ຂ່າວ-Tou-Vientianepost - 2023-05-13T110554.822
ເປີດສັນຈອນ ປົກກະຕິແລ້ວ ຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 May, 2023

ເປີດການສັນຈອນຜ່ານຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ ເປັນສອງໄລຍະ.ນັບແຕ່ກາງເດືອນກຸມພາ 2023 ເປັນຕົ້ນມາ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ດຳເນີນການສ້ອມແປງຂົວນໍ້າຄານເກົ່າ ຫຼື ຂົວເບເລ ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ໂດຍມອບໃຫ້ບໍລິສັດພັນທະມິດກໍ່ສ້າງຂົວທາງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊີ່ງ

ເບື້ອງຕົ້ນໄດ້ສ້ອມແປງທາງຍ່າງທັງ 2 ເບື້ອງກ່ອນ, ພາຍຫຼັງສຳເລັດ ໄດ້ເລີ້ມປິດການສັນຈອນຜ່ານຂົວ ແລະດຳເນີນການສ້ອມແປງພາຍໃນຂົວ ນັບແຕ່ວັນທີ່ 20 ເມສາເປັນຕົ້ນມາ ເຊີ່ງໜ້າວຽກໃນການສ້ອມແປງ ລວມມີ 4 ໜ້າວຽກຫຼັກຄື:

ວຽກຮື້ຖອນ ໄມ້ເກົ່າອອກໝົດສ້ອມແປງ ປ່ຽນຖ່າຍໄມ້ຄືນທັງໝົດ, ຄັດ-ອະນາໄມສີເກົ່າ ແລະທາສີໃໝ່, ຕິດຕັ້ງ ດອກໄຟ ຈຳ ນວນ 6 ຈຸດເພື່ອເພີ້ມຄວາມສະຫວ່າງ, ໂດຍວາງແຜນການສ້ອມແປງໃຫ້ສຳເລັດພາຍໃນ 4 ເດືອນ ແຕ່ການປະຕິບັດຕົວຈີງ ແມ່ນສຳເລັດກ່ອນແຜນການ. ທ່ານ ຈັນສະຫວັດ ບຸນຍົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນໄດ້ໃຫ້ສຳພາດວ່າ: ການ

ສ້ອມແປງການສ້ອມ ແປງຂົວນໍ້າຄານເກົ່າ ຫຼື ຂົວເບເລຄັ້ງນີ້ ໄດ້ເປັນການສ້ອມແປງຄັ້ງໃຫຍ່ ໂດຍນຳໃຊ້ງົບປະມານສະໜັບສະໜູນ ການພັດທະ ນາພື້ນຖານໂຄງລ່າງທ້ອງຖີ່ນ ຈາກບໍລິສັດຊໍການຊ່າງ (ເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ) ມູນຄ້າ 991 ລ້ານກວ່າກີບ, ສະເພາະທາງຍ່າງທັງສອງເບື້ອງ ໄດ້ມີ ການຮື້ໄມ້ອອກທັງໝົດ ແລ້ວເອົາແຜນເຫຼັກປູທາງຍ່າງ ແລະສ້ອມແປງຈຸດທີ່ເປ່ເພ, ສ່ວນ

ພາຍໃນຂົວ ໄດ້ປ່ຽນໄມ້ລະ ນາດ, ໄມ້ແປ້ນແລ່ນ ແລະສ້ອມແປງຈຸດເປ່ເພ ຂອງພື້ນໂຄງເຫຼັກໂຕຂົວໄປພ້ອມ, ທັງໄດ້ມີການທຳຄວາມສະອາດໂຄງຂົວ ແລະທາສີ, ຜ່ານການປະຕິບັດວຽກງານເຫັນວ່າມີຄວາມສະດວກບາງດ້ານ ແຕ່ຍັງມີຂໍ້ຫຍຸ້ງຍາກບາງດ້ານ ເປັນຕົ້ນ ແມ່ນເຮັດໃຫ້ການສັນຈອນບາງເສັ້ນທາງຕິດຄັດ ແລະການສ້ອມແປງຕ້ອງໄດ້ດຳເນີນທັງກາງເວັນ ແລະກາງຄືນ.

ການສ້ອມແປງຂົວນໍ້າຄານເກົ່າ ຫຼື ຂົວເບເລ ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ປັດຈຸບັນໄດ້ສຳເລັດ ແລະເປີດການສັນຈອນເປັນປົກກະຕິ ນັບແຕ່ຕອນແລງຂອງ ວັນທີ່ 11 ພຶດສະພາ 2023 ພາຍຫຼັງຄະນະກຳມະການຄຸ້ມຄອງການລົງທືນຂັ້ນນະຄອນ ໄດ້ລົງຕິດຕາມກວດກາ ເຊີ່ງຈະນຳໃຊ້ການສັນຈອນສະເພາະລົດຈັກ ລົດຖີບ ແລະຄົນຍ່າງ, ເຊີ່ງຈະຊ່ວຍຫຼຸດຜ່ອນການສັນຈອນ ທີ່ມີຄວາມແອອັດພາຍໃນເທດສະບານ ແລະອຳນວຍຄວາມສະດວກ ໃນການສັນຈອນໄປມາ ຂອງຜູ້ໃຊ້ລົດໃຊ້ຖະໜົນຢູ່ພາຍໃນ ນະຄອນ ຫຼວງພະບາງ ໃຫ້ມີສະດວກ ແລະປອດໄພ.

ທີ່ມາ Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
jane - 2025-11-07T090208.551
ແຈ້ງເຕືອນພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ວັນທີ 07 ພະຈິກ ປີ 2025
ຢ່າລື່ມກົດຕິດຕາມ