
ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີພາກສ່ວນທີ່ໃຫ້ການບໍລິການເກັບ-ມ້ຽນ, ຂົນສົ່ງຂີ້ເຫຍື້ອ 11 ພາກສ່ວນ ໃນນີ້ ພາກສ່ວນລັດມີ 1 ພາກສ່ວນ, ພາກສ່ວນບໍລິສັດເອກະຊົນ 10 ພາກສ່ວນ, ຄາດວ່າທົ່ວນະຄອນຫຼວງວຽງຈັນ (ນວ) ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ ແຕ່ຄວາມສາມາດນໍາສົ່ງຂີ້ເຫຍື້ອ ເຖິງພາກສະໜາມ ພຽງແຕ່ 450-500 ໂຕນຕໍ່ວັນ, ຕໍ່ກັບສະພາບການດັ່ງກ່າວຄະນະຮັບຜິດຊອບຈຶ່ງໄດ້ຄົ້ນຄວ້າເພື່ອສ້າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນໃຫ້ແທດເໝາະກັບສະພາບຄວາມເປັນຈິງ.
ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ສະເໜີ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 10 ກໍລະກົດນີ້ ວ່າ: ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ມະຕິວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ ແຜນພັດທະນາເສດຖະກິດ-ສັງຄົມ ນວ ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງສໍາລັບ ນວ ຮອດປີ 2030. ສະນັ້ນ ການສ້າງນິຕິກຳທີ່ເປັນອັນສະເພາະສໍາລັບວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ແນໃສ່ປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງ ຕາມນະໂຍບາຍ 6 “ສ” ເພື່ອໃຫ້ບັນລຸວິໄສທັດ “ນວ ມີຄວາມສະອາດ, ສີຂຽວ ແລະ ໜ້າຢູ່” ຊຸກຍູ້ໃຫ້ສັງຄົມທຸກພາກສ່ວນມີສ່ວນຮ່ວມໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ປົກປ້ອງສິດຜົນປະໂຫຍດຄວາມເປັນທຳລະຫວ່າງຜູ້ໃຊ້ບໍລິການ ແລະ ພາກສ່ວນໃຫ້ບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອ, ຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າໃສ່ວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃຫ້ຫຼາຍຂຶ້ນ, ຄຸ້ມຄອງຕິດຕາມກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດກ່ຽວກັບສິ່ງເສດເຫຼືອ ກໍຄືຂີ້ເຫຍື້ອໃຫ້ສອດຄ່ອງຖືກຕ້ອງກັບລະບຽບຫຼັກການຮັບປະກັນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເພື່ອເຮັດໃຫ້ການຄຸ້ມຄອງ, ບໍລິຫານຈັດການວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອມີຄວາມເປັນເອກະພາບ, ມີປະສິດທິພາບ ທັງຮັບປະກັນຄຸນນະພາບການບໍລິການເກັບມ້ຽນຂົນສົ່ງ ແລະ ກຳຈັດຂີ້ເຫຍື້ອ, ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່ຫັນເປັນທັນສະໄໝ, ຮ່າງຂໍ້ຕົກລົງດັ່ງກ່າວປະກອບ ມີ 10 ໝວດ 40 ມາດຕາ.
ພາຍຫຼັງຂໍ້ຕົກລົງຖືກຮັບຮອງ ຈະເປັນບ່ອນອີງໃຫ້ແກ່ພະແນກການທີ່ກ່ຽວຂ້ອງ, ຄະນະກຳມະການປົກຄອງເມືອງ, ຕາແສງທົ່ວ ນວ ໄດ້ນໍາໄປໃຊ້ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃຫ້ມີປະສິດທິພາບ, ເປັນບ່ອນອີງໃຫ້ແກ່ຄະນະກຳມະການປົກຄອງເມືອງ, ຕາແສງການຈັດຕັ້ງຊຸມຊົນໃນການປຸກລະດົມຄອບຄົວ, ຫົວໜ່ວຍທຸລະກິດທຸກພາກສ່ວນໃຫ້ເຂົ້າຮ່ວມເຮັດສັນຍາເກັບມ້ຽນຂີ້ເຫຍື້ອໃຫ້ຄວບຄຸມທົ່ວ ນວ (ລັກສະນະບັງຄັບປ່ຽນແທນລັກສະນະສະໝັກໃຈ, ໃນການເຂົ້າຮ່ວມເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແລະ ສາມາດປະຕິບັດມາດຕະການຕໍ່ຜູ້ລະເມີດໃນຂໍ້ຕົກລົງ ແລະ ເປັນການຊຸກຍູ້ໃຫ້ວຽກງານຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອນັບມື້ຫັນໄປສູ່ທັນສະໄໝ, ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ການຈັດຕັ້ງຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງ, ກຳຈັດຂີ້ເຫຍື້ອ, ຊຸກຍູ້ສ້າງຈິດສໍານຶກໃຫ້ທົ່ວສັງຄົມເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມໂດຍສະເພາະການມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມໃນວຽກຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ.
(ຂ່າວ: ແສງຈັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














