງ ສປປ ລາວ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ, ການເງິນ

ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ປັບໃໝ ແຕ່ 50 ລ້ານກີບ ຫາ 100 ລ້ານກີບ; ການໃຫ້ ຫຼື ໃຊ້ບໍລິການແລກປ່ຽນເງິນຕາ ທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ເກີດມີການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ກົມນະໂຍບາຍເງິນຕາ ຍັງໃຫ້ຮູ້ອີກວ່າ: ເພື່ອບໍ່ເປັນການສະໜັບສະໜູນ ການເຄື່ອນໄຫວທຸລະກິດຜິດກົດໝາຍ ເພື່ອຄວາມປອດໄພບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີຕົວະຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການແລກປ່ຽນເງິນຕາ ກັບທະນາຄານທຸລະກິດເທົ່ານັ້ນ, ຫາກທ່ານພົບເຫັນຂໍ້ມູນການໃຫ້

ບໍລິການແລກປ່ຽນເງິນຕາ ທີ່ບໍ່ແມ່ນການບໍລິການຂອງທະນາຄານ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ, ການຮ່ວມມືຂອງພໍ່ແມ່ປະຊາຊົນ ເປັນການປະກອບສ່ວນສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບປອດໄພ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ທີ່ມາ ກົມນະໂຍບາຍເງິນຕາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ