pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 July, 2025
ໝວດ: ຂ່າວ

ງານບຸນມະໂຫລານຊາວໜຸ່ມ, ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ” ພາຍຫຼັງໄດ້ເປີດຂຶ້ນແຕ່ວັນທີ 25 ມິຖຸນາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ດັ່ງນັ້ນ, ມາຮອດວັນທີ 29 ມິຖຸນານີ້ ງານບຸນດັ່ງກ່າວໄດ້ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງປະທານສູນກາງກຳມະບານລາວ, ບັນດາຮອງລັດຖະມົນຕີ, ຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

 

 

ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ໄດ້ຂຶ້ນກ່າວປິດງານວ່າ: ງານບຸນມະໂຫລານຊາວໜຸ່ມ, ເຍົາວະຊົນ ປີ 2025 ໄດ້ດໍາເນີນເປັນເວລາ 5 ວັນ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງສໍາລັບສະມາຊິກຊາວ ໜຸ່ມ, ເຍົາວະຊົນພວກເຮົາ. ງານບຸນດັ່ງກ່າວໄດ້ຈັດມີກິດຈະກໍາທີ່ຫຼາກຫຼາຍເພື່ອສົນທະນາ, ພົບປະແລກປ່ຽນບົດຮຽນຖ່າຍທອດຄວາມຮູ້ ຊຶ່ງກັນ ແລະ ກັນໃນຫຼາຍຂົງເຂດເປັນຕົ້ນ ກ່ຽວກັບເອໄອ, ຮຽນໄປນໍາເຮັດວຽກໄປນໍາ, ເສດຖະກິດເອກະລາດເປັນເຈົ້າຕົນເອງ, ການສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິຫານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ບົດບາດຂອງສັງຄົມຕໍ່ການດໍາເນີນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ, ການມີສ່ວນຮ່ວມຂອງສັງຄົມ ແລະ ຊຸມຊົນໃນການປົກປັກຮັກສາວັດທະນະທໍາ ແລະຮີດຄອງປະເພນີອັນດີງາມຂອງຊາດ, ການພັດທະນາແບບຍືນຍົງ ແລະ ການຈ້າງງານສີຂຽວ.

 

ນອກຈາກບັນດາຫົວຂໍ້ດັ່ງກ່າວຍັງມີເວທີການແຂ່ງຂັນຂອງຊາວໜຸ່ມ, ເຍົາວະຊົນ ແລະ ມີການຈັດວາງສະແດງສິນຄ້າ, ຜະລິດຕະພັນຂອງຜູ້ປະກອບການໜຸ່ມທີ່ມາຈາກຄະນະຊາວໜຸ່ມບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນໜຶ່ງ, ນີ້ເປັນການຢັ້ງຢືນເຖິງຜົນງານ ແລະ ຜົນສໍາເລັດໃນການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະຊາວໜຸ່ມແຕ່ລະຂັ້ນ, ທັງເປັນການສະແດງໃຫ້ພວກເຮົາເຫັນໄດ້ຢ່າງຈະແຈ້ງວ່າ: ບັນດາສະຫາຍໄດ້ເຊີດຊູຄວາມເອົາໃຈໃສ່, ຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້.ຜົນສຳເລັດໃນການຈັດງານໃນຄັ້ງນີ້ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສາມາຄີເປັນເອກະພາບ, ຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງບັນດາສະຫາຍຄະນະພັກແຕ່ລະຂັ້ນ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຊຶ່ງໄດ້ທຸມເທກໍາລັງແຮງກາຍ, ງົບປະມານ ແລະ ມັນສະໝອງເຂົ້າໃນງານນີ້ຈົນປະສົບຜົນສໍາເລັດທີ່ຈົບງາມ.

 

ງານໃນຄັ້ງນີ້, ມີກິດຈະກໍາທັງໝົດມີ 26 ກິດຈະກໍາ ມີຜູ້ເຂົ້າຮ່ວມຈໍານວນ 5,000 ເທື່ອຄົນ ແລະ ມີຮ້ານມູນເຊື້ອຊາວໜຸ່ມຂອງບັນດາກະຊວງ, ອົງການ, ຄຊປປລ ແຂວງ, ນະຄອນຫຼວງ, ຮ້ານສົ່ງເສີມຄວາມຮູ້, ຊ່ວຍເຫຼືອສັງຄົມ, ບໍລິຈາກເລືອດ, ຂາຍສິນຄ້າຫັດຖະກຳ, ອາຫານຕ່າງໆ ແລະ ອື່ນໆ ລວມທັງໝົດ 230 ຮ້ານ.

 

(ຂ່າວ: ວັນເພັງ, ພາບ: ສຊປລ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ