ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
ໃນວັນທີ 09 ກໍລະກົດ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 09-11 ກໍລະກົດ 2025.
ໃນໂອກາດນີ້, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດພາຍຫຼັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນເດືອນກຸມພາ 2025 ທີ່ຜ່ານມາ.ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລີມ ແລະ ສະຫາຍ ປະທານປະເທດ ເລືອງ ເກືອງ ກໍຄື ບັນດາສະຫາຍ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ.
ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ, ຫຼ້າສຸດແມ່ນການເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມເປັນເອກະພາບທົ່ວປະເທດຫວຽດນາມ ຄົບຮອບ 50 ປີ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນວັນທີ 30 ເມສາ 2025 ທີ່ຜ່ານມາ. ພ້ອມນີ້, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ກໍເຫັນວ່າມີຄວາມຄືບໜ້າພໍສົມຄວນ ຊຶ່ງພິເສດແມ່ນສອງຝ່າຍໄດ້ສໍາເລັດການເປີດທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸງອ່າງ 1, 2, 3 ທີ່ເປັນເຫດການທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດຂອງການພົວພັນຮ່ວມມືຂອງສອງປະເທດ.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຊຶ່ງສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ແລະ ວາງທິດທາງແຜນການຮ່ວມມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງລັດຖະບານສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊອກຫາວິທີການແກ້ໄຂເຮັດໃຫ້ບັນດາໂຄງການທີ່ມີຄວາມສໍາຄັນທາງຍຸດທະສາດສໍາເລັດ ເປັນຕົ້ນແມ່ນເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ໂດຍຜ່ານການເຊື່ອມໂຍງພື້ນຖານໂຄງລ່າງ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື ໃຫ້ສໍາເລັດຕາມກໍານົດເວລາ ແລະ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມຮອບດ້ານໃຫ້ແກ່ການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງສອງພັກ-ສອງລັດ ເຊັ່ນ: ວັນຊາດ ສສ. ຫວຽດນາມ ຄົບຮອບ 80 ປີ (02 ກັນຍາ 2025) ແລະ ວັນຊາດ ສປປ ລາວ ຄົບຮອບ 50 ປີ (02 ທັນວາ 2025) ທີ່ຈະມາເຖິງນີ້.
ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລີມ ແລະ ສະຫາຍ ປະທານປະເທດ ເລືອງ ເກືອງ ມາຍັງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ມາຍັງພັກ, ລັດ ແລະ ປະຊາຊົນລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ລວມທັງຜົນຂອງກອງປະຊຸມ ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຂ່າວ: ກະຊວງການຕ່າງປະເທດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,405 | 21,680 |
![]() THB | 657.58 | 667.77 |
![]() EUR | 24,081 | 24,563 |
![]() CNY | 2,913 | 2,971 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |