pele - 2025-07-09T160026.070
ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ
ຮຽບຮຽງໂດຍ:Pele
ເຜີຍແຜ່: 9 July, 2025

ໃນວັນທີ 8 ກໍລະກົດນີ້.ໄດ້ຈັດພິທີເປີດການນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຕະໂອ້ຍ ແຂວງສາລະວັນຂຶ້ນ. ໃນພິທີ, ທ່ານ ຄຳລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກໃຕ້ແຂວງ ຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດໜ່ວຍບໍລິການເມືອງຕະໂອ້ຍ ກໍເພື່ອເປັນການຂະຫຍາຍພື້ນທີ່ຈຸດໃຫ້ການບໍລິການ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນໜ່ວຍບໍລິການທະນາຄານພັດທະນາລາວ.

 

ອາຄານສຳນັກງານໃໝ່ແຫ່ງນີ້, ໃຊ້ເວລາກໍ່ສ້າງທັງໝົດ 11 ເດືອນ,ເລີ່ມແຕ່ເດືອນ 6/2024 ຫາ ເດືອນ 5/2025 ສຳເລັດ, ເປັນອາຄານທີ່ທັນສະໄໝ, ເປັນເອກະລັກສະເພາະຂອງ ທະນາຄານພັດທະນາລາວ ແລະ ຈະໄດ້ອຳນວຍຄວາມສະດວກໃນການໃຫ້ບໍລິການຮັບໃຊ້ບັນດາທ່ານ ຜູ້ປະກອບການ,ຫົວໜ່ວຍທຸລະກິດ, ບັນດາລູກຄ້າທັງພາຍໃນ ແລະຕ່າງປະເທດທີ່ເຂົ້າມາໃຊ້ບໍລິການໃຫ້ມີຄວາມປະທັບໃຈ.

 

 

ປັດຈຸບັນນີ້, ທະນາຄານພ້ອມແລ້ວ ທີ່ຈະອຳນວຍຄວາມສະດວກໃນການດຳເນີນທຸລະກຳທາງດ້ານການເງິນຂອງທ່ານດ້ວຍຄວາມທັນສະໄໝ, ສະດວກວ່ອງໄວ ແລະ ຫວັງວ່າຢ່າງຍິ່ງວ່າຈະມີໂອກາດຮັບໃຊ້ແລະ ໃຫ້ບໍລິການລູກຄ້າທຸກທ່ານ,ດ້ວຍຮ້ອຍຍິ້ມ ແລະ ຈິ່ງໃຈໃຫ້ສົມກັບຄຳຂັວນທີ່ວ່າ: “ມິດທີ່ດີຢູ່ຄຽງຂ້າງທ່ານການຮ່ວມທຶນແບບຍືນຍົງ”.

 

ທ່ານ ວຽງໄຊ ມະຫາທິລາດ ຮັກສາການຮອງເຈົ້າເມືອງຕະໂອ້ຍ ຜູ້ຊີ້ນໍາຂົງເຂດເສດຖະກິດໃນທົ່ວເມືອງ ໃຫ້ກຽດກົດປຸ່ມເປີດ ແລະ ພ້ອມທັງລັ່ນຄ້ອງ 9 ບາດ.

 

(ພາບ-ຂ່າວ ອ່ອນໃຈ ໄຊຍະແຮດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ