pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 July, 2025
ໝວດ: ຂ່າວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).

 

ຊຸດອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ການລາຍງານຂ່າວບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການພັດທະນາສີຂຽວຍືນຍົງ ແລະ ບັນຫາສິ່ງແວດລ້ອມ, ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ, ການຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການນໍາໃຊ້ປັນຍາປະດິດໃນວຽກງານສື່ ແລະ ຜະລິດບົດເລື່ອງສັ້ນໃນຮູບແບບຕ່າງໆສຳລັບສື່ອອນລາຍ.

 

 

ທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ມີຄວາມໝາຍສໍາຄັນ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເນື່ອງຈາກໃນຍຸກປັດຈຸບັນສັງຄົມຫັນມາບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຫຼາຍຂຶ້ນ ເຮັດໃຫ້ສື່ມວນຊົນມີຄວາມຈໍາເປັນຕ້ອງປັບປຸງຕົນເອງໃຫ້ແທດເໝາະກັບການພັດທະນາ ແລະ ການຂະຫຍາຍຕົວຂອງສື່ຕ່າງໆ ໂດຍສະເພາະເພື່ອຮອງຮັບໃຫ້ການຫັນເຂົ້າສູ່ລະບົບດີຈີຕອນໃນຕໍ່ໜ້າ ແລະ ສາມາດນໍາເອົາຄວາມຮູ້ທີ່ຮຽນມາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ພ້ອມທັງນໍາໄປເຜີຍແຜ່ໃຫ້ບົດຮຽນແກ່ເພື່ອນຮ່ວມງານພາຍໃນສໍານັກງານດ້ວຍກັນ. ນອກຈາກນັ້ນ, ສຳມະນາກອນຍັງໄດ້ໄປທັດສະນະສຶກສາຕົວຈິງໃນຫົວຂໍ້: ການທ່ອງທ່ຽວສີຂຽວຢູ່ ເມືອງວັງວຽງ ແຂວງວຽງຈັນ ເພື່ອໄປເກັບກຳຂໍ້ມູນມາຜະລິດເປັນຄລິບວິດີໂອເລື່ອງສັ້ນອອກສື່ຕ່າງໆເຊັ່ນ: ເຟສບຸກ, ຢູທູບ ຫຼື ເວັບໄຊ ທີ່ສຳມະນາກອນສັງກັດຢູ່ ແລະ ສົ່ງໄປເຂົ້າຮ່ວມແຂ່ງຂັນໂດຍຈະມີລາງວັນທີ 1,2,3 ແລະ ລາງວັນຊົມເຊີຍ. ບົດທີ່ຖືກຄັດເລືອກລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ໄປທັດສະນະຢູ່ ສສ ຫວຽດນາມ ໃນທ້າຍປີ 2025 ຫຼື ຕົ້ນປີໜ້າ ຊຶ່ງປີຜ່ານມາເຈົ້າຂອງບົດທີ່ໄດ້ຮັບລາງວັນແມ່ນໄດ້ໄປທັດສະນະສຶກສາຢູ່ປະເທດໄທ.

 

ໂຄງການແກມຊິວ ໄດ້ເນັ້ນໜັກການສ້າງຄວາມຮ່ວມມືລະຫວ່າງສື່ມວນຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃນ ສປປ ລາວ. ການຝຶກອົບຮົມຄັ້ງ ນີ້, ຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງສື່ມວນຊົນໃຫ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດ ລ້ອມ.

 

ຂ່າວ-ພາບ: ບຸນຕອມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ