pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
ຮຽບຮຽງໂດຍ:Pele
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ໃນວັນທີ 1​-3 ກໍລະກົດ ນີ້ ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ.​ ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນສໍາລັບປະເທດ ດ້ອຍພັດທະນາ; ການເຂົ້າເຖິງເເຫຼ່ງທຶນ ເເລະ ການຢຶດໝັ້ນຕໍ່ພັນທະຂອງຕົນໃນການສະ ໜອງທຶນຊ່ວຍເຫຼືອ ເພື່ອການພັດທະນາໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.​

ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນ ທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາຄັ້ງທີ 4 ພາກອະພິປາຍທົ່ວໄປ ແລະ ກອງປະຊຸມຂັ້ນສູງປິ່ນອ້ອມກອງປະຊຸມ ເປັນຕົ້ນແມ່ນ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ສຳລັບບັນດາປະເທດ ບໍ່ມີຊາຍແດນຕິດທະເລ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາຍົກລັດຖະມົນຕີ ໂບລິວີ ເເລະ ທ່ານຮອງເລຂາທິການໃຫຍ່ ສປຊ. ສປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະເລ ໂດຍສະເພາະ ສປປ ລາວ ໃນດ້ານໂຄງສ້າງ ແລະ ພູມສັນຖານຂອງປະເທດທີ່ຍັງທ່ວງດຶງ ການເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັັ້ນ, ຍັງຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃຫ້ການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນຈາກໂຄງການ ທາງລົດໄຟ ລາວ-ຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ໃນການເຂົ້າເຖິງທຶນຮອນ, ການຊ່ວຍເຫຼືອດ້ານວິຊາການ ແລະ ການຊ່ວຍເຫຼືອທາງດ້ານການຄ້າແກ່ປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ຫຼາຍຂຶ້ນ.

ພ້ອມດຽວກັນນີ້, ຄະນະຜູ້ແທນທາງການລາວ ຍັງໄດ້ພົບປະສອງຝ່າຍ ກັບ ປະເທດປ໋ອກຕຸຍການ ແລະ ປະເທດ ເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫຼາຍຝ່າຍ ໂດຍຜ່ານ ອົງການ ສະຫະປະຊາຊາດ ພ້ອມທັງປຶກສາຫາລື ບັນຫາທີ່ ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ທ້າຍສຸດ, ໃນວັນທີ 3 ກໍລະກົດ 2025, ກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາຄັ້ງທີ 4 ໄດ້ປິດລົງ ດ້ວຍຜົນສໍາເລັດອັນຈົບງານ ແລະ ສາມາດຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ“Compromiso de Sevilla” (Seville Commitment) ຊຶ່ງຈະເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ອົງການ ສະຫະປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນເຂົ້າໃນການຮ່ວມມືເພື່ອການພັດທະນາໂດຍລວມຂອງສາກົນ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງທີ່ສຳຄັນ ມີໄລຍະເວລາຈັດຕັ້ງປະຕິບັດ ໜຶ່ງທົດສະວັດ ກໍຄື ແຕ່ປີ 2025-2035, ມີຈຸດປະສົງເພື່ອສະໜອງທຶນໃຫ້ແກ່ການພັດທະນາຂອງສາກົນ ໂດຍຜ່ານການປະຕິຮູບໂຄງສ້າງການເງິນສາກົນ, ການຮ່ວມມືດ້ານອາກອນ, ການສົ່ງເສີມນະໂຍບາຍພາຍໃນ, ການລະດົມຂົນຂວາຍພາກເອກະຊົນ, ການສະໜັບສະໜູນຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການຢ້ຳຄືນຄວາມສຳຄັນຂອງທຶນຊ່ວຍເຫຼືອເພື່ອການພັດທະນາ ແລະ ການສະໜັບສະໜູນບົດບາດຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການບີບບັງຄັບຝ່າຍດຽວ ແລະ ການສ້າງຄວາມເຂັ້ມແຂງວຽກງານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາຂອງບັນດາປະເທດໃນໂລກ.

ຂ່າວ-ພາບ: ກຕທ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 9 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,520
21,797
thailand (1)
THB
661.46
672.70
european-union
EUR
24,203
24,688
china
CNY
2,937
2,995
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
jane - 2025-10-10T085607.335
ໂລກຍາກທີ່ຈະບັນລຸໄດ້ ເປົ້າໝາຍ ເພີ່ມພະລັງ ງານ ໄຟຟ້າທົດແທນ ທົບ 3 ເທົ່າໃນປີ 2030
site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
jane - 2025-10-09T161502.921
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ "ແຮງສຸດໆ" ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ
jane - 2025-10-09T152412.771
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
pele - 2025-10-09T150241.546
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.
jane - 2025-10-09T144955.896
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ
pele - 2025-10-09T134905.929
ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00
jane - 2025-10-09T133350.831
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ
jane - 2025-10-09T110603.865
ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ
ຢ່າລື່ມກົດຕິດຕາມ