pele - 2025-07-11T114748.148
ເມືອງສາມັກຄີໄຊ ກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 11 July, 2025

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ກະກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ທຳມະຊາດ ຕາມລໍານໍ້າເຊກອງ ຈຸດທ່າຜາໄຊ ໂດຍພິທີຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ກໍລະກົດນີ້, ເຊິ່ງປາທີ່ຈະປ່ອຍມີ: ປາປາກ, ປາກິນຫຍ້າ, ປານິນ ແລະ ປາໃນ.

 

 

ທ່ານ ນາງ ລັດສະໃໝ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສາມັກຄີໄຊ ໄດ້ໃຫ້ສຳພາດ ໃນວັນທີ 8 ກໍລະກົດ 2025 ວ່າ: ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໃນປີນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນສໍາຄັນ ຮຽກຮ້ອງມາຍັງທຸກພາກສ່ວນສັງຄົມ ທົ່ວເມືອງສາມັກຄີໄຊ ຈົ່ງພ້ອມກັນປົກປັກຮັກສາຊັບໃນດິນສິນໃນນໍ້າ ເວົ້າລວມ ເວົ້າສະເພາະ ກໍຄື ສັດນໍ້າ ແລະ ສັດປ່າ ຂອງພວກເຮົາໃຫ້ມີຈໍານວນເພີ່ມຂຶ້ນ ຮອດເຊັ່ນລູກເຊັ່ນຫລານໃນອະນາຄົດ ແລະ ໃຫ້ຍືນຍົງຕະຫລອດໄປ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງພ້ອມກັນສະໜັບສະໜູນ ໂດຍສະເພາະທຶນຮອນ ຫລື ວັດຖຸປັດໄຈ ເຂົ້າຮ່ວມໃນວັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ແລະ ໃຫ້ຖືເອົາ ວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄັ້ງນີ້ ເປັນປາງບຸນໜຶ່ງ ທີ່ໄດ້ປ່ອຍ 1 ຊີວິດ ເພື່ອເຮັດໃຫ້ຫລາຍຊີວິດ ໄດ້ມີຄວາມສົມບູນຂຶ້ນ.

 

 

ທ່ານ ນາງ ລັດສະໃໝ ຄໍາພິລາວົງ ໃຫ້ຮູ້ອີກວ່າ: ປັດຈຸບັນ ທົ່ວເມືອງສາມັກຄີໄຊ ມີ 11 ວັງສະຫງວນ ໄວ້ເປັນບ່ອນອະນຸລັກສັດນໍ້າ, ກວມເອົາ 10 ບ້ານ ມີເນື້ອທີ່ຫລາຍກວ່າ 88 ເຮັກຕາ ແລະ ມີແຜນການຈະສ້າງຕື່ມອີກໃຫ້ໄດ້ 2 ວັງສະຫງວນ ທັງນີ້ກໍເພື່ອສ້າງໄວ້ ເປັນບ່ອນອະນຸລັກ ແລະ ຂະຫຍາຍພັນສັດນໍ້າ ໃຫ້ຫລາຍຂຶ້ນໃນອະນາຄົດ.

 

ຂ່າວ: ວັດທະນາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ