pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຮຽບຮຽງໂດຍ:Pele
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6ໄຂຂື້ນໃນວັນທີ 3 ກໍລະກົດ 2025 ຢູ່ຫໍສະພາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອໍາໄພ ຈິດມານົນ ກໍາມະການຄະນະພັກສະພາແຫ່ງຊາດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ,ມີ ທ່ານຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ,ທ່ານພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ,ສະມາຊິກກໍາມະບານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

​ທ່ານ ອໍາໄພ ຈິດມານົນ ມີຄໍາເຫັນກ່າວໄຂກອງປະຊຸມວ່າ:ໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກສະພາແຫ່ງຊາດ, ສະຫະພັນກໍາມະບານໄດ້ປະຕິບັດພາລາບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນສໍາເລັດທີ່ຕັ້ງໜ້າຫລາຍດ້ານ ແຕ່ຍ້ອນຂໍ້ຈໍາກັດດ້ານຕ່າງໆ ຈິ່ງມີ ຈຸດອ່ອນ-ຂໍ້ຄົງຄ້າງ ທີ່ເລັ່ງທວງໃຫ້ສະຫະພັນກໍາມະບານຈະຕ້ອງພ້ອມກັນປັບປຸງແກ້ໄຂ ສະນັ້ນການຈັດກອງປະຊຸມຄັ້ງນີ້ເພື່ອ ສະຫຼຸບຕີລາຄາ, ຕິດຕາມກວດກາຄືນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກໍາມະບານສະພາແຫ່ງຊາດ ຊຶ່ງຖືເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ສ້າງເງື່ອນໃໝ່ໃຫ້ສະຫະພັນກໍາມະບານສະພາແຫ່ງຊາດໃຫ້ກາຍເປັນການຈັດຕັ້ງທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຫຍຸດຢັ້ງ.

 

 

​ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6 ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ5ຂອງສະຫະພັນກຳມະບານສະພາແຫ່ງຊາດ ໄລຍະ 5 ປີ 2020 ຫາ 2025 ແລະ ກໍານົດທິດທາງແຜນການ5 ປີຕໍ່ໜ້າ 2026 ຫາ2030,ຮັບຟັງການຜ່ານບົດສຳຫຼວດການຊີ້ນໍາ-ນຳພາຂອງຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດຊຸດທີ5ໃນ5ປີຜ່ານມາ2021ຫາ2025,ເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດທີ 6 ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານກຳມະບານ ໃນ 5 ປີຕໍ່ໜ້າ 2026 ຫາ 2030 ນອກຈາກນີ້ ໄດ້ຮັບຟັງການໂອ້ລົມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຈາກ ທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຄະນະປະຈໍາພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.

 

 

ຂ່າວ:ເດດອາລຸນ ແກ້ວວິໄລ່
ພາບ:ຕາລີເຊ້ຍ ລໍມີໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ