pele - 2025-07-09T103229.771
ກຸ່ມບໍລິສັດ ລາວໂທລະຄົມ “ M moneyX “ ໄດ້ເຂົ້າຮ່ວມຮັບລາງວັນ WISIS Prizes 2025 (World Summit on the Information Society) ທີ່ເມືອງ ເຈັນນີວາ ປະເທດ ສະຫວິດເຊີແລນ.
ຮຽບຮຽງໂດຍ:Pele
ເຜີຍແຜ່: 9 July, 2025
ໝວດ: ຂ່າວ

ວັນທີ 7 ເດືອນ ກໍລະກົດ 2025 ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ ການຂາຍ ແລະ ທ່ານ ຈັນທະລາ ບຸນນະຜົນ ຮອງຜູ້ອຳນວຍການຂະແໜງ ການຕະຫລາດ ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃນການຂຶ້ນຮັບລາງວັນ WISIS Prizes 2025 ໃນຄັ້ງນີ້ ເປັນລາງວັນນານາຊາດ ທີ່ຈັດຂຶ້ນໂດຍ ITU (International Telecommunication Union) ເພື່ອສະໜັບສະໜູນໂຄງການ ແລະ ນະວັດຕະກຳທາງດ້ານດິຈິຕອນ ທີ່ຊ່ວຍເສີມສ້າງການພັດທະນາຢ່າງຍືນຍົງ (SDGs – Sustainable Development Goals) ເຊິ່ງໃນການຮັບລາງວັນ WISIS Prizes 2025 ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມກ້າວກະໂດດ ການເຕີບໂຕຂອງ ແອັບ ກະເປົາເງິນ ອີເລັກໂທຣນິກໃນລາວ “ເອັມມັນນີເອັກສ” ດ້ວຍຄວາມກ້າວໜ້າ ດ້ານການຂະຫຍາຍການບໍລິການທາງດ້ານທຸລະກຳດ້ານການເງິນ ເຊັ່ນ: (ການຊໍາລະ, ໂອນເງິນເຂົ້າ-ອອກ, ຈ່າຍໃບບິນ, ຈ່າຍພາສີ, ຈ່າຍປະກັນສັງຄົມ ແລະ ອື່ນໆ…) ໃຫ້ແກ່ປະຊາຊົນຫຼາຍລ້ານຄົນ ທີ່ບໍ່ສາມາດເຂົ້າເຖິງການເປີດນຳໃຊ້ບັນຊີທະນາຄານ.

 

 

ໂດຍແອັບ ເອັມມັນນີເອັກສ ໄດ້ມີການພັກດັນເຮັດໃຫ້ບໍລິການທາງດ້ານການເງິນທີ່ເປັນ Unbanked ໃຫ້ກັບປະຊາຊົນທີ່ບໍ່ສາມາດເຂົ້າເຖິງບໍລິການທະນາຄານ ຫຼື ບໍລິສັດການເງິນ ໃຫ້ມີໂອກາດໃນການເຂົ້າເຖິງ-ເຂົ້າຮ່ວມໃນກິດຈະກໍາທາງດ້ານການເງິນ ເພື່ອຂະຫຍາຍເສດຖະກິດໃຫ້ກວ້າງຂວາງພາຍໃນປະເທດ ແລະ ປັບປຸງຄວາມໝັ້ນຄົງພື້ນຖານທາງດ້ານການເງິນໃຫ້ເຂັ້ມແຂງ ແລະ ເອັມມັນນີເອັກສ ໄດ້ວາງແຜນສຳລັບອະນາຄົດຂ້າງໜ້າເພື່ອສະໜອງດ້ານທຸລະກຳທາງການເງິນ ບໍ່ວ່າຈະເປັນທາງດ້ານສິນເຊື່ອຈຸລະພາກໃຫ້ແກ່ຄອບຄົວ ແລະ ບຸກຄົນໃນເວລາທີ່ຈໍາເປັນ, ໂດຍສະເພາະສໍາລັບຜູ້ທີ່ບໍ່ສາມາດເຂົ້າເຖິງການບໍລິການທະນາຄານ ຫຼື ການບໍລິການກູ້ຢືມແບບທະນາຄານ.

 

ສຳລັບ ເອັມມັນນີເອັກສ ໄດ້ຕຽມຄວາມພ້ອມ ແລະ ດຳເນີນການຢ່າງຄົບຖ້ວນຕາມລະບຽບກົດໝາຍທາງການເງິນທັງໝົດທີ່ວາງອອກ ແລະ ຍັງໄດ້ເຂົ້າຮ່ວມເປັນສະມາຊິກ LAPNET ເປັນ Platform ການຈ່າຍເງິນອິເລັກໂທຣນິກ (e-payment) ທີ່ຖືກສ້າງຂຶ້ນໂດຍ ທະນາຄານແຫ່ງ ສປປ ລາວ (BOL) ເພື່ອເປັນລະບົບກາງໃນການປະສານງານລະຫວ່າງ ທະນາຄານພານິດຕ່າງໆ, ແອັບກະເປົາເງິນດິຈິຕອນ (E-Wallet) ຫຼື ຜູ້ໃຫ້ບໍລິການຈ່າຍເງິນດິຈິຕອນ ເຊິ່ງລູກຄ້າ ເອັມມັນນີເອັກສ ສາມາດໄດ້ຮັບຜົນປະໂຫຍດຈາກການບໍລິການທາງດ້ານການເງິນທັງໝົດໂດຍບໍ່ຈໍາເປັນຕ້ອງເປີດບັນຊີທະນາຄານ.

 

ໃນປີ 2024 ຈໍານວນຜູ້ສະໝັກໃຊ້ “ M moneyX “ ເພີ່ມຂື້ນຈາກ 300,000 ຄົນ ເປັນ 800,000 ຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 1,100,000 ຄົນ ພາຍໃນປີ 2025 ດ້ວຍການເຂົ້າເຖິງທີ່ມີຂໍ້ຈຳກັດຂອງທະນາຄານໃນບາງຂົງເຂດ ເຮັດໃຫ້ ເອັມມັນນີເອັກສ ສາມາດເຂົ້າເຖິງລູກຄ້າໄດ້ງ່າຍ ພຽງແຕ່ມີສັນຍານ ອິນເຕີເນັດ ກໍສາມາດເຮັດທຸລະກຳທາງດ້ານການເງິນຕ່າງໆໃນແອັບດຽວດ້ວຍຄວາມສະດວກ ສະບາຍ ແລະ ປອດໄພ ໂດຍສະເພາະຢູ່ເຂດຊົນນະບົດໄດ້ເຂົ້າເຖິງການບໍລິການດ້ານການເງິນ, ດັ່ງນັ້ນ ກະເປົາເງີນ ອີເລັກໂທຣນິກ M moneyX ຈະມາຕອບໂຈດການເຂົ້າເຖີງການເງິນໃຫ້ໄດ້ທົ່ວເຖີງ ເພື່ອເສດຖະກິດທີ່ໝັ້ນຄົງ ແລະ ການກະຕຸ້ນຊິວິດການເປັນຢູ່ຂອງປະຊາຊົນລາວ ໄດ້ດີຍິ່ງຂຶ້ນ.

 

ຂ່າວ:(ວສລ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ